ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ

07:11 | 25/07/2024

ຍສໝ - ສຳລັບພະນັກງານ​ການ​ທູດ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເປັນ​ຄື​ອາຈານ​ທີ່​ເຄົາລົບ. ບັນດາບົດຂຽນ ແລະ ຄຳຕັກເຕືອນຂອງ ທ່ານເລຂາທິການໃຫຍ່ ແມ່ນປື້ມຄູ່ມື ເພື່ອໃຫ້ພະນັກງານການທູດ ໄດ້ຮ່ຳຮຽນ ແລະ ປະຕິບັດຕາມ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເລ​ວັນ​ບ່າງ, ອະ​ດີດ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ:

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ແມ່ນ​ຄູ​ສອນ​ທີ່​ສຸດອົກສຸດໃຈ ​ແລະ ​ເຄົາລົບ​ນັບຖື

ຂ້າ​ພະ​ເຈົ້າ​ຈື່ໄດ້​ວ່າ ​ຄັ້ງ​ທຳ​ອິດ​ທີ່​ໄດ້​ພົບ​ປະ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ເມື່ອ​ຕົນຍັງເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ ສສ​​ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ຜູ້ທຳອິດ ປີ 1997. ໃນກອງປະຊຸມຄັ້ງນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໄດ້​ຕັ້ງຄຳຖາມໃຫ້​ພວກ​ຂ້າພະເຈົ້າກ່ຽວ​ກັບບັນຫາ​ການ​ເຊື່ອມ​ໂຍງ​ສາ​ກົນ ແລະ ການ​ພົວ​ພັນ​ກັບບັນດາ​ປະ​ເທດ​. ຂ້າພະ​ເຈົ້າ​ໄດ້​ກ່າວຄຳປາໄສ​ວ່າ ບັນຫາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຄືກັບ​ຫ້ວຍ​ທີ່​ໄຫຼອອກ​ສູ່​ແມ່​ນ້ຳ, ຈາກ​ແມ່​ນ້ຳ​ອອກສູ່​ທະເລໃຫຍ່. ຫວຽດນາມ ພວມ​ຕົກ​ຢູ່​ໃນ​ສະພາບ​ດັ່ງກ່າວ. ພວກເຮົາ​ຄືກັບ​ຫ້ວຍທີ່​ໄຫຼ​ອອກ​ສູ່​ແມ່ນໍ້າ, ຈາກແມ່ນ້ຳ​​ໄຫຼ​ລົງ​ສູ່​ທະເລໃຫຍ່. ພວກ​ເຮົາ​ຕ້ອງ​ອອກໄປ​ສູ່ທະເລໃຫຍ່ ຖ້າ​ບໍ່​ດັ່ງ​ນັ້ນ​ ພວກ​ເຮົາ​ຈະ​ບໍ່​ຮູ້​ວ່າ​ມ ທະເລໃຫຍ່ເປັນ​ແນວ​ໃດ. ​ນັ້ນແມ່ນບັນຫາການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເປັນ​ບັນຫາ​ຂອງ​ໂລກາພິວັດ, ​ເປັນ​ຜົນ​ປະໂຫຍດຕໍ່ຊາດ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ເຫັນ​ດີ ​ແລະ ສະໜັບສະໜູນ​ທັດສະນະ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ, ຫວຽດນາມ ຕ້ອງ​ອອກ​ໄປ​ສູ່​​ທະເລໃຫຍ່​ ​ແລະ ປະຈຸ​ບັນ ພວກ​ເຮົາໄດ້​ເຫັນ​ຢ່າງ​ຈະ​ແຈ້ງ​ໝາກຜົນ​ແຫ່ງ​ການ​ເຊື່ອມ​ໂຍງ​ດັ່ງກ່າວ.

