ເພື່ອນມິດສາກົນອວຍພອນ ທ່ານເລຂາທິການໃຫຍ່ ໂຕເລີມ

14:11 | 14/08/2024

ຍສໝ - ແຕ່ວັນທີ 7-8 ສິງຫາ, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ ແລະ ໂທລະເລກອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຈາກເພື່ອນມິດສາກົນໃນເຄືອຂ່າຍຄູ່ຮ່ວມມື.

ເຊື່ອໝັ້ນວ່າ ສະຫາຍເລຂາທິການໃຫຍ່ ໂຕເລີມ ຈະສືບຕໍ່ນຳພາການພັດທະນາຂອງປະເທດຊາດ ແລະເສີມຂະຫຍາຍຈິດໃຈສາມັກຄີສາກົນ
ບັນດາ​ອົງການ​ປະຊາຊົນ​ໃນ​ທົ່ວ​ໂລກຊົມເຊີຍ ສະຫາຍ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ

ນັ້ນ​ແມ່ນ​ຈົດໝາຍ ​ແລະ ​ໂທລະ​ເລກ​ຂອງ: ທ່ານ Mark Kent, ປະທານ​ເຄືອ​ຂ່າຍ ຫວຽດນາມ - ອັງກິດ; ທ່ານ A.Belianinov, ເລຂາທິການໃຫຍ່ສະມາຄົມປະຊາຊົນ ອາຊີ - ເອີລົບ; ທ່ານ R. Kurbanov, ປະທານ​ຄະນະກຳມະການ​ການ​ພົວພັນ​ລະຫວ່າງບັນດາເຜົ່າ ​ແລະ ການ​ຮ່ວມ​ມື​ມິດຕະພາບ​ກັບ​ຕ່າງປະ​ເທດ ​ທີ່​ຂຶ້ນ​ກັບ​ກະຊວງ​ວັດທະນະທຳ ສາທາລະນະ​ລັດ Uzbekistan; ສະມາຄົມມິດຕະພາບການທູດປະຊາຊົນແຂວງ ຫູໜານ (ຈີນ); Trinh Foundation Australia; ສະມາຄົມ ​ແດນ​ມາກ - ຫວຽດນາມ (DVA)...

ເພື່ອນມິດສາກົນອວຍພອນ ທ່ານເລຂາທິການໃຫຍ່ ໂຕເລີມ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ.

​ໃນ​ຈົດໝາຍ ​ແລະ ​ໂທລະ​ເລກ, ​ເພື່ອນ​ມິດສາ​ກົນ​ໄດ້​ສົ່ງຄຳອວຍພອນມາຍັງ​ທ່ານກຳມະການ​ສູນ​ກາງ​ພັກ, ປະທານ​ປະ​ເທດ ໂຕເລີມ ທີ່​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ ພັກ​ກອມ​ມູນິດ​ ຫວຽດນາມ ​ແລະ ​ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ພັດທະນາ​ຂອງ ​ຫວຽດນາມ ໃນອະນາຄົດ ໂດຍພາຍໃຕ້ການນຳພາຂອງທ່ານ​.

ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ປະທານປະເທດ ໂຕເລີມ ມາຮອດນະຄອນຫຼວງວຽງຈັນ, ຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ

ຍສໝ - ຕອນເຊົ້າວັນທີ 11 ກໍລະກົດ, ພິທີຕ້ອນຮັບຢ່າງເປັນທາງການທ່ານປະທານປະເທດ ໂຕເລີມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ພວມຢ້ຽມຢາມທາງລັດຖະກິດແຫ່ງ ສປປ ລາວ ທີ່ໄດ້ດໍາເນີນຢູ່ສະໜາມຫຼວງຫໍສະພາແຫ່ງຊາດຢູ່ນະຄອນຫຼວງວຽງຈັນ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະທານພິທີຕ້ອນຮັບ.

ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ ທ່ານລັດຖະມົນຕີ ໂຕເລີມ ຮັບຕ້ອນທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ Israel ປະຈໍາ ສສ ຫວຽດນາມ

ທ່ານ ພົນເອກ ໂຕ່ ເລີມ, ລັດຖະມົນຕີ ກະຊວງຕໍາຫຼວດ ຫວຽດນາມ ໄດສະແດງຄວາມຊົມເຊີຍທີ່ ທ່ານ ເອກອັກຄະລັດຖະທູດໄດ້ມາດໍາລົງອາຍຸການໃໝ່ ຢູ່ ສສ ຫວຽດນາມ ແລະ ອວຍພອນໄຊໃຫ້ທ່ານຈົ່ງປະສົບຜົນສໍາເລັດໃນອາຍຸການນີ້, ປະກອບສ່ວນຊຸກຍູ້ການພົວພັນອັນດີງາມລະຫວ່າງສອງປະເທດເວົ້າລວມ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.