ກອງປະຊຸມປຶກສາຫາລືລະດັບລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10

18:42 | 22/11/2023

ຍສໝ - ປະຕິບັດ​ສັນຍາ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ, ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ່ຍ​ແທງ​ເຊີນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້ມາຢ້ຽມຢາມ ຫວຽດນາມ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ທູດ ຫວຽດນາມ - ລາວ ​ຄັ້ງ​ທີ 10 ​ແຕ່​ວັນ​ທີ 21 - ວັນທີ 23 ພະຈິກ 2023.

ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນຄັ້ງ​ທີ 43: ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ກອງ​ປະຊຸມ​ຂັ້ນສູງ​ອາ​ຊຽນຄັ້ງ​ທີ 43: ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຢູ່​ນອກ​ກອງ​ປະ​ຊຸມ AMM - 56 ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸ່ຍ​ແທງ​ເຊີນ ພົບ​ປະ​ກັບ​ບັນ​ດາ​ລັດ​ຖະ​ມົນ​ຕີ​ຢູ່​ນອກ​ກອງ​ປະ​ຊຸມ AMM - 56

ຕອນເຊົ້າວັນທີ 22 ພະຈິກ, ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ດຳເນີນການປຶກສາຫາລືດ້ານການເມືອງດ້ວຍການເຂົ້າຮ່ວມຂອງບັນດາການນຳບັນດາຫົວໜ່ວຍວິຊາສະເພາະຂອງກະຊວງການຕ່າງປະເທດ 2 ປະເທດ.

ທີ່​ການ​ປຶກສາ​ຫາລື, ​ໃນ​ບັນຍາກາດ​ແຫ່ງ​ຄວາມ​ຈິງ​ໃຈ, ກົງ​ໄປ​ກົງ​ມາ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ສອງ​ລັດຖະມົນຕີ​ໄດ້​ມີ​ການ​ແລກປ່ຽນ​ຢ່າງ​ກວ້າງຂວາງ ​ແລະ ​ແທດ​ຈິງ, ສຸມ​ໃສ່​ກວດກາ​ຄືນ​ບັນດາ​ເນື້ອ​ໃນ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ກະກຽມ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ວຽກ​ງານ​ການ​ຕ່າງປະ​ເທດ​ຂັ້ນ​ສູງ​ລະຫວ່າງ. ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ພ້ອມ​ທັງ​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ.

ກອງປະຊຸມປຶກສາຫາລືລະດັບລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຄັ້ງທີ 10

ທ່ານ ບຸ່ຍແທງເຊີນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ລາວ.

ສອງ​ຝ່າຍ​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ ຫວຽດນາມ ​ແລະ ລາວ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ​ສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ຫຼາຍ​ຄະນະ ​ແລະ ການ​ພົວພັນ​ຮ່ວມ​ມື​ຂັ້ນ​ສູງ​ຢູ່​ຂັ້ນ​ຕ່າງໆ, ສ້າງ​ພື້ນຖານ ​ແລະ ທິດ​ທາງ​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຢ່າງ​ໝັ້ນຄົງ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ປ້ອງ​ກັນ​ປະ​ເທດ​ສືບ​ຕໍ່​ເອົາ​ໃຈ​ໃສ່​ເພີ່ມ​ທະວີ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ ​ແລະ ສະຖຽນ​ລະ​ພາບ​ຂອງ​ແຕ່ລະ​ປະ​ເທດ.

ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ໄດ້​ເຫັນ​ການ​ປ່ຽນ​ແປງ​ໃນ​ທາງ​ບວກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ; 10 ເດືອນຕົ້ນປີ 2023, ວົງເງິນການຄ້າສອງຝ່າຍບັນລຸກວ່າ 1,3 ຕື້ USD; ບັນດາ​ໂຄງການ​ສຳຄັນ​ສືບ​ຕໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ຊຸກຍູ້, ​ໃນ​ນັ້ນ​ມີ​ຫຼາຍ​ໂຄງການ​ໄດ້​ຮັບ​ການ​ມອບ​ຮັບ ​ແລະ ນຳ​ເຂົ້າ​ປະຕິບັດ; ຄວາມ​ຫຍຸ້ງ​ຍາກ​ແລະ​ອຸ​ປະ​ສັກ​ຫຼາຍ​ໄດ້​ຮັບ​ການ​ແກ້​ໄຂ​.

