ຈີນ​ ສະ​ໜັບ​ຊ່ວຍເຫຼືອ​ການ​ກໍ່​ສ້າງ​ຫ້ອງອາຫານ ແລະ ​ໂພ​ຊະ​ນາ​ການ​ໃນໂຮງ​ຮຽນໃຫ້​ໂຮງ​ຮຽນ​ປະ​ຖົມ​ຢູ່​ເມືອງ​ລ້າງ​ເຊີ່ນ

10:06 | 28/07/2024

​ຍສໝ - ໂຄງການ “​ກໍ່​ສ້າງ​ຫ້ອງອາຫານ ​ແລະ ​ຊ່ວຍເຫຼືອ​ດ້ານ​ໂພ​ຊະ​ນາ​ການ​ໃນ​ໂຮງຮຽນ” ຢູ່ທີ່​ໂຮງຮຽນ​ປະຖົມ ກິມ​ດົ່ງ (ຕາ​ແສງ ກິມ​ດົ່ງ, ​ເມືອງ ​ຈາງ​ດິ່ງ, ​ແຂວງ​ລ້າງ​ເຊີ່ນ) ດ້ວຍ​ຍອດ​ມູນ​ຄ່າ 200.000 ຢວນ, ​ເທົ່າ​ກັບ 661 ລ້ານ​ດົ່ງ. ຄ່າ​ໃຊ້​ຈ່າຍ​ທັງ​ຫມົດ​ຂ້າງ​ເທິງ​ນີ້​ແມ່ນ​ສະ​ຫນອງ​ໃຫ້​ໂດຍ​ສະ​ຖານ​ທູດ​ຂອງ​ສາ​ທາ​ລະ​ນະ​ປະ​ຊາ​ຊົນ​ຈີນ ເຊິ່ງ​ເປັນ​ການ​ຊ່ວຍ​ເຫຼືອ​ລ້າ​.

ດ້ວຍ​ມູນ​ຄ່າ​ທັງ​ໝົດ 200.000 ຢວນ (ເທົ່າກັບ 661 ລ້ານ​ດົ່ງ) ໂດຍ​ສະຖານທູດ​ແຫ່ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ ​ໄດ້​ມອບ​ໃຫ້​ເປັນ​ການ​ຊ່ວຍ​ເຫຼືອ​ລ້າ, ​ໃນ​ນັ້ນ ການສ້າງຫ້ອງອາຫານໃຫມ່ແມ່ນ 300 ລ້ານ​ດົ່ງ ​, ອຸປະກອນ, ​ເຄື່ອງ​ໃຊ້​ໃນ​ຫ້ອງອາຫານ​ 47 ລ້ານ​ດົ່ງ, ຊ່ວຍເຫຼືອ​ດ້ານງົບປະມານ​ເພື່ອ​ປັບປຸງ​ອາຫານ​ທ່ຽງ​ໃຫ້​ນັກ​ຮຽນ 1 ປີ​ແມ່ນ 192 ລ້ານ​ດົ່ງ ​ແລະ ​ຄ່າ​ໃຊ້​ຈ່າຍ​ອື່ນໆ.

Trung ương Hội Chữ thập đỏ và Đại sứ quán nước Cộng hòa Nhân dân Trung Hoa tại Việt Nam đã tổ chức Lễ khởi công Dự án “Xây dựng bếp ăn bán trú và hỗ trợ dinh dưỡng học đường” cho Trường Tiểu học Kim Đồng - (Ảnh: Khánh Chi/redcross.org.vn). ສະພາກາແດງສູນກາງ ແລະ ສະຖານທູດຈີນປະຈຳຫວຽດນາມ ໄດ້ຈັດຕັ້ງພິທີວາງສີລາເລິກໂຄງການກໍ່ສ້າງ “ກໍ່ສ້າງເຮືອນຄົວຫ້ອງອາຫານ ແລະ ຊ່ວຍເຫຼືອດ້ານໂພຊະນາການ” ໃຫ້ໂຮງຮຽນປະຖົມ ກິມດົງ - (ພາບ: Khanh Chi/redcross.org.vn. ).

ສະພາກາແດງສູນກາງ ແລະ ສະຖານທູດຈີນປະຈຳຫວຽດນາມ ໄດ້ຈັດຕັ້ງພິທີວາງສີລາເລີກໂຄງການ “ກໍ່ສ້າງຫ້ອງອາຫານ ແລະ ຊ່ວຍເຫຼືອດ້ານໂພຊະນາການ” ໃຫ້ໂຮງຮຽນປະຖົມ ກິມດົ່ງ - (ພາບ: Khanh Chi/redcross.org.vn. ).

