ຫວຽດນາມ ສືບຕໍ່ປັບປຸງບັນດາສະຖາບັນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນ

15:37 | 29/02/2024

ຍສໝ - ໃນຕອນ​ບ່າຍ​ວັນ​ທີ 26 ກຸມພາ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈີງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Roland Busch, ປະທານ - ຜູ້ອຳນວຍການໃຫຍ່​ກຸ່ມ Siemens (ສະຫະພັນ​ລັດ​ເຢຍລະ​ມັນ) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ.

ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ ວິສາຫະກິດ ຍີ່ປຸ່ນ ເພີ່ມທະວີການຮ່ວມມື, ການລົງທຶນເຂົ້າໃນ ຫວຽດນາມ
EuroCham: ວິສາຫະກິດ ເອີລົບ ຫາກໍ EuroCham: ວິສາຫະກິດ ເອີລົບ ຫາກໍ "ລົງທຶນ" ຕື່ມອີກ 100 ລ້ານ USD ຢູ່ ຫວຽດນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມມິ​ງຈີງ ຊີ້​ແຈ້ງວ່າ: ຍາມ​ໃດ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳ​ຄັນ​ການ​ລົງ​ເລິກ​ການ​ພົວ​ພັນ​ກັບ​ເຢຍ​ລະ​ມັນ​ໃນ​ທຸກ​ຂົງ​ເຂດ; ດີ​ໃຈ​ທີ່​ໄດ້​ເຫັນ​ວ່າ, ພາຍຫຼັງ​ເກືອບ 50 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 10 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຢຍລະ​ມັນ ​ໄດ້​ຮັບ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ບຳລຸງ​ສ້າງ ​ແລະ ພັດທະນາ​ໃນ​ທຸກ​ຂົງ​ເຂດ, ​ໃນ​ນັ້ນ​ເປັນ​ເສົາ​ຄ້ຳ. ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ແລະ​ການ​ລົງ​ທຶນ​ກັບ​ເຢຍ​ລະ​ມັນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ; ພິ​ເສດ​ແມ່ນ​ພາຍຫຼັງ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ດີ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ເຢຍ​ລະ​ມັນ Frank-Walter Steinmeier ເມື່ອ​ເດືອນ ມັງກອນ 2024.

ຫວຽດນາມ ສືບຕໍ່ປັບປຸງບັນດາສະຖາບັນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດດຳເນີນທຸລະກິດຢ່າງໝັ້ນຄົງ, ຍາວນານ ແລະ ມີປະສິດທິຜົນ
ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈີງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Roland Busch, ປະທານ - ຜູ້ອຳນວຍການໃຫຍ່​ກຸ່ມ Siemens.

ທ່ານ​ນາຍົກລັດຖະມົນຕີ ຟ້າ​ມມິ​ງຈີງ ໄດ້ຕີ​ລາຄາ​ສູງ ​ແລະ ຊົມ​ເຊີຍ​ບັນດາ​ໝາກຜົນ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ Siemens ​ໃນ​ໂລກ​ເວົ້າ​ລວມ ​ແລະ ຫວຽດນາມ ​ເວົ້າ​ສະ​ເພາະ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ໃນ​ຂົງ​ເຂດ​ໄຟຟ້າ - ອາຍ​ແກັສ ​ແລະ ກົນ​ຈັກ​ສ້າງ ​ແລະ ພັດທະນາ​ພື້ນຖານ​ໂຄງ​ລ່າງ​ພະລັງງານ ​ແລະ ຫັນເປັນການອຸດສາຫະກຳ​ອັດຕະໂນມັດ, ພັດທະນາ​ທາງ​ລົດ​ໄຟ.

ປະກອບສ່ວນ​ສືບຕໍ່​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ບັນລຸ​ໄດ້, ທ່ານ​ນາຍົກລັດຖະມົນຕີ ສະ​ເໜີ Siemens ຊຸກຍູ້​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ, ຊຸກຍູ້​ການ​ປະດິດ​ສ້າງ; ​ຮ່ວມ​ມື​ຫັນ​ເປັນ​ສີຂຽວ, ພັດທະນາ​ອຸດສາຫະກຳ​ພະລັງງານ​ທົດ​ແທນ, ພິ​ເສດ​ແມ່ນ​ການ​ຜະລິດ​ກັງ​ຫັນ​ແຮງ​ລົມ; ການ​ຮ່ວມ​ມື​ດ້ານ​ການ​ຂົນ​ສົ່ງ (ເຊັ່ນ​ການ​ຜະ​ລິດ​ລົດ​ໄຟ​ຟ້າ...); ການ​ຮ່ວມ​ມື​ການ​ຫັນ​ເປັນ​ດິ​ຈິ​ຕອນ, ສ້າງ​ສູນ​ຄົ້ນ​ຄ້​ວາ ແລະ ພັດ​ທະ​ນາ Siemens ຢູ່​ຫວຽດ​ນາມ, ຮ່ວມ​ມື​ກັບ​ສູນ​ປະ​ດິດ​ສ້າງ​ແຫ່ງ​ຊາດ...; ເປີດກວ້າງການຮ່ວມມືກັບບັນດາວິສາຫະກິດເຕັກໂນໂລຢີຫວຽດນາມ.

ຊົມເຊີຍໝາກຜົນການຮ່ວມມືຂອງ Siemens ກັບ ຫວຽດນາມ ໃນໂຄງການຄົມມະນາຄົມຂົນສົ່ງ, ທ່ານນາຍົກລັດຖະມົນຕີ ສະເໜີ Siemens ຄົ້ນຄວ້າ ແລະ ເຂົ້າຮ່ວມບັນດາຊຸດປະມູນເພື່ອກໍ່ສ້າງເສັ້ນທາງລົດໄຟໃນຕົວເມືອງຢູ່ ຫວຽດນາມ ເຊັ່ນ: ໂຄງການ Metro Line 2 ຢູ່ນະຄອນ ໂຮ່ຈີມິນ; ການຖ່າຍທອດເຕັກໂນໂລຊີ, ການພັດທະນາອຸດສາຫະກໍາທາງລົດໄຟ (ເຊັ່ນ: ການຂຸດອຸໂມງ metro).

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ Siemens ຖ່າຍທອດເຕັກໂນໂລຢີໃຫ້ກວ້າງຂວາງເທົ່າທີ່ເປັນໄປໄດ້, ຊຸກຍູ້ການຮ່ວມມືດ້ານການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ໜູນຊ່ວຍປັບປຸງຄວາມສາມາດບໍລິຫານ, ກໍ່ສ້າງບັນດາສະຖາບັນທັນສະໄໝໃນຂົງເຂດດັ່ງກ່າວ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.