ສະມາຄົມຊາວນາຫວຽດນາມ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ: ບັນດາໝາກຜົນອັນພົ້ນເດັ່ນພາຍໃນວຽກງານສະມາຄົມ ແລະ ຂະບວນການຊາວນາ

10:16 | 05/06/2026

ຍສໝ - ເກາະຕິດກັບໜ້າທີ່ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ, ສະມາຄົມຊາວນາຫວຽດນາມ ແມ່ນໄດ້ຫັນປ່ຽນໃໝ່ການເຄື່ອນໄຫວຢ່າງແຂງແຮງ, ເສີມຂະຫຍາຍບົດບາດເປັນເຈົ້າການຂອງຊາວຊົນນະບົດ. ນີ້ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ການຫັນແນວຄິດການຖືເອົາປະຊາຊົນເປັນກົກ, ເພື່ອປະຊາຊົນ ໃຫ້ປະກົດຜົນເປັນຈິງ ເຊິ່ງໄດ້ຮັບການເນັ້ນໜັກໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ (Tô Lâm).

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ສະມາຄົມຊາວນາຫວຽດນາມ ຄັ້ງທີ IX ຈະດຳເນີນຂຶ້ນໃນລະຫວ່າງວັນທີ 7-8/6
ກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ຈະເລືອກຕັ້ງກຳມະການຄະນະບໍລິຫານງານສະໄໝໃໝ່ 135 ທ່ານ
ສະມາຄົມຊາວນາຫວຽດນາມ ນັບຕັ້ງແຕ່ກອງປະຊຸມໃຫຍ່ ຄັ້ງທີ VIII ມາຮອດປັດຈຸບັນ: ບັນດາໝາກຜົນອັນພົ້ນເດັ່ນພາຍໃນວຽກງານສະມາຄົມ ແລະ ຂະບວນການຊາວນາ
ຮູບປະກອບ.

ການສ້າງຕັ້ງສະມາຄົມຊາວນາຫວຽດນາມ ໃຫ້ມີຄວາມປອດໃສ ແລະ ເຂັ້ມແຂງ

ວຽກງານການຈັດວາງກົນໄກການຈັດຕັ້ງຂອງສະມາຄົມທຸກຂັ້ນ ແມ່ນໄດ້ຮັບການປະຕິບັດຢ່າງຂະຫຍັນຂັນເຄື່ອນ ແລະ ເປັນເອກະພາບ ໄປໃນທິດທາງກະທັດຮັດ ແລະ ມີປະສິດທິຜົນ. ວຽກງານການເຕົ້າໂຮມ ແລະ ພັດທະນາສະມາຊິກສະມາຄົມ ແມ່ນໄດ້ສືບຕໍ່ຫັນປ່ຽນໃໝ່, ມີຄວາມຫຼາກຫຼາຍທາງດ້ານຮູບແບບ ໂດຍມີສະມາຊິກສະມາຄົມໄດ້ຮັບການຮັບເຂົ້າໃໝ່ທັງໝົດ 474.262 ທ່ານ, ພ້ອມທັງສ້າງຕັ້ງຈຸສະມາຄົມຊາວນາອາຊີບໃໝ່ 2.419 ຈຸ ແລະ ໜ່ວຍສະມາຄົມຊາວນາອາຊີບໃໝ່ 11.708 ໜ່ວຍ. ເນື້ອໃນ ແລະ ວິທີການເຄື່ອນໄຫວຂອງສະມາຄົມ ແມ່ນມີການຫັນປ່ຽນໃໝ່ຫຼາກຫຼາຍປະການ ໄປໃນທິດທາງແທດຕົວຈິງ, ມີຄຸນນະພາບ, ແລະ ຍົກສູງປະສິດທິຜົນແຫ່ງການເຄື່ອນໄຫວ.

