ອົງການ COPION (ສ.ເກົາຫຼີ) ມອບເຮືອນໃຫ້ບັນດາຄອບຄົວທຸກຍາກຢູ່ ຮາຍເຢືອງ

06:46 | 25/07/2024

ຍສໝ - ວັນທີ 16 – 17 ກໍລະກົດ, ສູນຮ່ວມມືມິດຕະພາບ (ສະຫະພັນບັນດາອົງການມິດຕະພາບແຂວງ ຮາຍເຢືອງ) ໄດ້ສົມທົບກັບອົງການ COPION (ສ.ເກົາຫຼີ) ຈັດພິທີເປີດ, ມອບເຮືອນມິດຕະພາບໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ເມືອງ ຕື້ກີ ແລະ ເກີມຢາງ, ແຂວງ ຮາຍເຢືອງ .

ໂດຍໄດ້​ຮູ້​ວ່າ 4 ຄອບຄົວ​ທີ່ໄດ້​ຮັບ​ການ​​ຊ່ວຍເຫຼືອ​ກໍ່ສ້າງ​ເຮືອນ​ຄື: ນາງ ຫງວຽນ​ທິຍາ (ຕາ​ແສງ ຕຽນ​ດົ້ງ), ດົ່ງ​ທິທູຍ (ຕາ​ແສງ ກວາງ​ຈູ່ງ), ນາງ ຫງວຽນ​ທິ​ໂບດ (​ຕາ​ແສງ​ ຫງອກ​ກີ) ​ແລະ ນາງ ຫງວຽນ​ທິເທ່ວ (​ຕາ​ແສງ ຮື່ງ​ດາວ). ນີ້​ແມ່ນ​ບັນດາ​ຄອບຄົວ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ໃນ​ບັນດາ​ທ້ອງ​ຖິ່ນ.

Mỗi ngôi nhà hữu nghị trị giá 220 triệu đồng do Tổ chức COPION trao tặng cho hộ nghèo tỉnh Hải Dương(Ảnh: Báo Hải Dương).  ເຮືອນມິດຕະພາບແຕ່ລະຫຼັງມີມູນຄ່າ 220 ລ້ານດົ່ງ ໂດຍອົງການ COPION ມອບໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ຮາຍເຢືອງ. (ພາບ: ໜັງສືພິມ ຫາຍເຢືອງ).

ເຮືອນມິດຕະພາບແຕ່ລະຫຼັງມີມູນຄ່າ 220 ລ້ານດົ່ງ ໂດຍອົງການ COPION ມອບໃຫ້ບັນດາຄອບຄົວທຸກຍາກຢູ່ແຂວງ ຮາຍເຢືອງ. (ພາບ: ໜັງສືພິມ ຫາຍເຢືອງ).

ເຮືອນມິດຕະພາບ 4 ຫຼັງ ມີເນື້ອທີ່ 35-40 ຕາແມັດ. ມູນຄ່າການກໍ່ສ້າງເຮືອນແຕ່ລະຫຼັງແມ່ນ 220 ລ້ານດົ່ງ, ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກທະນາຄານອຸດສາຫະກຳ ສ.ເກົາຫຼີ (IBK) ໂດຍຜ່ານອົງການ COPION.

ໃນ​ວັນ​ດຽວ​ກັນ, ອົງການ COPION ​ແລະ ທະນາຄານ​ອຸດສາຫະກຳ ສ.​ເກົາຫຼີ ​ໄດ້​​ຊ່ວຍ​ການ​ກໍ່ສ້າງ​ຫ້ອງ​ນ້ຳ 58,7 ຕາ​ແມັດ, ​ມຸງ​ດ້ວຍ​ເຫຼັກສັງກະສີ​ກັນຄວາມຮ້ອນ, ​​ຕິດ​ຕັ້ງ​ອຸປະກອນຫ້ອງນ້ຳ; ມອບອຸປະກອນຫ້ອງຄອມພິວເຕີ ປະກອບມີ ຄອມພິວເຕີ 20 ເຄື່ອງ, ແອ 2 ເຄື່ອງ, ໂຕະ 20 ໜ່ວຍ, ຕັ່ງ 40 ໜ່ວຍ; ຕິດຕັ້ງລະບົບກອງນໍ້າບໍລິສຸດໃຫ້ໂຮງຮຽນປະຖົມ ຮື່ງດາວ; ມອບທຶນການສຶກສາ 10 ທຶນ (ແຕ່ລະ 1 ລ້ານດົ່ງ) ໃຫ້ນັກຮຽນຂອງໂຮງຮຽນ 10 ຄົນທີ່ທຸກຍາກແຕ່ຜ່ານຜ່າຄວາມຫຍຸ້ງຍາກ. ລວມຍອດ​ຈຳນວນ​ເງິນ​ຊ່ວຍເຫຼືອ​ໃຫ້​ໂຮງຮຽນ​ປະຖົມ​ຮື່ງດາວ​ ແມ່ນ 770 ລ້ານ​ດົ່ງ.

