ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ກໍ່ສ້າງແຫຼ່ງຊັບພະຍາກອນຄຸນນະພາບສູງ

10:56 | 02/04/2024

ຍສໝ - ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ສະແດງຄວາມປາດຖະໜາວ່າ ນອກຈາກຊຸກຍູ້ການພັດທະນາເສດຖະກິດ, ຫວຽດນາມ ແລະລາວ ຈະຮ່ວມມື ແລະພັດທະນາໃນຂົງເຂດວັດທະນະທໍາ, ການທູດປະຊາຊົນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ປະຊາຊົນສອງປະເທດຜະລິດ, ດໍາເນີນທຸລະກິດ, ທ່ອງທ່ຽວ...

ນະຄອນ ໂຮ່ຈີມິນ ແລະ ແຂວງ Hyogo (ຍີ່ປຸ່ນ) ເພີ່ມທະວີການພົວພັນຮ່ວມມື ນະຄອນ ໂຮ່ຈີມິນ ແລະ ແຂວງ Hyogo (ຍີ່ປຸ່ນ) ເພີ່ມທະວີການພົວພັນຮ່ວມມື
ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ

ວັນທີ 25 ມີນາ, ສະຫາຍ ຫງວຽນວັນເນັນ, ກໍາມະການກົມການເມືອງ, ເລຂາພັກນະຄອນໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ, ເນື່ອງໃນໂອກາດສະຫາຍນາງ ຄໍາເພົາ ເອີນທະວັນ ຮັບໜ້າທີ່ການທູດຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ສະຫາຍ ຫງວຽນວັນເນັນ ສະແດງຄວາມປາດຖະໜາວ່າ ນອກຈາກຊຸກຍູ້ການພັດທະນາເສດຖະກິດ, ຫວຽດນາມ ແລະລາວ ຈະຮ່ວມມື ແລະພັດທະນາໃນຂົງເຂດວັດທະນະທໍາ, ການທູດປະຊາຊົນ, ສ້າງເງື່ອນໄຂສະດວກກວ່າອີກເພື່ອໃຫ້ປະຊາຊົນສອງປະເທດຜະລິດ, ດໍາເນີນທຸລະກິດ, ທ່ອງທ່ຽວ...

ນະຄອນ ໂຮ່ຈີມິນ ພ້ອມແລ້ວທີ່ຈະໜູນຊ່ວຍລາວ ກໍ່ສ້າງແຫຼ່ງຊັບພະຍາກອນຄຸນນະພາບສູງ

ສະຫາຍ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ຕ້ອນຮັບສະຫາຍນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ຄົນໃໝ່. ພາບ: hcmcpv.org.vn

ສະຫາຍເລຂາພັກນະຄອນໂຮ່ຈີມິນ ຫວັງວ່າ ສອງທ້ອງຖິ່ນຈະສືບຕໍ່ດຶງດູດການລົງທຶນ ແລະສ້າງບັນດາກິດຈະກໍາເຄື່ອນໄຫວທີ່ມີລັກສະນະຍາວນານໃນທຸກຂົງເຂດ, ພ້ອມທັງຢັ້ງຢືນວ່າພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ນັກສຶກສາລາວ ມາຢ້ຽມຢາມ, ຮໍ່າຮຽນຢູ່ນະຄອນໂຮ່ຈີມິນ. ສະຫາຍເລຂາພັກນະຄອນໂຮ່ຈີມິນ ກໍ່ສະແດງຄວາມຂອບໃຈຕໍ່ ລາວ ທີ່ໄດ້ໜູນຊ່ວຍຫວຽດນາມ, ໃນນັ້ນມີນະຄອນໂຮ່ຈີມິນ, ຄວບຄຸມພະຍາດໂຄວິດ-19. ພ້ອມທັງ, ຫວັງວ່າໃນອາຍຸການຂອງຕົນ, ສະຫາຍນາງ ຄໍາເພົາ ເອີນທະວັນ ຈະມີການເຄື່ອນໄຫວຫຼາຍຢ່າງເພື່ອແນໃສ່ສ້າງການຫັນປ່ຽນ, ເພີ່ມທະວີການພົວພັນມິດຕະພາບລະຫວ່າງຫວຽດນາມ-ລາວ.

ສ່ວນສະຫາຍນາງ ຄໍາເພົາ ເອີນທະວັນ ກໍ່ຮູ້ສຶກຕື້ນຕັນໃຈທີ່ສຸດ, ປິຕິຊົມຊື່ນຕໍ່ການປ່ຽນແປງ ແລະພັດທະນາຢ່າງວ່ອງໄວຂອງນະຄອນໂຮ່ຈີມິນ. ສະຫາຍນາງ ຄໍາເພົາ ເອີນທະວັນ ກໍ່ສະແດງຄວາມປະທັບໃຈຕໍ່ຜົນງານໃນການເຄື່ອນໄຫວພົວພັນຕ່າງປະເທດຂອງຫວຽດນາມ ບົນເວທີສາກົນ.

ເນື່ອງໃນໂອກາດພົບປະກັບການນຳນະຄອນໂຮ່ຈີມິນ, ສະຫາຍນາງ ຄໍາເພົາ ເອີນທະວັນໄດ້ມີຫຼາຍຂໍ້ສະເໜີແນໃສ່ເພີ່ມທະວີສາຍພົວພັນຮ່ວມມື ແລະພັດທະນາລະຫວ່າງສອງທ້ອງຖິ່ນ. ໃນນັ້ນມີການກໍ່ສ້າງຫໍພັກໃຫ້ນັກສຶກສາລາວ ແລະນັກສຶກສາຕ່າງປະເທດ; ຊຸກຍູ້ໂຄງການກໍ່ສ້າງສູນການຄ້າ-ທ່ອງທ່ຽວ ແລະສູນວາງສະແດງຜະລິດຕະພັນຂອງລາວ ຢູ່ນະຄອນໂຮ່ຈີມິນ; ພິຈາລະນາກໍ່ສ້າງໂຄງການສູນອຸປະກະລະສັງຄົມ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.