ການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ” ລະຫວ່າງແມ່ຍິງດ່ານັ້ງ ແລະນັກສຶກສາລາວ

22:22 | 07/07/2022

ຕອນບ່າຍວັນທີ 4 ກໍລະກົດ, ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງ ລາວ ແລະສູນກາງສະຫະພັນແມ່ຍິງຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຂົ້າຮ່ວມການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ” ລະຫວ່າງແມ່ຍິງດ່ານັ້ງ ແລະນັກສຶກສາລາວ.

ງານດົນຕີແມ່ນຊ່ອງທາງການຮ່ວມມືຂອງຕໍາຫຼວດໃນອາຊຽນ + ງານດົນຕີແມ່ນຊ່ອງທາງການຮ່ວມມືຂອງຕໍາຫຼວດໃນອາຊຽນ +
ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022 ໄຂ​ກອງ​ປະ​ຊຸມທົ່ວປະເທດ​ກ່ຽວ​ກັບ​ວຽກງານພົວພັນ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ​ປີ 2022

ເຂົ້າຮ່ວມລາຍການມີທ່ານນາງ ອິນລາວັນ ແກ້ວບຸນພັນ, ກຳມະການສູນກາງພັກ, ປະທານສະຫະພັນແມ່ຍິງລາວ; ທ່ານນາງ ເຈິ່ນລານເຟືອງ ຮອງປະທານສູນກາງ ສະຫະພັນແມ່ຍິງຫວຽດນາມ; ທ່ານນາງ ຮວ່າງທິທູເຮືອງ ປະທານສະຫະພັນແມ່ຍິງ ນະຄອນດ່ານັ້ງ.

ໂຄງການຕົວແບບ “ແມ່ຜູ້ທີສອງ” ໄດ້ຜັນຂະຫຍາຍມາແຕ່ເດືອນ ມິນາ 2019. ນັບແຕ່ເມື່ອປຸກລະດົມ, ໂຄງການມີ 11 ຄອບຄົວແມ່ນບັນດາພະນັກງານສະຫະພັນຕາແສງຮວ່າແຄ໊ງນາມ (ເມືອງລຽນຈ໊ຽວ) ຮັບສຶກສາລາວ 2 ຄົນທີ່ພວມຮ່ຳຮຽນຢູ່ດ່ານັ້ງ ມາເປັນລູກຮັກ. ມາຮອດປະຈຸບັນ, ນັກສຶກສາລາວ ໄດ້ເປັນລູກຮັກຂອງຄອບຄົວຊາວຫວຽດນາມ ຢູ່ດ່ານັ້ງ ມີ 22 ຄົນ.

ບັນຍາກາດທີ່ລາຍການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ”. ພາບ: ມາຍກວາງ.
ບັນຍາກາດທີ່ລາຍການພົບປະແລກປ່ຽນໂຄງການຕົວແບບ “ແມ່ຜູ້ທີສອງ”. ພາບ: ມາຍກວາງ.

ວັນທີ 28 ມິຖຸນາ ຜ່ານມາ, ສະມາຄົມແມ່ຍິງຕາແສງ ຮວ່າແຄ໊ງນາມ ສືບຕໍ່ປະຕິບັດໂຄງການ “ແມ່ຜູ້ທີສອງ” ຄັ້ງທີ 2 ດ້ວຍ 13 ຄອບຄົວແມ່ນພະນັກງານ, ສະມາຊິກແມ່ຍິງໄດ້ຮັບລູກຮັກ ແມ່ນນັກສຶກສາລາວ 26 ຄົນ ທີ່ພວມຮ່ຳຮຽນຢູ່ໂຮງຮຽນມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລດ່ານັ້ງ.

ການພົບປະສັງສັນ, ພົບປະແລກປ່ຽນມີຄວາມໝາຍສຳຄັນເມື່ອສອງປະເທດພວມມຸ່ງໄປເຖິງວັນສະເຫຼີມສະຫຼອງສຳຄັນ. ພາບ: ມາຍກວາງ.
ການພົບປະສັງສັນ, ພົບປະແລກປ່ຽນມີຄວາມໝາຍສຳຄັນເມື່ອສອງປະເທດພວມມຸ່ງໄປເຖິງວັນສະເຫຼີມສະຫຼອງສຳຄັນ. ພາບ: ມາຍກວາງ.

ກ່າວຄຳເຫັນທີ່ລາຍການ, ທ່ານນາງ ອິນລາວັນ ແກ້ວບຸນພັນ ແບ່ງປັນວ່າ ການພົບປະສັງສັນ, ພົບປະແລກປ່ຽນມີຄວາມໝາຍສຳຄັນເມື່ອສອງປະເທດພວມມຸ່ງໄປເຖິງການສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ລາວ (5-9-1962 / 5-9-2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະການຮ່ວມມື (18-7-1977 / 18-7-2022).

ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ ແລະສູນກາງສະຫະພັນແມ່ຍິງຫວຽດນາມ ໄປຢ້ຽມຢາມບໍລິສັດ Bioteck ມິງຮົ່ງ. ພາບ: ມາຍກວາງ.
ຄະນະຜູ້ແທນຂັ້ນສູງສະຫະພັນແມ່ຍິງລາວ ແລະສູນກາງສະຫະພັນແມ່ຍິງຫວຽດນາມ ໄປຢ້ຽມຢາມບໍລິສັດ Bioteck ມິງຮົ່ງ. ພາບ: ມາຍກວາງ.

ທ່ານນາງ ອິນລາວັນ ແກ້ວບຸນພັນ ເວົ້າວ່າ ບັນດາສະມາຊິກ ກໍ່ຄືແມ່ຍິງລາວ ໃນທົ່ວປະເທດ ຂໍສະແດງຄວາມຂອບອົກຂອບໃຈຕໍ່ແມ່ຫວຽດນາມ, ສະຫະພັນແມ່ຍິງນະຄອນດ່ານັ້ງ, ສະມາຄົມແມ່ຍິງຕາແສງຮວ່າແຄ໊ງນາມ ທີ່ໄດ້ຈັດຕັ້ງໂຄງການທີ່ມີຄວາມໝາຍນີ້ ແລະຊ່ວຍເຫຼືອນັກສຶກສາລາວ ຢ່າງໃຫຍ່ຫຼວງ.

ກອ​ງ​ທັບ​

ເຫດການ
302 Found

Found

The document has moved here.