ຫຼັງ​ຈາກ​ນັ້ນ, ທີ່​ກອງ​ປະ​ຊຸມ​ທາງ​ການ​ທູດຫຼາຍຄັ້ງຕໍ່ມາ, ຂ້າ​ພະ​ເຈົ້າ​ໄດ້​ພົບ​ປະ ແລະ ໄດ້ຮັບຟັງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ​ ກ່າວ​ຄຳ​ປາ​ໄສ. ບັນດາ​ບົດ​ຂຽນ ​ແລະ ຄຳຕັກເຕືອນຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ໂດຍ​ສະ​ເພາະ​ແມ່ນ​ກ່ຽວ​ກັບ​ວຽກ​ງານ​ການ​ທູດແບບ​ໄມ້​ໄຜ່, ​ແມ່ນ​ປຶ້ມ​ຄູ່​ມື​ເພື່ອ​ໃຫ້ພະນັກ​ງານການ​ທູດ​ໄດ້​ຮ່ຳຮຽນ ​ແລະ ປະຕິບັດຕາມ. ນັ້ນ​ແມ່ນ​ຄຳ​ສິດສອນ​ທີ່ ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໄດ້​ຖອດ​ຖອນ​ຈາກ​ຂະບວນການ​ພັດ​ທະ​ນາ​ປະ​ຫວັດ​ສາດ​ຂອງ​ການ​ທູດ​ແຫ່ງ​ຊາດ. ໄມ້​ໄຜ່​ມີ​ຄວາມ​ເຂັ້ມ​ແຂງ ​ແຕ່​ມີ​ຄວາມ​ອ່ອນໂຍນ ແລະ ມັນ​ໄດ້​ປະກອບສ່ວນ​ນຳ​ ຫວຽດນາມ ​ໄປ​ສູ່​ລະດັບ​ສາກົນ ​ແລະ ມີຫຼາຍ​ປະ​ເທດ ​ໄດ້​ຮ່ຳຮຽນຕາມ.

ໃນ​ປີ 2015, ເມື່ອ​ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ ໄດ້​ໄປ​ຢ້ຽມ​ຢາມ​ ອາເມລິກາ. ນັ້ນ​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ໃນ​ການ​ພົວພັນ​ທາງ​ການ​ທູດ​ຂອງ​ສອງ​ປະ​ເທດ ​ແລະ ​ໃນ​ປະຫວັດສາດ​ມວນມະນຸດ​ໂລກ, ​ເມື່ອ​ ທ່ານ​ເລຂາທິການ​ໃຫຍ່​ ພັກ​ກອມ​ມູນິດ ​ໄດ້​ຮັບການເຊີ້ອ​ເຊີນ​ຈາກ​ ອາ​ເມ​ລິ​ກາ​. ຫຼັງຈາກນັ້ນ, ທ່ານ​ເລຂາທິການ​ໃຫຍ່​ ຍັງ​ໄດ້​ຕິດຕາມ​ ​ແລະ ປະກອບສ່ວນ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ພົວພັນ ​ຫວຽດນາມ - ອາ​ເມ​ລິ​ກາ.

ປີ 2023, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ໃຫ້ການຕ້ອນຮັບ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ ​ ແລະ ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຍົກ​​ຂຶ້ນ​ສູ່​ລະດັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ. ສິ່ງນີ້ຈະເປັນ​​​ປະ​ໂຫຍດ​ຫຼາຍ​ສໍາ​ລັບ​ປະ​ຊາ​ຊົນ ​ແລະ ​ປະ​ເທດ​ຂອງ​ພວກ​ເຮົາ​. ​ເຖິງແມ່ນ​ວ່າ​ບໍ່​ໄດ້​ມາ​ຈາກ​ຂະແໜງ​ການ​ທູດ, ​ແຕ່​ພວກ​ຂ້າພະເຈົ້າເມື່ອໃດກໍ່​ຖື​ວ່າ​ ທ່ານ​ເລຂາທິການ​ໃຫຍ່ ​ເປັນ​ຄູ​ສອນ​ທີ່​ສຸດອົກສຸດໃຈ ​ແລະ ​ເຄົາລົບ​ນັບຖື.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ: ເປັນຄົນນຳໜ້າ ແລະ ສຸດອົກສຸດໃຈກັບພະນັກງານການທູດ

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຂົ້າຮ່ວມກອງປະຊຸມການທູດ ຄັ້ງທີ 32 ທີ່ຈັດຂຶ້ນໃນປີ 2023.