ວຽກງານການໂຄສະນາ, ສຶກສາອົບຮົມທາງດ້ານການເມືອງ ແລະ ແນວຄິດ ໃຫ້ແກ່ພະນັກງານ, ສະມາຊິກສະມາຄົມ ແລະ ຊາວນາ ແມ່ນໄດ້ຮັບການຫັນປ່ຽນໃໝ່, ຍົກສູງຄຸນນະພາບ ແລະ ມີຮູບແບບທີ່ຫຼາກຫຼາຍ, ໂດຍສະເພາະແມ່ນການປະສົມປະສານຢ່າງມີປະສິດທິຜົນ ລະຫວ່າງຮູບແບບມູນເຊື້ອ ແລະ ການປະຍຸກໃຊ້ພື້ນຖານໂຄງລ່າງດິຈິຕອນ ກໍຄືເຄືອຂ່າຍສັງຄົມ ເພື່ອແນໃສ່ຖ່າຍທອດແນວທາງ, ນະໂຍບາຍ ແລະ ແຜ່ຂະຫຍາຍຂໍ້ມູນຂ່າວສານໃນທາງບວກ ໄປເຖິງສະມາຊິກສະມາຄົມ ແລະ ຊາວນາຢ່າງກວ້າງຂວາງ.

ການສ້າງຕັ້ງຊາວນາຫວຽດນາມ ໃຫ້ມີຄວາມສີວິໄລ ແລະ ພັດທະນາຢ່າງຮອບດ້ານ

ສະມາຄົມຊາວນາທຸກຂັ້ນ ແມ່ນໄດ້ເອົາໃຈໃສ່ຕໍ່ກັບການສ້າງຕັ້ງຊາວນາຫວຽດນາມ ໃຫ້ມີຄວາມສີວິໄລ ແລະ ພັດທະນາຢ່າງຮອບດ້ານ. ສິ່ງນີ້ໄດ້ສະແດງອອກຜ່ານທາງດ້ານຄວາມຮັບຮູ້ທາງດ້ານການເມືອງ, ຄວາມເຂົ້າໃຈທາງດ້ານກົດໝາຍ, ແລະ ສະຕິຄວາມຮັບຜິດຊອບຕໍ່ກັບຄົມມະນາຄົມຂອງຊາວນາ ທີ່ໄດ້ຮັບການຍົກສູງຂຶ້ນ ຜ່ານການເຂົ້າຮ່ວມບັນດາຂະບວນການແຂ່ງຂັນ ແລະ ຫ້ອງຝຶກອົບຮົມທີ່ຈັດຕັ້ງໂດຍສະມາຄົມ. ໂດຍສະເພາະແມ່ນໃນແຕ່ລະປີ, ສະມາຄົມທຸກຂັ້ນໄດ້ຂົນຂວາຍໃຫ້ 7,7 ລ້ານຄອບຄົວ ເຊັນບົດບັນທຶກຄວາມເຂົ້າໃຈພາຍໃດການດຳເນີນທຸລະກິດ ແລະ ຈຳໜ່າຍຜະລິດທະພັນກະສິກຳ ແລະ ສະບຽງອາຫານທີ່ປອດໄພ, ຕິດພັນກັບການຜັນຂະຫຍາຍຮູບແບບ “ເວົ້າບໍ່ ກັບສານເຄມີຕ້ອງຫ້າມ ແລະ ອາຫານເປິເປື້ອນ”.

ວຽກງານການຂົນຂວາຍ, ແນະນຳໃຫ້ສະມາຊິກສະມາຄົມ ແລະ ຊາວນາ ປະຕິບັດແບບແຜນດຳລົງຊີວິດທີ່ສີວິໄລ, ສ້າງຕັ້ງຄົມມະນາຄົມປະຊາຊົນທີ່ກ້າວໜ້າ, ປົກປັກຮັກສາ ແລະ ເສີມຂະຫຍາຍເອກະລັກວັດທະນະທຳມູນເຊື້ອຂອງຊາດ ນັບມື້ນັບມີປະສິດທິຜົນ, ສ້າງແຮງສະທ້ອນຢ່າງກວ້າງຂວາງ ໂດຍມີຫຼາຍກວ່າ 7 ລ້ານຄອບຄົວ ລົງທະບຽນເປັນຄອບຄົວວັດທະນະທຳໃນແຕ່ລະປີ.

