ລັດຖະບານເນັ້ນສືບຕໍ່ປະຕິບັດ 4 ມາດຕະການປ້ອງກັນການແຜ່ລະບາດຂອງພະຍາດ COVID-19 ຮອບໃໝ່ ເລີ່ມແຕ່ 2 – 30 ມິຖຸນານີ້

06:17 | 01/06/2020

 ຜ່ານການຈັດຕັ້ງປະຕິບັດມາດຕະການຜ່ອນຜັນ ແລະ ມາດຕະການປ້ອງກັນ ໃນໄລຍະຜ່ານມາ ສປປ ລາວສາມາດສືບຕໍ່ຄວບຄຸມການແຜ່ລະບາດໄວ້ໄດ້ໂດຍບໍ່ມີຜູ້ຕິດເຊື້ອເພີ່ມ ແລະ ສາມາດປິ່ນປົວຜູ້ຕິດເຊື້ອດີແລ້ວ ຈຳນວນ 16 ຄົນ ໃນຈຳນວນຜູ້ຕິດເຊື້ອທັງໝົດ 19 ຄົນ ສາມາດເຮັດໃຫ້ສັງຄົມ ພາກທຸລະກິດ ຜູ້ປະກອບການ ໂຄງການ ແລະ ໂຮງງານຕ່າງໆ ໄດ້ຄ່ອຍກັບມາໃຊ້ຊີວິດ ແລະ ເຄື່ອນໄຫວທຸລະກິດ ພາຍໃຕ້ເງື່ອນໄຂການດຳລົງຊີວິດປົກກະຕິແບບໃໝ່ເທື່ອລະກ້າວ ເຖິງຢ່າງໃດກໍຕາມ ທົົ່ວສັງຄົມກໍບໍ່ຄວນຖືເບົາ ແລະ ປະໝາດຢ່າງເດັດຂາດ.

ລ ດຖະບານເນ ນສ ບຕ ປະຕ ບ ດ 4 ມາດຕະການປ ອງກ ນການແຜ ລະບາດຂອງພະຍາດ covid 19 ຮອບໃໝ ເລ ມແຕ 2 30 ມ ຖ ນານ ຫວຽດນາມ ແລະ ຍີ່ປຸ່ນຊຸກຍູ້ການພົວພັນຮ່ວມມືໄລຍະຫຼັງ Covid – 19
ລ ດຖະບານເນ ນສ ບຕ ປະຕ ບ ດ 4 ມາດຕະການປ ອງກ ນການແຜ ລະບາດຂອງພະຍາດ covid 19 ຮອບໃໝ ເລ ມແຕ 2 30 ມ ຖ ນານ ຫວຽດ​ນາມ​ແມ​່ນ​ໜຶ່ງ​ໃນ​ບັນ​ດາປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ຄວບ​ຄຸມ​ໂລກ​ລະ​ບາດ Covid - 19
ລ ດຖະບານເນ ນສ ບຕ ປະຕ ບ ດ 4 ມາດຕະການປ ອງກ ນການແຜ ລະບາດຂອງພະຍາດ covid 19 ຮອບໃໝ ເລ ມແຕ 2 30 ມ ຖ ນານ

ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ຮອງຫົວໜ້າຄະນະສະເພາະກິດ ໄດ້ຖະແຫຼງກ່ຽວກັບການປະຕິບັດບັນດາມາດຕະການຜ່ອນຜັນ ໃນການປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃນໄລຍະ ແຕ່ວັນທີ 2 ຫາ 30 ມິຖຸນາ 2020 ໃນວັນທີ 29 ພຶດສະພາ 2020 ທີ່ກະຊວງສາທາລະນະສຸກວ່າ: ເພື່ອສືບຕໍ່ປ້ອງກັນການລະບາດຂອງພະຍາດ COVID-19 ບໍ່ໃຫ້ລະບາດຮອບໃໝ່ ຈຶ່ງມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ປະຕິບັດມາດຕະການປ້ອງກັນ ຄວບຄຸມ ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ເຊິ່ງລັດຖະບານໄດ້ຕົກລົງ ແລະ ຊີ້ນໍາຄື:

