ເຊີດຊູ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງ ຫວຽດນາມ

14:52 | 04/01/2024

ຍສໝ - ວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) - ອົງການປະຈໍາຄະນະກຳມະການວຽກງານຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ (ຄະນະກໍາມະການ) ໄດ້ມອບໃບ​ຍ້ອງຍໍ​ໃຫ້ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີຫຼາຍການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ​ເສດຖະກິດ, ການຮັບປະກັນຊີວິດ ສັງຄົມ​ຂອງ​ ຫວຽດນາມ ​ໃນ​ປີ 2023.

35 ປີແຫ່ງການຮ່ວມມືດ້ານໂທລະຄົມມະນາຄົມ ອົດສະຕາລີ - ຫວຽດນາມ 35 ປີແຫ່ງການຮ່ວມມືດ້ານໂທລະຄົມມະນາຄົມ ອົດສະຕາລີ - ຫວຽດນາມ
ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ ຊາວຫວຽດນາມ ໄປອອກແຮງງານຢູ່ຕ່າງປະເທດໄດ້ປະກອບສ່ວນໃຫ້ປະເທດຊາດ 3,5 – 4 ຕື້ USD/ປີ

​ເຂົ້າ​ຮ່ວມ​ພິທີ​ມີ​ຜູ້ຕາງໜ້າ​ບັນດາ​ອົງການ​ທີ່​ເຂົ້າ​ຮ່ວມກົນໄກຄະນະ​ກຳມະການ; ອົງການ​ສູນຕິດຕໍ່ຄຸ້ມ​ຄອງ​ການ​ເຄື່ອນ​ໄຫວ​ຂອງບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ບັນດາ​ແຂວງ/ນະຄອນ; ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ອົງການຮ່ວມ​ມື​ພັດທະນາ​ຂອງບັນດາປະ​ເທດ ​ແລະ ວິ​ສາ​ຫະກິດ​ຕ່າງປະ​ເທດຈຳນວນໜຶ່ງ.

ກ່າວ​ຄຳ​ປາໄສ​ທີ່​ພິ​ທີ, ທ່ານ ຟານ​ແອງ​ເຊີນ, ປະ​ທານ VUFO, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໃຫ້​ຮູ້​ວ່າ ໃນປີ 2023 ເສດ​ຖະ​ກິດທົ່ວ​ໂລກ ແລະ ຫວຽດ​ນາມ ໄດ້ປະ​ສົບ​ກັບຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ພັກ ​ແລະ ລັດ ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຫຼາຍ​ຢ່າງ​ເພື່ອ​ສືບ​ຕໍ່​ຮັກສາທ່າເຕີບ​ໂຕ, ຄວບຄຸມເງິນເຟີ້, ຮັກສາ​ມະຫາພາກໃຫ້ເປັນປົກກະຕິ, ​ເພີ່ມ​ທະວີການຮັບປະກັນຊີວິດສັງຄົມ, ສືບ​ຕໍ່ບັນດາເປົ້າໝາຍຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ​ ຫວຽດນາມ. ບັນລຸ​ໄດ້​ໝາກຜົນ​ດັ່ງກ່າວ ຍ້ອນສ່ວນໜຶ່ງແມ່ນ​ການໜູນຊ່ວຍອັນ​ລ້ຳ​ຄ່າຈາກ​ບັນດາ​ຄູ່​ຮ່ວມ​ມື​ສາກົນ, ​ໂດຍ​ສະ​ເພາະ​ແມ່ນບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ

ເຊີດຊູ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການພັດທະນາຂອງ ຫວຽດນາມ

ທ່ານ​ປະທານ VUFO ຟານ​ແອງ​ເຊີນ ​ແລະ ທ່ານ​ຮອງ​ປະທານ VUFO ຫງວຽນຫງອກຮຸ່ງ ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້​ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ.