ວຽກງານການຂົນຂວາຍ ແລະ ສະໜັບສະໜູນສະມາຊິກສະມາຄົມ ກໍຄືຊາວນາ ເຂົ້າຮ່ວມການປະຕິບັດບັນດານະໂຍບາຍ, ແຜນງານສະຫວັດດິການສັງຄົມ ແມ່ນຍາດມາໄດ້ໝາກຜົນອັນພົ້ນເດັ່ນ, ໂດຍມີສະມາຊິກສະມາຄົມ ແລະ ຊາວນາ 18,6 ລ້ານຄົນ ເຂົ້າຮ່ວມປະກັນໄພສຸຂະພາບ; 257 ພັນຄົນ ເຂົ້າຮ່ວມປະກັນສັງຄົມພາກສະໝັກໃຈ; ເຮືອນ 40 ພັນຫຼັງ ໄດ້ຮັບການສ້ອມແປງ ແລະ ສ້າງຕັ້ງໃໝ່; ພ້ອມທັງມີງົບປະມານຫຼາຍສິບຕື້ດົ່ງ ເພື່ອສະໜັບສະໜູນສະມາຊິກສະມາຄົມ ແລະ ຊາວນາ ພາຍໃດການຟື້ນຟູການຜະລິດ ແລະ ສະຖຽນລະພາບທາງດ້ານຊີວິດການເປັນຢູ່ ພາຍຫຼັງການເກີດໄພພິບັດທາງທໍາມະຊາດ.

ເສີມຂະຫຍາຍບົດບາດເປັນເຈົ້າການ ແລະ ເປັນສູນກາງຂອງຊາວນາ ພາຍໃດການພັດທະນາກະສິກຳ, ເສດຖະກິດຊົນນະບົດ ແລະ ການສ້າງຕັ້ງຊົນນະບົດໃໝ່

ຂະບວນການ “ຊາວນາແຂ່ງຂັນກັນຜະລິດ, ດຳເນີນທຸລະກິດເກັ່ງ, ສາມັກຄີກັນຊ່ວຍເຫຼືອເຊິ່ງກັນແລະກັນເພື່ອສ້າງຄວາມມັ່ງຄັ່ງ ແລະ ຫຼຸດຜ່ອນຄວາມທຸກຍາກຢ່າງຍືນຍົງ” ແມ່ນໄດ້ຮັບການຫັນປ່ຽນໃໝ່, ຍົກສູງຄຸນນະພາບ ໂດຍມີຫຼາຍກວ່າ 3,4 ລ້ານຄອບຄົວ ຍາດໄດ້ນາມມະຍົດຜະລິດ ແລະ ດຳເນີນທຸລະກິດເກັ່ງໃນທຸກຂັ້ນ, ຈາກນັ້ນໄດ້ສືບຕໍ່ຊ່ວຍເຫຼືອ 56.786 ຄອບຄົວທຸກຍາກ ແລະ ຄອບຄົວທີ່ມີຄວາມຫຍຸ້ງຍາກທາງດ້ານທຶນຮອນ, ວັດຖຸອຸປະກອນ, ແລະ ວຽກເຮັດງານທຳ ເພື່ອກ້າວຂຶ້ນຫຼຸດພົ້ນອອກຈາກຄວາມທຸກຍາກ.

ວຽກງານການຂົນຂວາຍຊາວນາ ເຂົ້າຮ່ວມການປະຕິບັດບັນດາແຜນງານຄາດໝາຍແຫ່ງຊາດ ແມ່ນໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ. ຊາວນາແມ່ນໄດ້ສະລະເນື້ອທີ່ດິນຫຼາຍກວ່າ 530 ເຮັກຕາ, ປະກອບສ່ວນວັນງານ 4,6 ລ້ານວັນ; ສ້າງໃໝ່ ແລະ ສ້ອມແປງເສັ້ນທາງຄົມມະນາຄົມຊົນນະບົດ ກໍຄືຄອງເໝືອງໄຮ່ນາ ຫຼາຍກວ່າ 3,5 ພັນກິໂລແມັດ; ສ້າງຕັ້ງຮູບແບບການປົກປັກຮັກສາສິ່ງແວດລ້ອມ 11.125 ຮູບແບບ.