2 ຝ່າຍ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ - ບຳລຸງ​ສ້າງ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ​ເພີ່ມ​ທະວີ​ການ​ໂຄສະນາ​ເຜີຍ​ແຜ່​ບັນດາ​ລຸ້ນໜຸ່ມ​ຂອງ​ສອງ​ປະ​ເທດ​ກ່ຽວ​ກັບ​ການ​ພົວພັນ​ມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ລາວ.

ທ່ານລັດຖະມົນຕີ ບຸ່ຍແທງເຊີນ ສະເໜີໃຫ້ກະຊວງການຕ່າງປະເທດ 2 ປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບໃຊ້ໃຫ້ແກ່ການຢ້ຽມຢາມ ແລະ ການພົວພັນລະຫວ່າງການນຳຂັ້ນສູງ 2 ປະເທດໃນໄລຍະຈະມາເຖິງ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ໄດ້​ເຫັນ​ດີ​ວ່າ, ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ພ້ອມ​ກັບ​ບັນ​ດາ​ກົມ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ ແລະ ສືບ​ຕໍ່​ທົບ​ທວນ​ຄືນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ສອງ​ປະ​ເທດ​ຫວຽດ​ນາມ ແລະ ປະເທດລາວ.

ລັດຖະມົນຕີ 2 ທ່ານ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງກະຊວງການຕ່າງປະເທດສອງປະເທດນັບມື້ນັບໄດ້ຮັບການຊຸກຍູ້ບົນພື້ນຖານສັນຍາຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດໄລຍະ 2021 – 2025; ເຫັນດີສືບຕໍ່ຮັກສາ ແລະ ຊຸກຍູ້ບັນດາກົນໄກຮ່ວມມືແຕ່ລະໄລຍະລະຫວ່າງ 2 ກະຊວງຄື: ແຜນການເຄື່ອນໄຫວເພີ່ມທະວີການຮ່ວມມືທາງດ້ານການທູດ ແລະ ເສດຖະກິດໃນໄລຍະ 2020 – 2025; ໂຄງ​ການ​ຮ່ວມ​ມື​ຝຶກ​ອົບ​ຮົມ ແລະ ຊຸກ​ຍູ້​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໃຫ້​ບັນ​ດາ​ກະ​ຊວງ, ສາ​ຂາ ແລະ ທ້ອງ​ຖິ່ນ​ຂອງ​ລາວ; ການ​ຄົ້ນ​ຄວ້າ​ຍຸດ​ທະ​ສາດ ...

2 ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນ​ຊາບ​ກ່ຽວ​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ແຕ່ລະ​ປະ​ເທດ, ຢືນຢັນ​ຈະ​ສືບ​ຕໍ່​ຕັ້ງໜ້າ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແລກປ່ຽນ​ທັດສະນະ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ.

2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ພິ​ເສດ​ແມ່ນ​ບັນດາ​ກົນ​ໄກ​ຮ່ວມ​ມື​ອາ​ຊຽນ ​ແລະ ອະນຸ​ພາກ​ພື້ນ​ແມ່​ນ້ຳຂອງ; ສະໜັບສະໜູນຫຼັກໝັ້ນລວມຂອງອາຊຽນກ່ຽວກັບບັນດາບັນຫາຍຸດທະສາດໃນພາກພື້ນ, ໃນນັ້ນມີບັນຫາທະເລຕາເວັນອອກ.

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ​ໄດ້​ຕີ​ລາຄາ​ສູງ​ການ​ກະກຽມ​ຢ່າງ​ຕັ້ງໜ້າ​ຂອງ​ລາວ​ໃນ​ການ​ເປັນ​ປະທານ​ອາ​ຊຽນ 2024 ​ແລະ ​ເນັ້ນ​ໜັກ​ວ່າ ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ສືບ​ຕໍ່​ຮ່ວມ​ມື ​ແລະ ໜູນ​ຊ່ວຍ ລາວ ປະຕິບັດ​ໜ້າ​ທີ່​ສຳຄັນ​ນີ້​ໃຫ້​ສຳ​ເລັດ​ຜົນ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ສະເຫຼີມໄຊ ກົມມະສິດ ໄດ້ເຊື້ອເຊີນທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ມາຢ້ຽມຢາມ ສປປ ລາວ ແລະ ເປັນປະທານຮ່ວມກອງປະຊຸມປຶກສາຫາລືລະດັບລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ຕາມເວລາທີ່ເໝາະສົມໃນປີ 2024.

ຄຳຮຸ່ງ

302 Found

Found

The document has moved here.