"​ໂດຍຕາງໜ້າໃຫ້ການນຳຂອງ VUFO, ຂ້າພະ​ເຈົ້າ​ຂໍ​ຂອບ​ໃຈ​ຢ່າງ​ຈິງ​ໃຈ, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ​ບັນດາ​ທ່ານ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ ຫວຽດນາມ. ແຕ່ລະການ​ປະກອບສ່ວນ​ຂອງ​ແຕ່ລະທ່ານ, ​ໃນ​ອົງການຈັດຕັ້ງຂອງ​ທ່ານ​, ເຖິງວ່າຈະເປັນຮູບ​ແບບ​ດ້ານ​ວັດຖຸ, ປະສົບ​ການ, ຄວາມ​ຮູ້​ດ້ານ​ວິຊາ​ຊີບ ຫຼື ຊັບພະຍາກອນ​ມະນຸດ ກໍ່ລ້ວນ​ແຕ່​ປະກອບສ່ວນ​ປ່ຽນ​ແປງໃໝ່​ອະນາຄົດ ແລະ ນຳ​ຊີວິດ​ທີ່​ດີ​ຂຶ້ນມາ​ໃຫ້​ແກ່​ປະຊາຊົນ ​ຫວຽດນາມ.​ ນອກຈາກ​ນັ້ນ, ທ່ານ​ຍັງ​ເປັນນັກການທູດຊ່ວຍສົ່ງພາບພົດ​ປະ​ເທດ​ຊາດ, ປະ​ຊາ​ຊົນ, ນະ​ໂຍບາຍ, ຮີດຄອງ​ປະ​ເພນີ, ຄຸນຄ່າ​ເມດຕາຈິດຂອງ ຫວຽດນາມ ໄປສູ່ໂລກ; ກໍຄືປະກອບສ່ວນ​ປັບປຸງ, ເສີມສ້າງສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ ຫວຽດນາມ ​ແລະ ປະຊາຊົນ​ທີ່​ກ້າວໜ້າ​ໃນ​ໂລກ” - ທ່ານ ຟານ​ແອງ​ເຊີນ ​ເນັ້ນ​ໜັກ​.

ຕາມ​ທ່ານ ຟານ​ແອງ​ເຊີນ, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູນິດ ​ຫວຽດນາມ ​ໄດ້ວາງເປົ້າໝາຍ​ໃຫ້ ​ຫວຽດນາມ ​ຮອດ​ປີ 2045 ກາຍ​ເປັນ​ປະ​ເທດ​ພັດທະນາ, ມີ​ລາຍ​ຮັບ​ສູງ. ​ເພື່ອ​ບັນລຸ​ໄດ້ເປົ້າໝາຍດັ່ງກ່າວ ຫວຽດນາມ ຕ້ອງການ​ການ​ສະໜັບສະໜູນ, ການ​ຮ່ວມ​ມື​ຂອງ​ປະຊາ​ຄົມ​ໂລກ​, ພິ​ເສດ​ແມ່ນ​ການ​ໜູນ​ຊ່ວຍ​ແຫຼ່ງຊັບພະຍາກອນ, ປະສົບ​ການ, ຄວາມ​ຮູ້​ດ້ານ​ວິຊາ​ຊີບ​ຈາກບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາ​ຜູ້ອຸດໜູນ. ບັນດາການ​ສະໜັບສະໜູນ​ອັນ​ລ້ຳ​ຄ່າ​ດັ່ງກ່າວ​ຈະ​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃນ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນ​ຍົງ, ພັດທະນາ​ເສດຖະກິດ - ສັງຄົມ​ໄປ​ຄຽງ​ຄູ່​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຮັບມືການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ພ້ອມ​ກັນ​ນັ້ນ ກໍ່ແກ້​ໄຂ​ບັນດາ​ບັນຫາ​ສັງຄົມ, ​ໃນ​ນັ້ນ​ມີ​ບັນຫາກ່ຽວກັບຜົນເສຍຫາຍທີ່ຕາມມາ​ຈາກ​ສົງຄາມ ແລະ ການປ້ອງກັນໂລກ​ລະບາດ​ໃນ​ອະນາຄົດ, ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ພັດທະນາ​ນັບ​ມື້​ນັບ​ໝັ້ນຄົງ ​ແລະ ຮອບດ້ານ.

ທ່ານ​ປະທານ VUFO ຮຽກຮ້ອງ​ບັນດາ​ອົງການ​ຮ່ວມ​ມື​ພັດທະນາ, ​ບັນດາ​ຜູ້ອຸປະຖຳ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຈົ່ງສືບ​ຕໍ່​ເອົາ​ໃຈ​ໃສ່, ສະຫງວນແຫຼ່ງຊັບພະຍາກອນເພື່ອໜູນ​ຊ່ວຍ ຫວຽດນາມ ຕາມ​ບັນດາກຳນົດທິດບູຣິມະສິດ​ໃນ​ໂຄງການແຫ່ງ​ຊາດ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ລະດົມ​ການ​ຊ່ວຍ​ເຫຼືອ​ໃຫ້ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ​ໄລຍະ 2019 – 2025. ກໍຄືບັນດາຄວາມຕ້ອງການບູຣິມະສິດ​ຕົວ​ຈິງ​ຂອງ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ​ ຫວຽດນາມ. VUFO ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ພວກ​ຂ້າພະ​ເຈົ້າ​ກັບ​ທ່ານ ກໍ່​ຄືຕັ້ງໜ້າສະໜັບສະໜູນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ຢູ່ ຫວຽດນາມ ​ໃນ​ຊຸມ​ປີ​ຕໍ່ໜ້າຢ່າງມີປະສິດທິຜົນ.

