Save the Children ໜູນຊ່ວຍຄອບຄົວທຸກຍາກ, ເຂດທີ່ຜົນສະທ້ອນຈາກໄພທຳມະຊາດຢູ່ ກວາງບິ່ງ

08:50 | 04/01/2024

ຍສໝ - ຫວ່າງມໍ່ໆນີ້ ອົງການຊ່ວຍ​ເຫຼືອ​ເດັກນ້ອຍ​ສາກົນ ປະຈຳ ຫວຽດນາມ (Save the Children) ໄດ້​ອຸປະຖຳ​ໂຄງການເຄື່ອງບັນເທົາທຸກ​ໃຫ້​ບັນດາ​ທ້ອງ​ຖິ່ນ​ທີ່​ປະສົບ​ໄພ​ທຳ​ມະ​ຊາດ, ຄອບຄົວ​ທຸກ​ຍາກ, ມີສະພາບການ​ຫຍຸ້ງຍາກ ແລະ ​ນັກຮຽນ​ທຸກ​ຍາກ​ແຂວງ ກວາງ​ບິ່ງ ດ້ວຍ​ຈຳນວນ​ເງິນ​ກວ່າ 800 ລ້ານ​ດົ່ງ.

ກວາງບິ່ງ ມີໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ ກວາງບິ່ງ ມີໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ
ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ). ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).

ວັນທີ 25 ທັນວາ, ຄະນະກໍາມະການປະຊາຊົນແຂວງ ກວາງບິ່ງ ມີຂໍ້ຕົກລົງເລກທີ 3747/QD-UBND ກ່ຽວກັບການອະນຸມັດຜ່ານບ້ວງອຸປະຖຳທີ່ບໍ່ເປັນໂຄງການເຄື່ອງບັນເທົາທຸກໃຫ້ບັນດາທ້ອງຖິ່ນທີ່ປະສົບໄພທຳມະຊາດ, ຄອບຄົວທຸກຍາກ, ມີສະພາບການຫຍຸ້ງຍາກ ແລະ ນັກຮຽນທຸກຍາກແຂວງ ກວາງບິ່ງ ໂດຍອົງການຊ່ວຍເຫຼືອເດັກນ້ອຍສາກົນ ປະຈຳ ຫວຽດນາມ (Save the Children) ໄດ້ໃຫ້ການອຖປະຖຳ​ດ້ວຍ​ຈຳນວນ​ທຶນຊ່ວຍເຫຼືອລ້າກວ່າ 800 ລ້ານ​ດົ່ງ.

Save the Children ໜູນຊ່ວຍຄອບຄົວທຸກຍາກ, ເຂດທີ່ຜົນສະທ້ອນຈາກໄພທຳມະຊາດຢູ່ ກວາງບິ່ງ

ຮູບປະກອບ

​ໂຄງການ​ດັ່ງກ່າວ​ ​ໄດ້​ຮັບ​ການ​ປະຕິບັດ​ຮອດ​ວັນ​ທີ 30 ​ເມສາ 2024, ລວມມີ: ກິດຈະກຳ​ຈັດ​ຕັ້ງ​ແຈກ​ຢາຍ​ເຄື່ອງ​ໃຊ້​ໃນ​ຄອບຄົວ, ​ເຄື່ອງ​ກອງ​ນ້ຳ​ໃຫ້​ຄອບຄົວ​ທີ່​ປະສົບ​ໄພ​ທຳ​ມະ​ຊາດ/ຄອບຄົວ​ດ້ອຍ​ໂອກາດ ​ແລະ ໜູນ​ຊ່ວຍ​ອຸປະກອນ​ໂຮງຮຽນ​ໃຫ້​ນັກຮຽນ​ທີ່ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

Save the Children ​ໄດ້​ເລີ່​ມເຄື່ອນໄຫວ​ຢູ່ ຫວຽດນາມ ​ໃນ​ປີ 1990 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ເດັກນ້ອຍ​ທີ່ດ້ອຍ​ໂອກາດ​ຢູ່​ພາກ​ກາງ. ມາ​ຮອດ​ປະຈຸ​ບັນ, Save the Children ​ໄດ້​ມີ​ຢູ່ 22 ​ແຂວງ, ນະຄອນ ເຄື່ອນໄຫວໃນ​ຂົງ​ເຂດ​ປົກ​ປ້ອງ​ເດັກ, ສິດທິ​ຂອງ​ເດັກນ້ອຍ, ການ​ສຶກສາ, ສາທາລະນະ​ສຸກ ​ແລະ ໂພຊະນາ​ການ, ການພັດທະນາຂອງ​ໄວ​ໜຸ່ມ, ​ການ​ຊ່ວຍ​ເຫຼືອ​ສຸກ​ເສີນ ​ແລະ ການ​ປັບຕົວໃຫ້ເໝາະກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.