ທ່ານ​ເອກ​ອັກຄະ​ລັດຖະທູດ ຫງວຽນ​ແທງ​ເຊີນ, ອະດີດ​ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ:

ລຸງ​ໄດ້​ສົ່ງ​ຕໍ່ຄວາມ​ປາດ​ຖະ​ໜາ​ເພື່ອ​ຊຸກ​ຍູ້​ພະນັກງານການທູດພວກຂ້າພະເຈົ້າ

ຂ້າພະເຈົ້າໄດ້ພົບປະກັບ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຫຼາຍຄັ້ງ. ພິ​ເສດ​ແມ່ນ ​ປີ 2014, ​ເມື່ອຕົນຍັງ​ເປັນ​ເອກ​ອັກຄະ​ລັດຖະທູດ​​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ປະຈຳ​ ສະຫະພັນ ​ລັດ​ເຊຍ, ຂ້າພະ​ເຈົ້າ​ໄດ້​ໃຫ້ການຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ມາ​ຢ້ຽມຢາມ ​ສະຫະພັນ​ ລັດ​ເຊຍ ຢ່າງ​ເປັນ​ທາງ​ການ. ​ເນື່ອງ​ໃນ​ໂອກາດ​ທີ່​ຄະນະ​ຜູ້​ແທນ​ພັກ ​ແລະ ລັດ​ຂອງ​ພວກ​ເຮົາ​ມາ​ຢ້ຽມຢາມ ​ສະຫະພັນ​ ລັດ​ເຊຍ, ທ່ານ​ປະທານາທິບໍດີ ສະຫະພັນ ​ລັດ​ເຊຍ Putin ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ນຳພາ​ຂອງ ​ທ່ານ​ເລຂາທິການ​ໃຫຍ່​ ພັກ​ກອມ​ມູນິດ ​ຫວຽດນາມ.

​ໃນ​ຖານະ​ເປັນ​ປະ​ເທດ​ມະຫາ​ອຳນາດ​ໂລກ, ສະຫະພັນ ​ລັດ​ເຊຍ ​ໄດ້​ຕີ​ລາຄາ​ສູງ​ສຳລັບແນວທາງ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ ຫວຽດນາມ. ລັດ​ເຊຍ ກໍ່​ຢືນຢັນ​ວ່າ ຫວຽດນາມ ​ປະສົບ​ຜົນສຳ​ເລັດ​ແມ່ນ​ຍ້ອນ​ການ​ຊີ້ນຳທີ່ມີຄວາມຕັດສິນໃຈສູງ ​ແລະ ຖືກຕ້ອງ​ຂອງ​ ພັກ​ກອມ​ມູນິດ ​ຫວຽດນາມ. ຫວຽດນາມ​ ໄດ້​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ, ​ໃນ​ນັ້ນ ​ມີ​ຄວາມ​ສາມັກຄີ​ກັບ​ປະຊາຊົນ​ ສະຫະພັນ​ ລັດ​ເຊຍ.

ສິ່ງນັ້ນ​ໄດ້​ຢືນຢັນ​ວ່າເປັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ທີ່​ຖືກຕ້ອງ​ຂອງ​ ຫວຽດນາມ ​ແຕ່​ອະດີດ​ເຖິງ​ປະຈຸ​ບັນ.