ກິດຈະກຳການສະໜັບສະໜູນ, ແນະນຳໃຫ້ສະມາຊິກສະມາຄົມ ແລະ ຊາວນາ ພັດທະນາບັນດາຮູບແບບການຜະລິດກະສິກຳໃໝ່, ຮູບແບບການຮ່ວມສຳພັນ ແລະ ຮ່ວມມືຕາມຕ່ອງໂສ້ຄຸນຄ່າ, ບັນດາຮູບແບບເສດຖະກິດທີ່ມີປະສິດທິຜົນພາຍໃດຂະແໜງກະສິກຳ ແລະ ຊົນນະບົດ ແມ່ນໄດ້ສືບຕໍ່ຮັບການຊຸກຍູ້ ໂດຍມີ 4.977 ຮູບແບບການຜະລິດ ທີ່ໄດ້ຮັບການປະຍຸກໃຊ້ວິທະຍາສາດເຕັກນິກ ກໍຄືເຕັກໂນໂລຊີຊີວະພາບ, ແລະ ມີຜະລິດທະພັນຫຼາຍກວ່າ 10.000 ປະເພດ ໄດ້ຮັບການສະໜັບສະໜູນພາຍໃດການສ້າງຕັ້ງເຄື່ອງໝາຍການຄ້າ ແລະ ໃບຢັ້ງຢືນ OCOP ລະດັບ 3 ດາວຂຶ້ນໄປ.

ກິດຈະກຳການແນະນຳ, ສະໜັບສະໜູນສະມາຊິກສະມາຄົມ ແລະ ຊາວນາ ເຂົ້າຮ່ວມການພັດທະນາບັນດາຮູບແບບເສດຖະກິດລວມໝູ່ພາຍໃດຂະແໜງກະສິກຳ ແລະ ຊົນນະບົດ; ກຸ່ມຮ່ວມມື, ສະຫະກອນການຜະລິດ ທີ່ປະຍຸກໃຊ້ເຕັກໂນໂລຊີສູງ ແລະ ການຫັນເປັນດິຈິຕອນ ແມ່ນຍາດໄດ້ໝາກຜົນໃນທາງບວກຫຼາກຫຼາຍປະການ, ມີບາດກ້າວບຸກທະລຸ ບົນພື້ນຖານການປະຕິບັດຢ່າງມີປະສິດທິຜົນ ຕາມຂໍ້ຕົກລົງເລກທີ 182/QĐ-TTg ລົງວັນທີ 20/02/2024 ຂອງທ່ານນາຍົກລັດຖະມົນຕີ. ຜ່ານນັ້ນ, ແມ່ນໄດ້ສ້າງຕັ້ງສະຫະກອນໃໝ່ 1.028 ແຫ່ງ, ກຸ່ມຮ່ວມມື 5.225 ກຸ່ມ ພາຍໃດຂະແໜງກະສິກຳ ແລະ ດຶງດູດເອົາຄອບຄົວສະມາຊິກສະມາຄົມ ກໍຄືຊາວນາ ເຂົ້າຮ່ວມເກືອບ 1,3 ລ້ານຄອບຄົວ.

ກິດຈະກຳການບໍລິການ, ການໃຫ້ຄຳປຶກສາ ແລະ ສະໜັບສະໜູນຊາວນາ ພັດທະນາການຜະລິດ ແລະ ດຳເນີນທຸລະກິດ

ບັນດາກິດຈະກຳການໂຄສະນາ ແລະ ຈຳໜ່າຍຜະລິດທະພັນກະສິກຳ ກໍຄືສິນຄ້າໃຫ້ແກ່ຊາວນາ ແມ່ນໄດ້ສືບຕໍ່ຮັບການຊຸກຍູ້ ຜ່ານລະບົບຮ້ານຄ້າຈຳໜ່າຍຜະລິດທະພັນກະສິກຳປອດໄພ 551 ແຫ່ງ, ການຈັດຕັ້ງງານວາງສະແດງສິນຄ້າ, ການເຊື່ອມຕໍ່ກັບບັນດາສູນການຄ້າ, ຊູເປີມາເກັດ ແລະ ຕຼາດຂາຍສົງຫຼັກ; ສະໜັບສະໜູນ 607.386 ຄອບຄົວ ພ້ອມດ້ວຍຜະລິດທະພັນກະສິກຳ 145.100 ປະເພດ ເຂົ້າຮ່ວມພາຍໃນຕຼາດການຄ້າເອເລັກໂຕຣນິກ.