ວັນ​ທີ 17 ກໍລະກົດ​ນີ້, ສະພາ​ກາ​ແດງ​ສູນ​ກາງ ​ແລະ ​ສະຖານທູດ​ຈີນ​ປະຈຳ​ຫວຽດນາມ​ ໄດ້​ຈັດ​ຕັ້ງ​ພິທີ​ວາງສີລາເລີກ​ໂຄງການ "ສ້າງ​​ຫ້ອງອາຫານ ​ແລະ ​ຊ່ວຍເຫຼືອ​ດ້ານ​ໂພຊະນາ​ການ​ໃນໂຮງຮຽນ" ​ໃຫ້​ໂຮງຮຽນ​ປະຖົມ​ກິມ​ດົ່ງ. ໂຄງການດັ່ງກ່າວຈະໃຫ້ສຳເລັດ ແລະ ມອບໃຫ້ນຳເຂົ້າໃຊ້ງານໃນທ້າຍເດືອນສິງຫາ 2024 ເປັນຕົ້ນໄປ, ໃນຕົ້ນສົກຮຽນໃໝ່ 2024-2025, ຮັບໃຊ້ການປຸງແຕ່ງອາຫານ ແລະ ການຈັດອາຫານໃຫ້ນັກຮຽນໄດ້ 100%, ຊ່ວຍເບິ່ງແຍງດ້ານອາຫານໃຫ້ແກ່ນັກຮຽນຂອງໂຮງຮຽນ.

ທ່ານ ເມົ້າເວະຈິງ, ​ອັກຄະລັດຖະທູດທີ່​ປຶກສາ ​ສະຖານທູດ​ຈີນ​ ປະຈຳ​ຫວຽດນາມ ຢືນຢັນ​ວ່າ ສະຖານທູດ​ຈີນ​ ປະຈຳ​ຫວຽດນາມ ຍາມ​ໃດ​ກໍ່​ສະໜັບສະໜູນ​ພາລະກິດ​ການ​ພັດທະນາ​ການ​ສຶກສາ​ຢູ່​ຫວຽດນາມ ​ເວົ້າ​ລວມ ​ແລະ ​ແຂວງ ລ້າງເຊິ່ນ ເວົ້າ​ສະ​ເພາະ ​ໂດຍ​ປາດ​ຖະໜາ​ຢາກ​​ຊ່ວຍເຫຼືອ​ນັກ​ຮຽນໃຫ້ໄດ້ສຶກສາຮ່ຳຮຽນ ​ແລະ ດຳລົງ​ຊີວິດໃນສະພາບແວດລ້ອມທີ່ດີກວ່າ.

ໂດຍໄດ້ຮູ້ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ໂຄງການ “​ໂພ​ຊະ​ນາ​ການ​ສຳລັບເດັກນ້ອຍ​ຜູ້​ທຸກ​ຍາກ ​ແລະ ພິການ” ​ໄລຍະ 2022-2027 ​ໂດຍ​ສະພາ​ກາ​ແດງ​ສູນ​ກາງ​ຫວຽດນາມ ​ໄດ້​ປຸກລະດົມ ແນໃສ່​ເພື່ອ​​ຊ່ວຍເຫຼືອ​ປັບປຸງ​ສະພາບ​ການ​ດ້ານ​ໂພ​ຊະນາ​ການ ​ແລະ ເງື່ອນໄຂໃນການ​ຮ່ຳຮຽນ, ກິດຈະກຳ​ໃຫ້​ແກ່​ເດັກນ້ອຍ​ບັນດາ​ເຜົ່າສ່ວນໜ້ອຍໄດ້ມີແຮງບັນດານໃຈທີ່ຈະສືບຕໍ່ໄປໂຮງຮຽນ. ​ໂຄງການ​ດັ່ງກ່າວ​ຍັງ​ໄດ້​ຜັນ​ຂະຫຍາຍ​ຢູ່ 27 ​ແຂວງ, ນະຄອນ ​ໂດຍ​ມີ​ເປົ້າ​ໝາຍ​ລະດົມ​ການໜູນ​ຊ່ວຍ​ໃຫ້ຫ້ອງອາຫານພາຍໃນໂຮງຮຽນ 250 ແຫ່ງ.

ໂຄງການກໍ່ສ້າງດັ່ງກ່າວຈະຊ່ວຍໃຫ້ໂຮງຮຽນປັບປຸງເງື່ອນໄຂການດຳລົງຊີວິດ ແລະ ການຮ່ຳຮຽນ, ປຸງແຕ່ງອາຫານແຊບໆ, ຄວາມປອດໄພຫຼັກອະນາໄມຂອງອາຫານໃຫ້ແກ່ນັກຮຽນ, ປະກອບສ່ວນໜູນຊ່ວຍທາງດ້ານໂພຊະນາການ ແລະ ປັບປຸງເງື່ອນໄຂການຮ່ຳຮຽນ, ກິດຈະກຳໃຫ້ເດັກນ້ອຍນັກຮຽນຜູ້ທຸກຍາກ, ຜູ້ທີ່ມີສະພາບຫຍຸ້ງຍາກ ແລະ ສືບຕໍ່ເພີ່ມກຳລັງ ແລະ ສ້າງເງື່ອນໄຂໃຫ້ນັກຮຽນທຸກຍາກໄດ້​ມີ​ໂອ​ກາດ​ໄປໂຮຽ​ຮຽນ, ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ສືບ​ຕໍ່​ຄວາມ​ຝັນ​ຂອງ​ຕົນ​ໃນ​ການ​ຮູ້​ຫນັງ​ສື.

ເຊື່ອມ​ຕໍ່, ໜູນ​ຊ່ວຍ​ບັນດາ​ນັກ​ສຶກສາ​ ຫວຽດນາມ ທີ່​ມາ​ຮຽນ​ຢູ່ ຝຣັ່ງ ​ເພື່ອ​ຮ່ຳຮຽນ ​ແລະ ​ເຮັດ​ວຽກ
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ຊ ສະຫວັດ

ເຫດການ
302 Found

Found

The document has moved here.