ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ

00:00 | 04/12/2023

ຍສໝ - ວັນທີ 3 ທັນວາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງລາຍການຍ້ອງຍໍ “ນັກສຶກສາລາວ ແລະ ກຳປູເຈຍ ຕົວແບບ” ໃນປີ 2023. ມີນັກສຶກສາລາວ ແລະ ກຳປູເຈຍ ທີ່ມີຜົນການຮຽນດີເດັ່ນ, ຝຶກຝົນຫຼໍ່ຫຼອມ ແລະ ຕັ້ງໜ້າເຂົ້າຮ່ວມການ​ເຄື່ອນ​ໄຫວ​ພົບປະມິດຕະພາບ ຈໍານວນ 123 ກວ່າ ຄົນ ​ທີ່​ພວມຮ່ຳ​ຮຽນ​ຢູ່ມະຫາວິ​ທະ​ຍາ​ໄລ ແລະ ວິທະຍາໄລ ຢູ່ນະ​ຄອນ ໂຮ່​ຈິ​ມິນ ໄດ້​ຮັບ​ການຍ້ອງຍໍ​ຊົມ​ເຊີຍ.

ແຂວງບິ່ງເຟືອກ ມອບຂອງຂວັນໃຫ້ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ປະຊາຊົນທີ່ມີຄວາມຫຍຸ້ງຍາກ ຢູ່ ກຳປູເຈຍ ແລະ ລາວ
ນັກສຶກສາດີເດັ່ນຂອງຫວຽດນາມ - ລາວ - ກຳປູເຈຍ ຈຳນວນ 250 ຄົນໄດ້ພົບປະແລກປ່ຽນມິດຕະພາບຢູ່ ບາເຣ້ຍ - ຫວຸງເຕົ່າ

ນະຄອນ ໂຮ່ຈີມິນ ຍ້ອງຍໍຊົມເຊີຍນັກສຶກສາຕົວແບບ ລາວ ແລະ ກຳປູເຈຍ

ວັນທີ 3 ທັນວາ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ (HCMC) ໄດ້ຈັດຕັ້ງລາຍການຍ້ອງຍໍ “ນັກສຶກສາລາວ ແລະ ກຳປູເຈຍ ຕົວແບບ” ໃນປີ 2023. ມີນັກສຶກສາລາວ ແລະ ກຳປູເຈຍ ທີ່ມີຜົນການຮຽນດີເດັ່ນ, ຝຶກຝົນຫຼໍ່ຫຼອມ ແລະ ຕັ້ງໜ້າເຂົ້າຮ່ວມການ​ເຄື່ອນ​ໄຫວ​ພົບປະມິດຕະພາບ ຈໍານວນ 123 ກວ່າ ຄົນ ​ທີ່​ພວມຮ່ຳ​ຮຽນ​ຢູ່ມະຫາວິ​ທະ​ຍາ​ໄລ ແລະ ວິທະຍາໄລ ຢູ່ນະ​ຄອນ ໂຮ່​ຈິ​ມິນ ໄດ້​ຮັບ​ການຍ້ອງຍໍ​ຊົມ​ເຊີຍ.

ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍ້ອງຍໍ, ທ່ານ​ນາງ ​ເຈີ່ນ​ທູ່ຮາ, ຮອງ​ເລຂາ​ຄະນະ​ຊາວ​ໜຸ່ມ​ນະຄອນໂຮ່ຈີມິນ ​ໃຫ້​ຮູ້​ວ່າ: ບັນດາ​ຕົວແບບ​ທີ່​ໄດ້​ຮັບ​ການ​ຍ້ອງຍໍ ​ບໍ່​ພຽງ​ແຕ່​ເປັນແວ່ນແຍງ​ທີ່​​ໃສແຈ້ງ​ໃນ​ການ​ຮ່ຳຮຽນ ​ແລະ ຝຶກຝົນຫຼໍ່ຫຼອມຕົນເອງ​ເທົ່າ​ນັ້ນ ແຕ່​ຍັງແມ່ນ​ບັນດາ​ຕົວແບບທີ່​ດີ​ ເພື່ອເພີ່ມພູນຄູນສ້າງ ​ມິດຕະພາບ​ຫວຽດນາມ - ລາວ, ຫວຽດນາມ - ກຳປູ​ເຈຍ ​ໃຫ້ນັບມື້ນັບ​ພັດທະນາ​ແບບ​ຍືນ​ຍົງ.