ລວມ​ມູນ​ຄ່າ​ໂຄງການ​ທີ່​ອົງການ COPION ​ໄດ້​​ຊ່ວຍເຫຼືອ​ໃຫ້​ເມືອງ ຕື້ກີ ​ແມ່ນ 1,65 ຕື້​ດົ່ງ.

ວັນທີ 17 ກໍລະກົດ, ອົງການ COPION ສ.ເກົາຫຼີ ໄດ້ສືບຕໍ່ມອບເຮືອນມິດຕະພາບ 3 ຫຼັງ ໃຫ້ແກ່ບັນດາຄອບຄົວທຸກຍາກຢູ່ເມືອງ ເກີມຢາງ ແລະ ໄດ້ເປີດໂຄງການກໍ່ສ້າງຫ້ອງນໍ້າໃຫ້ແກ່ໂຮງຮຽນປະຖົມ ລ່າຍແກັກ.

“ໂຄງການ​ຊ່ວຍເຫຼືອ​ການ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ຢູ່​ເມືອງ ຕື້ກີ ​ແລະ ເກີມຢ່າງ” ​ໂດຍ​ອົງການ COPION (ສ.​ເກົາຫຼີ) ຊ່ວຍເຫຼືອລ້າ. ທ່ານ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮາຍ​ເຢືອງ ​ໄດ້​ຮັບຮອງ​ເອົາ​ໂຄງການໃນ​ວັນ​ທີ 10 ພຶດສະພາ​ນີ້.

COPION ແມ່ນອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານທີ່ມີຫ້ອງການຢູ່ ເຊອູນ, ສ້າງຕັ້ງຂຶ້ນໃນປີ 1999, ເປັນຫນຶ່ງໃນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານແຕ່ດົນນານ ແລະ ເປັນທີ່ເຊື່ອໝັ້ນ ຢູ່ເກົາຫລີ. ອົງການ COPION ໄດ້​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​ຢູ່​ຫວຽດນາມ ນັບ​ແຕ່​ປີ 2017 ​ໃນ​ຂົງ​ເຂດ​ຊ່ວຍເຫຼືອ​ການ​ພັດທະນາ, ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ, ການ​ແລກປ່ຽນ​ວັດທະນະທຳ. ອົງການ COPION ມີປະສົບການຢ່າງກວ້າງຂວາງໃນການຊ່ວຍເຫຼືອການຈັດຕັ້ງປະຕິບັດໂຄງການກໍ່ສ້າງພື້ນຖານໂຄງລ່າງດ້ານການສຶກສາ. ມາ​ຮອດ​ປະຈຸ​ບັນ, ຫຼາຍ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ກໍ່ສ້າງ​ຫ້ອງ​ຮຽນ ​ແລະ ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ຮຽນ​ຮູ້​ຂອງ​ນັກຮຽນ​ຢູ່​ຫຼາຍ​ແຂວງ, ນະຄອນ​ຂອງ​ຫວຽດນາມ. ອົງການ Copion ກໍ່​ມີ​ບັນດາ​ການ​ເຄື່ອນ​ໄຫວ​​ຊ່ວຍເຫຼືອ​ຊຸມ​ຊົນ​ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຄື: ຮາຍ​ເຢືອງ, ຝູ​ເຖາະ… ​ເຊິ່ງ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ທ້ອງ​ຖິ່ນ.

ຊ ສະຫວັດ

ເຫດການ
302 Found

Found

The document has moved here.