ນຳນ້ຳສະອາດມາໃຫ້ເດັກນ້ອຍຢູ່ເຂດພູດອຍ ມິງຮ່ວາ (ກວາງບິ່ງ)

20:06 | 10/01/2024

ຍສໝ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ຄະນະຂົນຂວາຍຕາງໜ້າໃຫ້ໂຮງຮຽນອະນຸບານເລກ 1, ເລກ 2 ຈ້ອງຮ່ວາ ໄດ້ຈັດຕັ້ງການເຄື່ອນໄຫວໜູນຊ່ວຍໂຮງຮຽນອະນຸບານຢູ່ 12 ເຂດຍ່ອຍທີ່ຫຍຸ້ງຍາກພິເສດຂອງ ເມືອງ ມິງຮ່ວາ, ຕາແສງ ຈ້ອງຮ່ວາ, ແຂວງ ກວາງບິ່ງ, ສົມທົບກັບການປະມູນຂອງຮູບແຕ້ມ.

ກວາງບິ່ງ ມີໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ ກວາງບິ່ງ ມີໝູ່ບ້ານທ່ອງທ່ຽວດີທີ່ສຸດໃນໂລກ
ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ). ກວາງບິ່ງ ໜູນຊ່ວຍ​ເງິນ​​ຈຳ​ນວນ 25 ຕື້ ດົ່ງ ​ໃຫ້​ແກ່​ການກໍ່ສ້າງໂຮງຮຽນ ຢູ່ແຂວງ ຄຳມ່ວນ (ລາວ).

ຄ່າໃຊ້ຈ່າຍ​ທັງ​ໝົດ​ທີ່​ໄດ້​ຮັບ​ຜ່ານ​ໂຄງການ​ຈາກ​ຜູ້​ສະໜັບສະໜູນ ​ແລະ ການ​ປະມູນ​ຮູບ​ແຕ້ມພາບສີ​ນ້ຳມັນ 10 ກວ່າ​ແຜ່ນ ດ້ວຍ​ຫົວ​ຂໍ້​ລະດູ​ໃບ​ໄມ້​ປົ່ງ​ຢູ່​ເຂດພູ​ສູງ​ ແມ່ນຈະ​ໂອນ​ໃຫ້​ໂຮງຮຽນ​ອະນຸບານ​ເລກ 1 ​ແລະ ເລກ 2 ຈ້ອງຮ່ວາ ເພື່ອຜັນຂະຫຍາຍການຂຸດນ້ຳສ້າງທີ່​ສະອາດ​ໃຫ້​ນັກຮຽນ​ອະນຸບານ.

ມິງຮ່ວາ ເປັນເມືອງພູດອຍທາງທິດຕາເວັນຕົກສ່ຽງເໜືອຂອງແຂວງ ກວາງບິ່ງ, ມີຊາຍແດນຕິດກັບ ລາວ 89 ກິໂລແມັດ. ຊາວ​ເຜົ່າ ມິງ​ຮວ່າ ຕົ້ນຕໍ​ແມ່ນ​ຊົນ​ເຜົ່າ​ກິງ ​ແລະ ​ເຜົ່າ​ບຣູ - ເວີນກ່ຽວ, ຈຶດ ​ໄດ້​ເຕົ້າ​ໂຮມກັນ​ຢູ່​ບັນດາ​ຕາ​ແສງ​ເຂດ​ຊາຍ​ແດນ, ​ໃນ​ນັ້ນ​ມີ ເຢີນ​ຮ່ວາ, ​ຈ້ອງ​ຮ່ວາ, ​ເທື້ອງ​ຮ່ວາ ​ແລະ ຮ່ວາ​ເຊີນ.

ນຳນ້ຳສະອາດມາໃຫ້ເດັກນ້ອຍຢູ່ເຂດພູດອຍ ມິງຮ່ວາ (ກວາງບິ່ງ)

ຢູ່​ເມືອງ ມິງ​ຮ່ວາ, ປະຈຸ​ບັນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດທີ່ຈະຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ທັນ​ການ​ແມ່ນ​ການຂາດ​ແຄນ​ນ້ຳ​ໃຊ້​ປະຈຳ​ວັນ.