Hoạt động giao lưu với các sinh viên Lào, Campuchia tiêu biểu. Ảnh: Báo Tuổi trẻ thủ đô.  ກິດຈະກຳແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ດີເດັ່ນ. ພາບ: ວາລະສານ Tuoi Tre.
ກິດຈະກຳແລກປ່ຽນກັບນັກສຶກສາລາວ ແລະ ກຳປູເຈຍ ທີ່ດີເດັ່ນ. ພາບ: ວາລະສານ Tuoi Tre.

ທຸກໆປີ ນະຄອນ ໂຮ່ຈີມິນ ຮັບເອົານັກສຶກສາຕ່າງປະເທດ ນັບເປັນຮ້ອຍໆຄົນຈາກ ລາວ ແລະ ກຳປູເຈຍ ໄປຮຽນລະດັບປະລິນຍາຕີ, ປະລິນຍາໂທ ແລະ ບັນດາຫຼັກສູດຝຶກອົບຮົມໄລຍະສັ້ນ. ປະຈຸ​ບັນ, ນະຄອນ​ດັ່ງກ່າວ​ມີ​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ 1,100 ກວ່າ​ຄົນ​ ທີ່ກໍາລັງສືກສາຢູ່ 22 ມະຫາວິທະຍາ​ໄລ, ວິທະຍາ​ໄລ ​ແລະ ສະຖາບັນ.

Các sinh viên Lào, Campuchia tiêu biểu năm 2023 được tuyên dương sáng ngày 3/12. Ảnh: VOV.VN  ນັກສຶກສາລາວ ແລະ ກຳປູເຈຍດີເດັ່ນ ໃນປີ 2023 ໄດ້ຮັບຍ້ອງຍໍ ໃນຕອນເຊົ້າວັນທີ 3 ທັນວາ. ພາບ: VOV.VN
ນັກສຶກສາລາວ ແລະ ກຳປູເຈຍດີເດັ່ນ ໃນປີ 2023 ໄດ້ຮັບຍ້ອງຍໍ ໃນຕອນເຊົ້າວັນທີ 3 ທັນວາ. ພາບ: VOV.VN

ນາມມະຍົດ “ນັກ​ສຶກສາ, ນັກ​ສຳມະນາກອນ ລາວ ​ແລະ ກຳປູ​ເຈຍ ຕົວແບບ ປະຈຳ​ນະຄອນ ​ໂຮ່ຈີ​ມິນ” ​ທີ່ຄະນະ​ຊາວ​ໜຸ່ມ​ນະຄອນ ມອບໃຫ້ ແມ່ນ​ເພື່ອລະດົມ, ຍ້ອງຍໍບັນດານັກຮຽນລາວ ​ແລະ ກຳປູ​ເຈຍ ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນການ​ສຶກສາ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມໃນ​ການ​ເຄື່ອນ​ໄຫວ​ພົບປະມິດຕະພາບ​ໃນ​ໄລຍະທີ່​ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈິ​ມິນ.

​ພາຍຫຼັງ 18 ປີ​ ​ທີ່ຈັດຂຶ້ນ, ມາ​ຮອດ​ປະຈຸ​ບັນ, ​ໂຄງການ​ໄດ້​ຍ້ອງຍໍ​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ທີ່​ດີ​ເດັ່ນຈໍານວນ1.167 ຄົນ​​ ທີ່​ພວມ​ຮ່ຳຮຽນ​ຢູ່​ມະຫາວິທະຍາ​ໄລ ​ແລະ ສະຖານບັນ ທົ່ວ​ນະຄອນ​ໂຮ່ຈິ​ມິນ.

ຊ ສະຫວັດ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.