ວຽກງານການໃຫ້ຄຳປຶກສາ, ເຜີຍແຜ່, ສຶກສາອົບຮົມກົດໝາຍ ແລະ ການຊ່ວຍເຫຼືອທາງດ້ານກົດໝາຍໃຫ້ແກ່ຊາວນາ ແມ່ນໄດ້ຮັບການເພີ່ມທະວີ, ໂດຍມີປະຊາຊົນເກືອບ 2,5 ລ້ານເທື່ອຄົນ ໄດ້ຮັບການໃຫ້ຄຳປຶກສາທາງດ້ານກົດໝາຍ, ຫຼາຍກວ່າ 796 ພັນເທື່ອຄົນ ໄດ້ຮັບການຊ່ວຍເຫຼືອທາງດ້ານກົດໝາຍ, ມີສະໂມສອນ 5.375 ແຫ່ງ; ຮູບແບບ “ຜູ້ເປັນພໍ່ທີ່ມີຄວາມຮັບຜິດຊອບ”, ແລະ ສາຍດ່ວນ 19001768 ເພື່ອແກ້ໄຂບັນຫາຄວາມຮຸນແຮງພາຍໃນຄອບຄົວ.

ກິດຈະກຳການຖ່າຍທອດວິທະຍາສາດ, ເຕັກນິກທີ່ກ້າວໜ້າ, ເຕັກໂນໂລຊີສູງ, ແລະ ເຕັກໂນໂລຊີໃໝ່ ພາຍໃນການຜະລິດ ແລະ ດຳເນີນທຸລະກິດ ໃຫ້ແກ່ສະມາຊິກສະມາຄົມ ກໍຄືຊາວນາ ແມ່ນໄດ້ຮັບການຊຸກຍູ້ ຜ່ານການຝຶກອົບຮົມໃຫ້ແກ່ສະມາຊິກສະມາຄົມຫຼາຍກວ່າ 2,8 ລ້ານຄົນ, ມີຮູບແບບຕົວແບບ 4,9 ພັນຮູບແບບ, ມີສະໂມສອນວິທະຍາສາດເຕັກນິກຊາວນາ 444 ແຫ່ງ, ແລະ ມີສະມາຊິກສະມາຄົມ ກໍຄືຊາວນາຫຼາຍກວ່າ 6,5 ລ້ານຄົນ ນຳໃຊ້ເຄືອຂ່າຍສັງຄົມ ເພື່ອອັບເດດຄວາມຮູ້ ແລະ ຂັ້ນຕອນການຜະລິດທີ່ກ້າວໜ້າ.

ສະມາຄົມຊາວນາທຸກຂັ້ນ ຕັ້ງໜ້າເຂົ້າຮ່ວມການສ້າງຕັ້ງພັກ ແລະ ສ້າງຕັ້ງອຳນາດການປົກຄອງໃຫ້ມີຄວາມເຂັ້ມແຂງ

ວຽກງານການເຂົ້າຮ່ວມສ້າງຕັ້ງພັກ ແລະ ອຳນາດການປົກຄອງ ແມ່ນໄດ້ຮັບການເອົາໃຈໃສ່ຈາກສະມາຄົມທຸກຂັ້ນ, ໂດຍໄດ້ຈັດຕັ້ງກອງປະຊຸມເຈລະຈາຮ່ວມກັບທ່ານນາຍົກລັດຖະມົນຕີ ປະສົບຜົນສຳເລັດ 02 ຄັ້ງ, ກອງປະຊຸມເຈລະຈາຮ່ວມກັບການນຳຄະນະພັກ, ອຳນາດການປົກຄອງທຸກຂັ້ນ 54 ຄັ້ງ, ແລະ ເວທີປາໄສ “ຮັບຟັງສຽງເວົ້າຂອງຊາວນາ” 04 ຄັ້ງ ຢູ່ຂັ້ນສູນກາງ ເພື່ອແນໃສ່ກຳແໜ້ນພຶດຕິກຳຕົວຈິງ, ແກ້ໄຂຄວາມຫຍຸ້ງຍາກ ແລະ ຂໍ້ຄົງຄ້າງພາຍໃນການຜະລິດ, ດຳເນີນທຸລະກິດ, ແລະ ຮັດແໜ້ນຄວາມເຊື່ອໝັ້ນຂອງຊາວນາ ໃຫ້ມີຄວາມໝັ້ນຄົງ. ໂດຍສະເພາະແມ່ນ, ສະມາຄົມຊາວນາທຸກຂັ້ນ ໄດ້ຈັດຕັ້ງ ແລະ ເຂົ້າຮ່ວມການຕິດຕາມກວດກາ ແລະ ກອງປະຊຸມວິພາກສັງຄົມ ຫຼາຍພັນຄັ້ງ; ເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງເອກະສານ 8.572 ສະບັບ ຂອງພັກ, ລັດ, ກະຊວງ, ຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ.

