ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານຍຸຕິທຳ

00:00 | 14/12/2023

ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານນິຕິກໍາ

ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່. ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່.
ການນຳແຂວງ ເທື່ອທຽນ-ເຫວ້ ໄດ້ຮັບການປະດັບຫຼຽນໄຊ ແຮງງານ ຊັ້ນ ໜື່ງ ຂອງ ປະທານປະເທດ ແຫ່ງ ສປປ ລາວ ການນຳແຂວງ ເທື່ອທຽນ-ເຫວ້ ໄດ້ຮັບການປະດັບຫຼຽນໄຊ ແຮງງານ ຊັ້ນ ໜື່ງ ຂອງ ປະທານປະເທດ ແຫ່ງ ສປປ ລາວ

ຫວ່າງແລ້ວນີ້, ຢູ່ນະຄອນເຫວ້, ພະແນກຍຸຕິທໍາແຂວງເທື່ອທຽນເຫວ້ ແລະແຂວງສາລະວັນ (ລາວ) ໄດ້ຈັດຕັ້ງການເຮັດວຽກເພື່ອແນໃສ່ຕີລາຄາວຽກງານຈັດຕັ້ງປະຕິບັດບົດບັນທຶກການຮ່ວມມື ແລະປຶກສາຫາລືບາງທິດທາງ, ແຜນການຮ່ວມມືໃນໄລຍະຈະມາເຖິງ.

ເທື່ອທຽນເຫວ້ - ສາລະວັນ ເພີ່ມທະວີການປະສານງານໃນວຽກງານຍຸຕິທຳ

ສອງຝ່າຍເຊັນບົດບັນທຶກຊ່ວຍຈໍາໃນໄລຍະຈະມາເຖິງ. ພາບ: baothuathienhue.vn

ທ່ານ ຫງວຽນວັນຮືງ ຫົວໜ້າພະແນກຍຸຕິທຳແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ ສອງຝ່າຍໄດ້ຜັນຂະຫຍາຍບັນດາຂົງເຂດຮ່ວມມືຄື: ຜັດປ່ຽນກັນແລກປ່ຽນ, ຖອດຖອນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດ, ແກ້ໄຂບັນດາບັນຫານິຕິກໍາ ແລະຍຸຕິທໍາທີ່ປະກົດຂຶ້ນເພື່ອຮັບປະກັນໃຫ້ການດຳລົງຊີວິດຂອງປະຊາຊົນຢ່າງເປັນປົກກະຕິ ແລະປົກປັກຮັກສາເສັ້ນຊາຍແດນ ຫວຽດນາມ-ລາວ. ພ້ອມທັງສົມທົບກັນຍົກສູງສະຕິການເຄົາລົບ ແລະປະຕິບັດກົດໝາຍຂອງພະນັກງານ ແລະປະຊາຊົນບັນດາຕາແສງຢູ່ເຂດຊາຍແດນ; ແກ້ໄຂບັນຫາຜູ້ອົບພະຍົບແບບເສລີ ແລະການແຕ່ງງານຜິດກົດໝາຍຢູ່ເຂດຊາຍແດນສອງແຂວງ...

ພະແນກຍຸຕິທຳແຂວງສາລະວັນ ສະເໜີໃຫ້ພະແນກຍຸຕິທຳແຂວງເທື່ອທຽນເຫວ້ ສືບຕໍ່ແລກປ່ຽນປະສົບການດ້ານການສື່ສານ, ແຜນການວຽກງານ ແລະຍົກລະດັບປະລິນຍາໂທ, ປະລິນຍາເອກໃຫ້ແກ່ພະນັກງານຍຸຕິທຳແຂວງສາລະວັນ ແລະລົງທຶນແຫຼ່ງກໍາລັງຍົກລະດັບລະບົບເຕັກໂນໂລຊີຂໍ້ມູນຂ່າວສານເພື່ອສ້າງເງື່ອນໄຂສະດວກໃນການເຄື່ອນໄຫວວຽກງານ.

ບົນຈິດໃຈຂໍ້ຕົກລົງຮ່ວມມືລະຫວ່າງສອງແຂວງ, ພະແນກຍຸຕິທຳສອງຝ່າຍສືບຕໍ່ສົມທົບກັນສະໜອງຂໍ້ມູນຂ່າວສານ, ປຶກສາຫາລືເພື່ອມີບັນດາມາດຕະການແກ້ໄຂຂໍ້ຕິດຂັດກ່ຽວກັບສຳມະໂນຄົວ ແລະສັນຊາດໃຫ້ຖືກຕາມກົດໝາຍຂອງສອງປະເທດ. ຈັດຕັ້ງການປະຕິບັດວຽກງານໂຄສະນາເຜີຍແຜ່ສຶກສາດ້ານກົດໝາຍ, ຊ່ວຍເຫຼືອທາງດ້ານນິຕິກໍາໃຫ້ປະຊາຊົນເຂົ້າໃຈກົດໝາຍຂອງສອງປະເທດເພື່ອມີການປະພຶດທີ່ຖືກຕ້ອງຕາມກົດໝາຍ.

ບູນມີ

ເຫດການ
302 Found

Found

The document has moved here.