​ເນື່ອງ​ໃນ​ໂອກາດ​ນີ້, VUFO ​ໄດ້​ມອບ​ໃບ​ຍ້ອງຍໍ​ໃຫ້ 35 ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ໃຫ້​ແກ່​ ຫວຽດນາມ ​ໃນ​ປີ 2023 ​ແລະ 3 ການຈັດຕັ້ງສະ​ເຫຼີ​ມສະຫຼອງ 30 ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ຢູ່ ຫວຽດນາມ ​ໃນ​ປີ 2023.

​ໂດຍ​ຕາງໜ້າ​ໃຫ້​ບັນດາ​ອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ​ໄດ້​ຮັບ​ເປັນກຽດເຊີດຊູ​ປີ 2023, ທ່ານ ວັນຫງອກທິ້ງ - ຜູ້ຕາງໜ້າ​ອົງການ WWF, ທ່ານ​ນາງ Migena Shulla - ຫົວໜ້າ​ຜູ້ຕາງໜ້າ​ອົງການ Plan International ​ແລະ ທ່ານ​ນາງ ດາວທິຮົ່ງ- ຜູ້ຕາງໜ້າອົງການ CRS ​ໄດ້​ກ່າວ​ຄຳ​ປາ​ໄສສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ ​ແລະ ​ໃຫ້ຄຳໝັ້ນສັນຍາຈະສືບ​ຕໍ່​ຮ່ວມເດີນທາງກັບ VUFO ປະຕິບັດ​ບັນດາ​ໂຄງການ​ຢູ່ ຫວຽດນາມ ຢ່າງ​ມີ​ປະສິດທິ​ຜົນ.

ທີ່​ພິທີ, ການ​ນຳ VUFO ​ໄດ້​ສະໜອງຂໍ້​ມູນ​ທົ່ວ​ໄປ​ກ່ຽວ​ກັບ​ແນວທາງ, ນະ​ໂຍບາຍ ​ແລະ ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ ​ໃນ​ປະຈຸ​ບັນ. ພ້ອມ​ກັນ​ນັ້ນ ກໍ່ແບ່ງປັນ​ກ່ຽວ​ກັບ​ສະພາບ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ບໍ່​ຂຶ້ນກັບ​ລັດຖະບານ​ຕ່າງປະ​ເທດ​ຢູ່​ ຫວຽດນາມ ​ໃນ​ປີ 2023 ​ແລະ ບັນດາ​ທິດ​ທາງ​ບຸລິມະສິດ​ຂອງ​ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ. ການ​ນຳ VUFO ຫວັງ​ວ່າ ຜ່ານ​ເຫດການ​ດັ່ງກ່າວ, ບັນດາ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ​ແລະ ວິ​ສາ​ຫະກິດ, ​ຄູ່​ຮ່ວມ​ມື​ສາກົນ ຈະ​ມີຫຼາຍຂໍ້​ມູນຕື່ມອີກ, ຈາກນັ້ນ ກໍ່ສ້າງ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ທີ່​ເໝາະ​ສົມກັບການກຳນົດທິດພັດທະນາ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ບັນດາອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ ທີ່ໄດ້ຮັບໃບ​ຍ້ອງຍໍຈາກ VUFO ໃນປີ 2023:

1. ActionAid International

2. Animals Asia Foundation

3. BasicNeeds

4. Buddhist Compassion Relief TZU CHI Foundation

5. CARE International

6. Catholic Relief Services-United States Conference of Catholic Bishops

7. ChildFund Australia

8. Christina Noble Children's Foundation

9. Facing the World

10. Family Health International

11. Fauna & Flora International

12. Freundeskreis für Internationale Tuberkulosehilfe e.V.

13. Giving It Back To Kids

14. Global Coffee Platform

15. Good Neighbors International

16. Good People International

17. Habitat for Humanity International

18. International Manpower Development Organization, Japan

19. Korea Food for the Hungry International

20. Medisch Comité Nederland - Vietnam

21. Mines Advisory Group

22. Netherlands Development Organization

23. Norwegian People's Aid

24. PATH

25. Peace Trees Vietnam

26. PLAN International

27. Room to Read

28. Saigon Children's Charity

29. Save the Children International

30. The Fred Hollows Foundation

31. The University of North Carolina

32. Vietnam Assistance for the Handicapped

33. Wildlife Conservation Society

34. Winrock International Institute for Agricultural Development

35. World Wide Fund for Nature

ມິງດຶກ

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.