ວຽກງານການເສີມຂະຫຍາຍກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ, ການສ້າງຕັ້ງ ແລະ ຮັດແໜ້ນພັນທະພາບ ກຳມະກອນ - ຊາວນາ - ປັນຍາຊົນ, ແລະ ການຮ່ວມສຳພັນ ກໍຄືຮ່ວມມືກັບຊົນຊັ້ນອື່ນໆ ແມ່ນໄດ້ຮັບການເອົາໃຈໃສ່. ໄດ້ປະສານງານເຂົ້າຮ່ວມການຕ້ອນຮັບປະຊາຊົນ, ແກ້ໄຂຄຳຮ້ອງທຸກ ແລະ ຄຳຮ້ອງຟ້ອງ, ຕາງໜ້າໄກ່ເກ່ຍປະສົບຜົນສຳເລັດເກືອບ 9 ພັນກໍລະນີຂໍ້ຂັດແຍ່ງພາຍໃນກຸ່ມຊາວນາ, ຜ່ານນັ້ນສ້າງຄວາມຜູກພັນພາຍໃນຄົມມະນາຄົມຊົນນະບົດ, ເສີມຂະຫຍາຍກຳລັງແຮງຂອງກຸ່ມມະຫາສາມັກຄີທົ່ວປວງຊົນທັງຊາດ.

ການເຂົ້າຮ່ວມການຮັບປະກັນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ

ສະມາຄົມທຸກຂັ້ນ ກໍໄດ້ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳ ທີ່ປະກອບສ່ວນພາຍໃດການຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ໃນນັ້ນໄດ້ຂົນຂວາຍສະມາຊິກສະມາຄົມ ແລະ ຊາວນາ ປະຕິບັດຂະບວນການ “ທົ່ວປວງຊົນປົກປັກຮັກສາຄວາມສະຫງົບຂອງປະເທດຊາດ”; ປະສານງານສ້າງຕັ້ງ ແລະ ຮັກສາຮູບແບບການຄຸ້ມຄອງຕົນເອງກ່ຽວກັບຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບ 22.990 ຮູບແບບ. ພ້ອມກັນນັ້ນ, ກໍໄດ້ຕັ້ງໜ້າເຂົ້າຮ່ວມບັນດາກິດຈະກຳຕອບບຸນແທນຄຸນ, ເບິ່ງແຍງດູແລທະຫານເສຍອົງຄະ ແລະ ທະຫານເຈັບປ່ວຍ ຫຼາຍກວ່າ 24,3 ພັນທ່ານ, ແລະ ອຸປະຖຳບຳລຸງ ມານດາວິລະຊົນຫວຽດນາມ 1.561 ທ່ານ.

ການເຂົ້າຮ່ວມການເຊື່ອມໂຍງເຂົ້າກັບສາກົນ ແລະ ການຮ່ວມມືສາກົນ, ກິດຈະກຳການຕ່າງປະເທດປະຊາຊົນ

