ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ

17:12 | 14/02/2023

ຍສໝ - ຫວ່າງມໍ່ໆນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ພົບປະເຈລະຈາກັບທ່ານປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ ມີ​ວິ​ສາ​ຫະ​ກິດ ຫຼາຍ​ແຫ່ງ​ຢູ່ Fukuoka ແລະ ເຂດ Kyushu, ຍີ່​ປຸ່ນ ພວມ​ມີ​ຄວາມ​ສົນ​ໃຈ​ຕໍ່​ຕະຫຼາດ ຫວຽດ​ນາມ
ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດລາວ

ທີ່​ການ​ພົບປະເຈລະຈາທາງໄກລະດັບ​ສູງ​, ການ​ນຳ​ສອງ​ທ່ານ​ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ທີ່​ໄດ້​ພົບ​ປະກັນຄືນໃໝ່ ​ແລະ ​ເນັ້ນ​ໜັກ​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອເລີ່ມຕົ້ນການ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຍີ່ປຸ່ນ. ຕາມ​ນັ້ນ​ແລ້ວ, ການ​ນຳ​ສອງ​ປະ​ເທດ​ໄດ້ເຫັນ​ດີ​ເປັນ​ເອກະພາບກັນ ​ສະໜັບສະໜູນ 2 ຝ່າຍໃນການສົມທົບ​ກັນ​ເປັນ​ຢ່າງ​ດີ ​​ເພື່ອຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ລສະເຫຼີມສະຫຼ
ອງ ເພືື່ອສ້າງ​ຄວາມ​ສາມັກຄີ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ຍົກການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ໃຫ້​ພັດທະນາ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງແທດກັບຈິງໃຫ້​ປະຊາຊົນ​ສອງ​ປະ​ເທດ.

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ມີການພົບປະເຈລະຈາ ກັບປະທານພັກປະຊາທິປະໄຕເສລີ, ນາຍົກລັດຖະມົນຕີ ຍີ່ປຸ່ນ
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສະ​ແດງ​ຄວາມ​ພູມໃຈ​ຕໍ່​ການ​ພັດທະນາ​ຂອງ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ. (ພາບ: baochinhphu)

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ສະ​ແດງ​ຄວາມ​ພູມໃຈ​ຕໍ່​ການ​ພັດທະນາ​ຂອງ​ການ​ພົວພັນ​ຫວຽດນາມ - ຍີ່ປຸ່ນ, ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ຍີ່​ປຸ່ນ ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຫວຽດນາມ, ​ໃນ​ນັ້ນ ຍີ່ປຸ່ນ ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ເສດຖະກິດ​ທີ່ຈັດຢູ່ແຖວໜ້າ ​ຂອງຫວຽດນາມ ດ້ວຍ​ການ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA) ທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ​ແມ່ນ​ໜຶ່ງ​ໃນບັນດາ​ຄູ່​ຮ່ວມ​ມື​ດ້ານ​ການ​ລົງທຶນ, ການ​ຄ້າ ​ແລະ ​ການຮ່ວມມືດ້ານແຮງ​ງານ​ແຖວ​ໜ້າ​ຂອງ​ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຢືນຢັນວ່າ ຫວຽດນາມ ຍຶດໝັ້ນນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍໃນການພົວພັນຕ່າງປະເທດ; ເປັນເຈົ້າການ ​ແລະ ຕັ້ງໜ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ຮອບດ້ານ ​ແລະ ​ເລິກ​ເຊິ່ງ; ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ເປັນສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ​ປະຊາ​ຄົມສາກົນ. ໃນນັ້ນ, ຍີ່ປຸ່ນ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນທີ່ສຸດຂອງ ຫວຽດນາມ.

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຢືນຢັນ​ວ່າ ​ໃນ​ສະພາບ​ການ​ໂລກ​ປະຈຸ​ບັນ, ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັບ ຍີ່ປຸ່ນ ກ່ຽວ​ກັບ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ​ໂລກ, ​ໃນ​ນັ້ນ​ມີ​ການ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ.

ທ່ານ​ນາຍົກລັດຖະມົນຕີ Kishida Fumio ກໍ່​ເນັ້ນ​ໜັກ​ວ່າ ຍີ່ປຸ່ນ ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດການ​ລົງທຶນ, ການ​ຄ້າ, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ແລະ ຂົງ​ເຂດ​ອື່ນໆ; ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ​ເຊິ່ງປະຈຸ​ບັນ​ມີຈຳນວນ​ເກືອບ 500.000 ຄົນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ ຍີ່ປຸ່ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Kishida Fumio ກ່າວວ່າ ໄດ້ກຽມພ້ອມ​ສ້າງ​ເງື່ອນ​ໄຂ​ສະ​ດວກໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ ໃນການດຳ​ລົງ​ຊີ​ວິດ, ເຮັດ​ວຽກ ແລະ ຮ່ຳ​ຮຽນ​ຢູ່ ຍີ່​ປຸ່ນ ຢ່າງ​ເປັນປົກກະຕິ.

ການ​ນຳ​ສອງ​ທ່ານ ​ໄດ້​ເຫັນ​ດີ​ຕີ​ລາຄາ​ວ່າ ການ​ພົບ​ປະ​ຂັ້ນ​ສູງ​ທາງ​ໄກຄັ້ງນີ້ ​ໄດ້​ສິ້ນ​ສຸດ​ຢ່າງຈົບງາມ. ສອງ​ຝ່າຍ​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ສອງ​ຝ່າຍສຳຫຼັບ​ແຕ່ລະ​ປະ​ເທດ, ​ເພີ່ມ​ທະວີ​ການ​ຊຸກຍູ້​ການ​ພັດທະນາ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຊີ້​ນຳ​ບັນດາ​ກົມ, ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ຂອງ 2 ປະ​ເທດ ໃນການປະຕິບັດ​ບັນດາ​ໝາກຜົນ​ແຫ່ງ​ການ​ເຈລະຈາ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ບັນລຸ​ໄດ້​ລະຫວ່າງ 2 ປະ​ເທດ, ຊຸກຍູ້​ບັນດາ​ກົນ​ໄກ​ຮ່ວມ​ມື ​ເພື່ອ​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ໄດ້ນັບມື້ນັບ​ພັດທະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.