ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO

08:29 | 16/11/2022

ຍສໝ - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 72 ປີ​ແຫ່ງ​ວັນ​ມູນເຊື້ອຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ (ວັນທີ 17 ພະຈິກ 1950 – ວັນທີ 17 ພະຈິກ 2022), ​ໃນ​ນາມ​ການ​ນຳສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ, ຂ້າພະ​ເຈົ້າ​ຂໍ​ສົ່ງຄໍາອວຍພອນອັນປະເສີດ​ມາ​ຍັງພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານຮຸ້ນຕ່າງໆຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ
ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ.

ຮຽນບັນດາສະຫາຍ,

ໃນຕະຫຼອດ 72 ປີຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດ ສ່ອງໄສຂອງພັກ, ດ້ວຍຄວາມສາມັກຄີ, ເປັນເອກະພາບ, ຄວາມມານະພະຍາຍາມຢ່າງໝັ້ນແກ່ນ, ການປະກອບສ່ວນຢ່າງຕັ້ງໜ້າຂອງການນຳ, ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານຮຸ້ນຕ່າງໆຂອງຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ​ຂອງ​ຕົນ, ດ້ວຍ​ການສະໜັບສະໜູນ, ຮ່ວມມືຢ່າງມີປະສິດທິຜົນຂອງບັນດາອົງ ການເຈົ້າໜ້າທີ່ຢູ່ສູນກາງ ແລະ ທ້ອງ​ຖິ່ນ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງເປັນແຕ່ລະກ້າວ, ຍາດ​ໄດ້​​ຜົນງານ​ຫລາຍ​ຢ່າງ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ​ເສີມ​ຂະຫຍາຍ​ບົດບາດ ​ແລະຖານະທີ່​ຕັ້ງ​ຂອງ​ການທູດປະຊາຊົນ, ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ວຽກ​ງານ​ພົວພັນ​ຕ່າງ​ປະ​ເທດ​ລວມ​ຂອງ​ປະ​ເທດ.

ດ້ວຍ​ຄວາມເອກອ້າງທະນົງ​ໃຈ​ສືບ​ຕໍ່ປະຫວັດສາດແຫ່ງ 72 ປີແຫ່ງການສ້າງສາ ແລະ ພັດທະນາ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ ພະນັກງານ, ລັດຖະກອນ ​ແລະ ຜູ້ອອກແຮງງານ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ທຸກຖ້ວນໜ້າ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ສາມັກຄີ, ເປັນຈິດໜຶ່ງໃຈດຽວ, ແກ້ໄຂຄວາມ​ຫຍຸ້ງຍາກ, ຝຶກຝົນຫຼໍ່ຫຼອມຄຸນທາດ, ຍົກສູງກໍາລັງ​ຄວາມ​ສາມາດ, ຕັ້ງໜ້າປ່ຽນແປງໃໝ່​ເນື້ອ​ໃນ, ວິທີ​ການ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕາມທິດນຳ “​ເປັນເຈົ້າການ, ​ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ”, ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ການ​ປະຕິບັດພາລະ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ​ສົມເປັນກຳລັງ​ຫຼັກ​ແຫຼ່ງ​ໃນ​ວຽກງານການ​ທູດ​ປະຊາຊົນ - ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງພື້ນຖານ​ການ​ທູດ​ຫວຽດນາມ​ຢ່າງ​ຮອບດ້ານ ​ແລະ ທັນ​ສະ​ໄໝ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ​ທີ່ໝັ້ນຄົງ ເຂັ້ມແຂງ, ວັດທະນາຖາວອນ ​ແລະ ມີ​ຄວາມຜາສຸກ; ເພີ່ມພູນຄູນສ້າງ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງຊາດຕ່າງໆ​ໃນ​ໂລກ.

ຂໍອວຍພອນໃຫ້ບັນດາສະຫາຍ ແລະ ຄອບຄົວຂອງທ່ານມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ!

ດ້ວຍຄວາມນັບຖື!

ບູນມີ

ເຫດການ
302 Found

Found

The document has moved here.