ວຽກງານການຕ່າງປະເທດປະຊາຊົນ, ການເຊື່ອມໂຍງເຂົ້າກັບສາກົນ, ແລະ ການຮ່ວມມືສາກົນ ແມ່ນໄດ້ຮັບການເອົາໃຈໃສ່ ແລະ ຊຸກຍູ້ ໂດຍມີການຮັກສາສາຍພົວພັນຮ່ວມມືກັບ 78 ຄູ່ຮ່ວມມືສາກົນ; ຈັດຕັ້ງ ແລະ ຕ້ອນຮັບຄະນະຜູ້ແທນຂາອອກ ແລະ ຂາເຂົ້າ ເກືອບ 50 ຄະນະ ເພື່ອແນໃສ່ໂຄສະນາເຜີຍແຜ່ກ່ຽວກັບແນວທາງ, ນະໂຍບາຍ, ບັນດາໝາກຜົນແຫ່ງການພັດທະນາປະເທດຊາດ ແລະ ເສັ້ນທາງການຕ່າງປະເທດຂອງພັກ, ລັດ, ພ້ອມທັງແນະນຳ, ໂຄສະນາຜະລິດທະພັນກະສິກຳ, ວັດທະນະທຳ ແລະ ພາບພົດຂອງປະເທດຊາດ ໄປເຖິງເພື່ອນມິດສາກົນ, ດຶງດູດເອົາແຫຼ່ງທຶນອຸປະຖຳສາກົນ ເພື່ອສະໜັບສະໜູນການພັດທະນາກະສິກຳ, ຊາວນາ, ແລະ ຊົນນະບົດ.

ບັນດາໝາກຜົນອັນຮອບດ້ານທີ່ຍາດມາໄດ້ນັ້ນ ເປັນພື້ນຖານອັນໜັກແໜ້ນ ເພື່ອໃຫ້ສະມາຄົມຊາວນາຫວຽດນາມ ປຸກລະດົມຄວາມມຸ່ງມາດປາດຖະໜາກ້າວຂຶ້ນ, ກ້າວເດີນຢ່າງໝັ້ນຄົງ ເຂົ້າສູ່ສົກປີແຫ່ງການພັດທະນາໄລຍະໃໝ່.

ທ່ານ ຫງວຽນອານຕວນ (Nguyễn Anh Tuấn) ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນປະທານສະຫະພັນກຳມະບານຫວຽດນາມ ທ່ານ ຫງວຽນອານຕວນ (Nguyễn Anh Tuấn) ໄດ້ຮັບການເລືອກຕັ້ງຄືນໃໝ່ເປັນປະທານສະຫະພັນກຳມະບານຫວຽດນາມ

ຍສໝ - ພາຍໃນກອງປະຊຸມໃຫຍ່ ຄັ້ງທີ XIV ກຳມະບານຫວຽດນາມ ສົກປີ 2026 - 2031, ທ່ານ ຫງວຽນອານຕວນ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຢ່າງຕໍ່ເນື່ອງ ໂດຍໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານສະຫະພັນກຳມະບານຫວຽດນາມ; ຄະນະບໍລິຫານງານສະໄໝທີ XIV ເຊິ່ງປະກອບມີກຳມະການສົມບູນ 135 ທ່ານ ກໍໄດ້ຮັບການ ບູລະນະອົງການຈັດຕັ້ງໃຫ້ສົມບູນ.

ເດັກນ້ອຍຍີ່ປຸ່ນ ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ ເດັກນ້ອຍຍີ່ປຸ່ນ ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ

ຍສໝ - ໃນໝໍ່ໆມານີ້, ສະຖານກົງສຸນໃຫຍ່ ຫວຽດນາມ ປະຈຳ Fukuoka, ປະເທດຍີ່ປຸ່ນ ໄດ້ຮ່ວມມືກັບບັນດາສະມາຄົມ ຈັດຕັ້ງແຜນງານ “ມ່ວນຊື່ນຮຽນພາສາຫວຽດ, ຈົດຈຳບຸນຄຸນປະທານ ໂຮ່ຈີມິນ”. ເຫດການດັ່ງກ່າວ ແມ່ນກິດຈະກຳທີ່ມີຄວາມໝາຍອັນເລິກເຊິ່ງ, ປະກອບສ່ວນເຂົ້າໃນການເຊື່ອມຕໍ່ຄົມມະນາຄົມຊາວຫວຽດນາມ ແລະ ຂະຫຍາຍຄຸນຄ່າວັດທະນະທຳຂອງຊາດ ໄປສູ່ຄົນລຸ້ນໜຸ່ມ ຢູ່ພາຍໃນເຂດ Kyushu-Okinawa ແລະ ເຂດພາກກາງ-ພາກໃຕ້ ຂອງປະເທດຍີ່ປຸ່ນ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