ເມືອງ ມິງຮ່ວາ ໄດ້​ຢູ່​ໃນ​ສະຖານ​ທີ່​ທີ່​ບໍ່ຄ່ອຍ​ສະດວກ​ດີ. ດ້ານໜຶ່ງແມ່ນພູສູງ, ການຄົມມະນາຄົມຍັງມີຄວາມຫຍຸ້ງຍາກ, ແຕ່ອີກດ້ານໜຶ່ງ ມິງຮ່ວາ ຕ້ອງປະສົບໄພນ້ຳຖ້ວມໜັກໜ່ວງເປັນປະຈຳໃນແຕ່ລະລະດູພາຍຸ. ຍ້ອນ​ສະພາບ​ທຳ​ມະ​ຊາດ​ທີ່​ຫຍຸ້ງຍາກ ສະນັ້ນ ພື້ນຖານ​ໂຄງ​ລ່າງ​ເສດຖະກິດ - ສັງຄົມ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຍັງ​ຂາດ​ເຂີນ.

ຢູ່​ເມືອງ ມິງ​ຮ່ວາ ປະຈຸ​ບັນ​ມີ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ​ແຕ່​ຈຸດ​ພົ້ນ​ເດັ່ນ​ທີ່​ສຸດທີ່ຈະຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ທັນທີ​ແມ່ນ​ການຂາດແຄນ​ນ້ຳສະອາດ. 12 ບ້ານ ​ແລະ ​ເຂດ​ຍ່ອຍ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ​ຂອງ​ຕາ​ແສງ ຈ້ອງຮ່ວາ, ​ແຂວງ​ກວາງ​ບິ່ງ ​ຄື: ບ້ານ​ກະ​ເຣັດ, ບ້ານ​ໂຣ່ງ, ບ້ານແຄໂຣ່ງ, ບ້ານ​ອົງ​ຕູ, ບ້ານ​ຮຶງ, ບ້ານ​ແຄເກິຍ, ບ້ານ​ລ່ອມ - ເກີຈຳ, ບ້ານໂຢ້, ບ້ານສີ, ບ້ານຈ່າກາບ, ບ້ານ ເກີ ອອກ ແລະ ບ້ານຕາເວີງ ລ້ວນແຕ່ປະສົບຄວາມລຳບາກໃນການໃຊ້ນ້ຳໃນຊີວິດປະຈຳວັນ.

ຈຸດເບິ່ງແຍງເດັກ ແລະ ການສຶກສາຂອງ 12 ບ້ານ ຍັງຂາດແຄນນ້ຳໃຊ້ປະຈຳວັນຢ່າງໜັກໜ່ວງ ແລະ ຂາດນ້ຳເພື່ອອະນາໄມໃຫ້ເດັກທຸກໆມື້. ນ້ຳຈາກຫ້ວຍບໍ່ພຽງພໍກັບການດຳລົງຊີວິດປະຈຳວັນ, ໂດຍສະເພາະໃນລະດູແລ້ງກໍ່ຍິ່ງຫຍຸ້ງຍາກຕື່ມ. ຫຼາຍໆສະຖານທີ່ບໍ່ມີຕາຂ່າຍໄຟຟ້າ, ບາງບ່ອນໃຊ້ພະລັງງານແສງອາທິດ, ເຊິ່ງພຽງແຕ່ມີພຽງຫລອດໄຟຫຼອດດຽວໃນລະດູຮ້ອນ ແລະໃນລະດູຫນາວກໍ່ບໍ່ມີໄຟຟ້າ.

​ຄະນະຂົນຂວາຍຕາງໜ້າໃຫ້ໂຮງຮຽນອະນຸບານເລກ 1, ເລກ 2 ຈ້ອງຮ່ວາ ພວມຮຽກຮ້ອງໃຫ້​ປະຕິບັດ​ບັນດາ​ກິດຈະກຳ​ຂຸດ​​ນ້ຳສ້າງ​ສະອາດ​ໃຫ້​ນັກຮຽນ​ອະນຸບານ, ພ້ອມ​ກັນ​ນັ້ນ​ ກໍ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ຜູ້​ໃຈບຸນໃຈກຸສົນ ສະໜັບສະໜູນ “​ອາຫານ​ທ່ຽງໃຫ້​ເດັກ”. ແຕ່ລະບ່ອນ ສູ້ຊົນໃຫ້ມີການຂຸດນ້ຳສ້າງ ແລະ ເຄື່ອງໄຟ ເພື່ອສູບນ້ຳຮັບໃຊ້ວຽກງານກິນນອນຂອງນັກຮຽນ, ຄາດຄະເນມູນຄ່າ ປະມານ 70-90 ລ້ານ/ບ້ານ (ຂຶ້ນກັບສະຖານທີ່ ຂຸດນ້ຳສ້າງ).

ມິງດຶກ

ເຫດການ
302 Found

Found

The document has moved here.