  1. ໃຫ້ຄະນະສະເພາະກິດ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ໂຄສະນາເຜີຍແຜ່ທັງທາງກວ້າງ ແລະ ທາງເລິກ ໃຫ້ສັງຄົມເຂົ້າໃຈຢ່າງເລິກເຊິ່ງ ແລະ ທົ່ວເຖິງ ກ່ຽວກັບຄວາມອັນຕະລາຍຂອງພະຍາດ COVID-19 ແລະ ມາດຕະການປ້ອງກັນ ໂດຍມີວິທີແນະນຳຢ່າງລະອຽດ ແລະ ເຂົ້າໃຈງ່າຍ ເພື່ອເຜີຍແຜ່ຜ່ານສື່ຕ່າງໆ ພ້ອມກັນນັ້ນ ກໍໃຫ້ສືບຕໍ່ເອົາໃຈໃສ່ວຽກງານໂຕ້ຕອບ ແລະ ຕີຖອຍຂ່າວລວງ ຂ່າວລື ຂ່າວອະກຸສົນ ແລະ ຂ່າວປັ່ນປ່ວນ
  2. ໃຫ້ສືບຕໍ່ປະຕິບັດຢ່າງເຂັ້ມງວດ ບາງມາດຕະການທີ່ໄດ້ກຳນົດໃນຄຳສັ່ງ 06/ນຍ ລົງວັນທີ 29 ມີນາ 2020 ດັ່ງນີ້:

1). ສືບຕໍ່ປິດບັນດາກິດຈະການຮ້ານບັນເທີງ ຮ້ານຄາຣາໂອເກະ ຮ້ານເກມ ແລະ ກາຊິໂນ

2) ສືບຕໍ່ຫ້າມຈັດກິດຈະກຳຊຸມນຸມທີ່ບໍ່ເປັນທາງການ ຊຸມແຊວ ແລະ ງານສັງສັນ ຫ້າມຈັດງານປະເພນີທີ່ບໍ່ສາມາດຮັກສາໄລຍະຫ່າງເກີນກວ່າ 1 ແມັດໄດ້ ແລະ ມີຄວາມສ່ຽງຕໍ່ການຕິດເຊື້ອ ສໍາລັບການແຕ່ງດອງ ໃຫ້ຖືເອົາການຈົດທະບຽນການແຕ່ງດອງນໍາກັນແລ້ວ ກໍແມ່ນມີຖານະເປັນຄູ່ຜົວ-ເມຍ ທີ່ຖືກຕ້ອງຕາມກົດໝາຍ ສ່ວນການຈັດງານແຕ່ງດອງນັ້ນ ໃຫ້ຈັດພິທີບາສີສູ່ຂວັນຕາມຮີດຄອງປະເພນີ ອັນດີງາມຂອງຊາດ ບົນຈິດໃຈປະຢັດມັດທະຍັດ ໂດຍໃຫ້ຮັກສາໄລຍະຫ່າງ 1 ແມັດຂຶ້ນໄປ ແລະ ຕ້ອງຮັບປະກັນບໍ່ໃຫ້ມີຄວາມສ່ຽງໃນການຕິດເຊື້ອ

3). ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າເຂົ້າ-ອອກໄດ້ ສ່ວນດ່ານສາກົນ ກໍສືບຕໍ່ປິດສຳລັບການເຂົ້າ-ອອກຂອງບຸກຄົນທົ່ວໄປ ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດທີ່ມີຄວາມຈຳເປັນຮີບດ່ວນໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ສຳລັບການຂົນສົ່ງສິນຄ້າຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ

4). ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມສຳລັບບຸກຄົນທີ່ເດີນທາງມາຈາກ ຫຼື ຜ່ານປະເທດທີ່ຍັງມີການລະບາດຂອງພະຍາດ COVID-19 ສຳລັບນັກການທູດ ພະນັກງານອົງການຈັດ ຕັ້ງສາກົນ ຊ່ຽວຊານ ວິຊາການ ແລະ ແຮງງານຕ່າງປະເທດທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ ບັນດາກິດຈະການ ແລະ ໂຄງການຕ່າງໆໄດ້ ແຕ່ຕ້ອງຜ່ານການພິຈາລະນາເຫັນດີຈາກຄະນະສະເພາະກິດ. ສຳລັບຂັ້ນຕອນໃນການປະຕິບັດຕົວຈິງ ກະຊວງການຕ່າງປະເທດຈະອອກຄໍາແນະນໍາຕ່າງຫາກ.