ປີ 2023, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ໄດ້ມາ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ການ​ທູດ ​ຄັ້ງ​ທີ 32 ກໍ່ໄດ້​ຍົກ​ອອກ​ຢ່າງ​ຈະ​ແຈ້ງ​ວ່າ: ການ​ທູດ​ ຫວຽດ​ນາມ ຕ້ອງ​ຮັກ​ສາ​ແນວທາງ, ການ​ທູດ​ ຫວຽດ​ນາມ ຕ້ອງ​ປະ​ຕິ​ບັດຕາມ​ບັນ​ດາ​ທິດ​ນຳຂອງ​ມະຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ກອມ​ມູ​ນິດ​ຢ່າງ​ຄ່ອງແຄ້ວ. ນັ້ນ​ແມ່ນ​ການໜູນໃຊ້ຢ່າງຄ່ອງແຄ້ວ​, ບໍ່​ແຂງກະດ້າງ​, "ເອົາວິ່ງທີ່ປ່ຽນ​ແປງ ມາຮັບມືກັບ​ການ​ປ່ຽນ​ແປງ​ທັງ​ຫມົດ​"​. ​ໂດຍ​ອີງ​ຕາມ​ສະພາບ​ການ ​ແລະ ​ເງື່ອນ​ໄຂເພື່ອນຳໃຊ້ບັນດາການ​ຕັດສິນ​ໃຈ​ທີ່​ເໝາະ​ສົມ, ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງຊາດ ​ແລະ ແນວ​ທາງ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ.

​ແຕ່​ໃນ​ຂະນະ​ນັ້ນ ກໍ​ໃຫ້​ເພື່ອນ​ມິດ​ໂລກ​ເຫັນ​ຢ່າງ​ຈະ​ແຈ້ງ​ວ່າ ຫວຽດນາມ ຍາມ​ໃດ​ກໍ່​ປາດ​ຖະໜາ​ຢາກ​ສ້າງ​ເພື່ອນ​ມິດ​ກັບ​ທຸກ​ປະ​ເທດ. ຫວຽດ​ນາມ ຮັກ​ຫອມສັນ​ຕິ​ພາບ, ຮັກ​ສາ​ສັນ​ຕິ​ພາບ ແລະ ຫວຽດ​ນາມ ຢາກ​ນຳ​ສັນ​ຕິ​ພາບ​ມາ​ໃຫ້​ບັນ​ດາ​ປະ​ເທດ​ບໍ່​ພຽງ​ແຕ່​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ໃນ​ໂລກອີກດ້ວຍ. ເພາະສະ​ນັ້ນ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ ຫວຽດ​ນາມ ​ແມ່ນ​ພົ້ນ​ເດັ່ນ​ເປັນ​ພິ​ເສດ​ໃນ​ໄລ​ຍະ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ ແລະ ພິ​ເສດ​ແມ່ນ​ເມື່ອ ​ຫວຽດ​ນາມ ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ກໍ່​ປາດ​ຖະໜາ​ວ່າ ການ​ພົວພັນ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ເວົ້າ​ລວມ ຕ້ອງກ້າວ​ໄປ​ເຖິງ​ລະບົບໃນແຜນ ​ແລະ ທັນ​ສະ​ໄໝ, ຫັນ​ເປັນ​ທັນ​ສະ​ໄໝ ​ແລະ ມາດ​ຕະຖານ​​ພະນັກງານ, ​ເຮັດ​ໃຫ້​ພະນັກງານການ​ທູດ​ ຫວຽດນາມ ​ເທົ່າ​ທຽມ​ກັບ​​ພະນັກງານການ​ທູດ​ຂອງ​ໂລກ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ມີການຢ້ຽມຢາມ ແລະ ໂອ້ລົມຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ

ຍສໝ - ໃນວັນທີ 29 ມິຖຸນາ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການຢ້ຽມຢາມ ແລະ ໂອ້ລົມກັບການນຳ, ພະນັກງານ, ຄູອາຈານ ແລະ ນັກສຶກສາຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ. ການໂອ້ລົມໄດ້ຖ່າຍທອດສົດທີ່ຊ່ອງ VTV1, ສະຖານີໂທລະພາບຫວຽດນາມ.

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ພົບປະກັບອະດີດເລຂາທິການໃຫຍ່ ແລະ ອະດີດປະທານປະເທດຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນົງດຶກແມ້ງ ແລະ ທ່ານອະດີດປະທານປະເທດຫວຽດນາມ ເຈິ່ນດຶກເລືອງ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.