CNCF ກໍ່ສ້າງຂົວແຫ່ງໃໝ່ໃຫ້ແກ່ປະຊາຊົນ ຢູ່ຕາແສງ ຊ້າຟ່ຽນ, ແຂວງ ເຫົ້າຢ່າງ

16:07 | 15/11/2023

ຍສໝ - ກປ.ອອນໄລ - ວັນທີ 8 ພະຈິກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງ ເຫົ້າຢ່າງ ສົມທົບກັບສະມາຄົມ Christina Noble Children’s Foundation (CNCF - ອັງກິດ) ແລະ ຄະນະກໍາມະການປະຊາຊົນ ເມືອງ ລ່ອງໝີ່ ໄດ້ຈັດຕັ້ງພິທີເປີດສະຫຼອງນຳໃຊ້ຂົວ ກິງເດ, ຕາແສງ ຊ້າຟ່ຽນ, ເມືອງ ລ່ອງໝີ່, ​ເຊື່ອມ​ຕໍ່​ຝັ່ງບ້ານ 7 ແລະ ຝັ່ງບ້ານ 8​.

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ໃຫ້​ການ​ຕ້ອນ​ຮັບທ່ານ​ເລ​ຂາ​ ​ພັກ​ແຂວງ, ເຈົ້າ​ແຂວງ ແຂວງ ຈຳ​ປາ​ສັກ

ເຂົ້າ​ຮ່ວມ​ເຫດການມີ​​ປະທານ​ສະຫະພັນ​ເຫົ້າຢ່າງ - ທ່ານ ຫງວຽນ​ວັນ​ເຍີນ, ຜູ້ອຳນວຍການຂອງ CNCF ຫວຽດນາມ ທ່ານ ຫງວຽນ​ແທ່ງ​ຍາ ​ແລະ ຜູ້ຕາງໜ້າ​ການ​ນຳ​ທ້ອງ​ຖິ່ນ.

CNCF ກໍ່ສ້າງຂົວແຫ່ງໃໝ່ໃຫ້ແກ່ປະຊາຊົນ ຢູ່ຕາແສງ ຊ້າຟ່ຽນ, ແຂວງ ເຫົ້າຢ່າງ
ທ່ານ ຫງວຽນ​ວັນ​ເຍີນ ​ປະທານ​ສະຫະພັນ​ເຫົ້າຢ່າງກັບສະມາຄົມ Christina Noble Children’s Foundation (CNCF - ອັງກິດ) ຜູ້ຕາງໜ້າ​ການ​ນຳ​ທ້ອງ​ຖິ່ນ ປະຕິບັດພິທີການຕັດແຖບຜ້າເປີດສະຫຼອງການນຳໃຊ້ (ພາບ: ເລອານ)

ພາຍຫຼັງກໍ່ສ້າງມາເປັນເວລາ 3 ເດືອນ, ຂົວ ກິງເດ ໄດ້ສ້າງສຳເລັດ ເຊິ່ງມີຄວາມຍາວ 21 ແມັດ, ກວ້າງ 2,5 ແມັດ ດ້ວຍການອອກແບບຕາມໂຄງສ້າງເບຕົງເສີມເຫຼັກດ້ວຍນ້ຳໜັກບັນທຸກ 2,5 ໂຕນ. ຍອດ​ມູນ​ຄ່າ​ການ​ກໍ່ສ້າງ​ເກືອບ 500 ລ້ານ​ດົ່ງ, ​ໄດ້​ຮັບ​ການ​ອຸປະຖຳຈາກ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ແຂວງ ເຫົ້າຢ່າງ ເເລະ ສະມາຄົມ Christina Noble Children’s Foudation.

ຂົວ​ດັ່ງກ່າວ​ໄດ້ນຳເຂົ້າ​ນຳ​ໃຊ້​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ປະຊາຊົນ ​ແລະ ນັກ​ສຶກສາໄດ້​ເດີນທາງ​ໄປມາ, ຂົນ​ສົ່ງ​ຜະລິດ​ຕະພັນ​ກະ​ເສດ​ຢ່າງສະດວກ, ປະກອບສ່ວນ​ຊຸກຍູ້​ເສດຖະກິດ, ສັງຄົມ​ຂອງ​ທ້ອງ​ຖິ່ນ.

​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ຜູ້​ແທນກໍ່​ໄດ້​ໄປ​ມອບຮັບໂຄງການປັບປຸງ, ສ້ອມ​ແປງ​ເຮືອນ​ຄົວ​ຂອງ​ໂຮງຮຽນ​ອະນຸບານ ​ເລືອງເ​ຕີມ, ຕາ​ແສງ ​ເລືອງເ​ຕີມ, ​ເມືອງ​ລອງ​ໝີ່; ສຳຫຼວດກິດຈະກຳຂົວ ເຫົ້າຢ່າງ 3, ຕາແສງ ລອງຝູ໋, ເມືອງລອງໝີ່ ແລະ ຂົວໄບເຟືອກ, ຕາແສງ ແທ້ງຊວນ, ເມືອງ ເຈົາແທ່ງອາ.

ດີງເລື້ອງ

302 Found

Found

The document has moved here.