ປະດັບຫຼຽນ​ໄຊ​ດາວ​ຄຳ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ

22:46 | 18/07/2024

ຍສໝ - ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ໄດ້ປະກາດຂໍ້ຕົກລົງ ແລະປະດັບຫຼຽນໄຊດາວຄຳໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​ ອົງການ​ບໍ່​ຂຶ້ນ​ກັບ​ລັດ​ຖະບານ​ຕ່າງປະ​ເທດ​ 8 ແຫ່ງ ໃຫ້​ຄຳ​ໝັ້ນ​ສັນຍາ​ຊ່ວຍ​ເຫຼືອ​ແຂວງ ​ກວາງຫງາຍ ເກືອບ 169 ຕື້​ດົ່ງ​​
ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ ທ່ານ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິງ ພົບປະແລກປ່ຽນຄຳຄິດຄຳເຫັນກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ​ຈີນ ສີ​ຈິ້ນ​ຜິງ

ຕອນ​ບ່າຍ​ວັນ​ທີ 18 ກໍລະກົດ, ຢູ່ຮ່າໂນ້ຍ, ພັກ ​ແລະລັດໄດ້​ຈັດ​ຕັ້ງ​ພິທີ​ປະດັບ​ຫຼຽນ​ໄຊ​ດາວ​ຄຳໃຫ້​ທ່ານເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ.

ປະດັບຫຼຽນ​ໄຊ​ດາວ​ຄຳ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ. ພາບ: baochinhphu.vn

ຕາງໜ້າການນຳພັກ, ລັດ, ທ່ານ ໂຕເລິມ, ກຳມະການກົມການເມືອງ, ປະທານປະເທດຫວຽດນາມ ໄດ້ປະກາດຂໍ້ຕົກລົງ ແລະປະດັບຫຼຽນໄຊດາວຄຳໃຫ້ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

​ເຂົ້າ​ຮ່ວມ​ພິທີ​ປະດັບ​ຫຼຽນ​ໄຊ​ດາວຄໍາມີ​ບັນດາ​ກຳມະການ​ກົມ​ການ​ເມືອງ, ກໍາມະການ​ຄະນະ​ເລຂາທິການ, ພະນັກງານ​ທີ່ຊ່ວຍ​ວຽກໃຫ້ທ່ານ​ເລຂາທິການ​ໃຫຍ່ ຈໍານວນໜຶ່ງ ​ແລະຜູ້ຕາງໜ້າ​ຄອບຄົວຂອງທ່ານ ຫງວຽນ​ຝູຈ້ອງ.

ຂໍ້ຕົກລົງປະດັບຫຼຽນ​ໄຊ​ດາວ​ຄຳ, ​ເປັນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ພັກ ​ແລະລັດ, ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ​ແມ່ນ​ການ​ຮັບ​ຮູ້​ຂອງ​ພັກ, ລັດ ​ແລະປະຊາຊົນສໍາລັບ​ຄຸນງາມຄວາມດີ, ການປະກອບສ່ວນອັນໃຫຍ່ຫຼວງ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູຈ້ອງ ໃນພາລະກິດປະຕິວັດຂອງພັກ, ຂອງປະເທດຊາດ.

ບູນມີ

ເຫດການ
302 Found

Found

The document has moved here.