ສຳລັບມາດຕະການທີ່ກຳນົດໄວ້ຂ້າງເທິງນີ້ ມີຜົນສັກສິດນັບແຕ່ວັນທີ 2 ຫາ 30 ມິຖຸນາ 2020 ໃນພາກປະຕິບັດຕົວຈິງ ຈະໄດ້ມີກັານປະເມີນ ທົບທວນ ແລະ ດັດປັບໃຫ້ເໝາະສົມຕື່ມ ກໍລະນີມີການປ່ຽນແປງ ລັດຖະບານຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ ສະນັ້ນ ຈຶ່ງຮຽກຮ້ອງໃຫ້ທົ່ວສັງຄົມ ກໍຄືປະຊາຊົນບັນດາເຜົ່າພ້ອມກັນເຂົ້າໃຈ ແລະ ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ.

ລ ດຖະບານເນ ນສ ບຕ ປະຕ ບ ດ 4 ມາດຕະການປ ອງກ ນການແຜ ລະບາດຂອງພະຍາດ covid 19 ຮອບໃໝ ເລ ມແຕ 2 30 ມ ຖ ນານ ຫວຽດ​ນາມ​ຮ່ວມ​ມື​ກັບ​ຍີ່​ປຸ່​ນ​ຢ່າງ​ແໜ້​ນ​ແຟ້ນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

ຍ​ສໝ - ທ່ານ​ຫວຸ​ຮົ່ງ​ນາມ ໄດ້​ຕີ​ລາ​ຄ​າ​ສູງ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ​ສຳ​ລັບ​ຊາວ​ຕ່າງ​ປະ​ເທດ​ເວົ້າ​ລວມ. ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຍີ່​ປຸ່ນ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ອັນ​ຍິ່ງ​ໃຫ​ຍ່​ຈາກ​ນະ​ໂຍ​ບາຍ​ດັ່ງ​ກ່າວ.

ລ ດຖະບານເນ ນສ ບຕ ປະຕ ບ ດ 4 ມາດຕະການປ ອງກ ນການແຜ ລະບາດຂອງພະຍາດ covid 19 ຮອບໃໝ ເລ ມແຕ 2 30 ມ ຖ ນານ ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອພະ​ຍາດ Covid – 19 ເກືອບ 5,5 ລ້ານ​ຄົນ

ຍສໝ - ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດCovid -19 ເກືອບ 5,5 ລ້ານຄົນ, ໃນນັ້ນມີເກືອບ 346.500 ຄົນເສຍຊີວິດ.

ລ ດຖະບານເນ ນສ ບຕ ປະຕ ບ ດ 4 ມາດຕະການປ ອງກ ນການແຜ ລະບາດຂອງພະຍາດ covid 19 ຮອບໃໝ ເລ ມແຕ 2 30 ມ ຖ ນານ ອະດີດຮອງນາຍົກລັດຖະມົນຕີເຢຍລະມັນເຊື້ອສາຍຫວຽດນາມ: ໂລກມີຄວາມສົນໃຈຕໍ່ ຫວຽດນາມພາຍຫຼັງ ໂລກລະບາດ Covid – 19

ຍສໝ - ຫວ່າງມໍ່ໆມານີ້, ທ່ານ ປອ.ທາງການແພດ Philipp Rösler ອະດີດຮອງນາຍົກລັດ ຖະມົນຕີເຢຍລະມັນ ເຊື້ອສາຍ ຫວຽດນາມຖືວ່າ ຫວຽດນາມພວມໄດ້ຮັບຄວາມສົນໃຈຈາກ ໂລກ ກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

V2.vientianemai.net

ເຫດການ
302 Found

Found

The document has moved here.