ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.

18:01 | 09/03/2024

ຍສໝ - ຕາມກະຊວງແຜນການ ແລະ ການລົງທຶນແລ້ວ, ປະຈຸບັນ ບັນດາວິສາຫະກິດ ອົດສະຕາລີ ພວມລົງທຶນເຂົ້າ ຫວຽດນາມ 631 ໂຄງການ, ດ້ວຍຍອດຈຳນວນທຶນລົງທະບຽນ 2,037 ຕື້ USD ຢູ່ 45 ແຂວງ, ນະຄອນຂອງ ຫວຽດນາມ; ໃນນັ້ນ ນຳໜ້າແມ່ນ ບາເຣ້ຍ - ຫວຸງເຕົ່າ.

ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ ວຽກງານການຕ່າງປະເທດຂອງ ຫວຽດນາມ ແລະ ອົດສະຕາລີ
ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ ຫວຽດນາມ ​ໄດ້​ລົງທຶນ​ກວ່າ 3,7 ຕື້ USD ​ເຂົ້າ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ ​ແລະ ກຳປູ​ເຈຍ

ຕາມຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນແລ້ວ, ປະຈຸບັນ ບັນດາວິສາຫະກິດ ອົດສະຕາລີ ພວມລົງທຶນເຂົ້າ ຫວຽດນາມ ມີ 631 ໂຄງການ, ດ້ວຍຍອດຈຳນວນທຶນລົງທະບຽນ 2,037 ຕື້ USD.

ການ​ລົງທຶນ​ຂອງ​​ວິ​ສາ​ຫະກິດ ອົດ​ສະ​ຕາ​ລີ ສຸມໃສ່​ເຖິງ 18 ຂະແໜງການ, ຂົງ​ເຂດ​ຢູ່ ຫວຽດນາມ, ລວມມີ ອຸດສາຫະກຳການ​ປຸງ​ແຕ່ງ, ການຜະລິດ; ການບໍລິການທີ່ພັກເຊົາ​ ແລະ ກິນດື່ມ; ກະສິກຳ - ປ່າໄມ້ ແລະ ສິນ​ທະ​ເລ; ການ​ແພດ ແລະ ການເຄື່ອນໄຫວໜູນຊ່ວຍສັງຄົມ; ຂຸດຄົ້ນແຮ່ທາດ; ສິ​ລະ​ປະ​, ​ການ​ລະຫຼິ້ນ ແລະ ​ການ​ບັນເທີງ​; ການ​ສຶກ​ສາ ​ແລະ​ ການບຳລຸງສ້າງ; ການເຄື່ອນໄຫວວິ​ຊາສະເພາະ ແລະ​ ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​; ດຳເນີນທຸລະກິດອະສັງຫາລິມະຊັບ; ຂາຍສົ່ງ ແລະ ຂາຍຍ່ອຍ, ສ້ອມແປງລົດໂອໂຕ, ລົດຈັກ...

​ໃນ​ນັ້ນ, ​​ນຳ​ໜ້າແມ່ນຂົງເຂດອຸດສາຫະກຳ​ປຸງ​ແຕ່ງ, ຜະລິດ ດ້ວຍ 133 ​ໂຄງການ, ເຊິ່ງມີ​ຍອດ​ຈຳນວນ​ທຶນຈົດທະບຽນ 954,68 ລ້ານ USD; ການ​ບໍລິການ​ທີ່​ພັກເຊົາ ແລະ ການກິນດື່ມ ເປັນ​ອັນ​ດັບ​ທີ 2 ກັບ 31 ​ໂຄງການ, ດ້ວຍ​ຍອດ​ຈຳນວນ​ທຶນຈົດທະບຽນ 154,32 ລ້ານ USD; ຂົງເຂດກະສິກຳ - ປ່າໄມ້ ແລະ ການປະມົງ ຢູ່ອັນດັບທີ 3 ດ້ວຍ 25 ໂຄງການ, ຍອດຈຳນວນທຶນຈົດທະບຽນ 120,04 ລ້ານ USD.

ອົດສະຕາລີ ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.

ອົດສະຕາລີ ໄດ້ລົງທຶນກວ່າ 2 ຕື້ USD ເຂົ້າ 45 ແຂວງ, ນະຄອນຂອງ ຫວຽດນາມ.

ກະຊວງ​ແຜນການ ​ແລະ ການ​ລົງທຶນ​ ໃຫ້​ຮູ້​ວ່າ ໃນ 45 ​ແຂວງ, ນະຄອນ​ຂອງ​ ຫວຽດນາມ ​ໄດ້​ດຶງ​ດູດ​ໂຄງການ FDI ຂອງ ອົດ​ສະ​ຕາ​ລີ, ນຳໜ້າແມ່ນ ບາເຣ້ຍ - ຫວຸງເຕົ່າ ດ້ວຍ 16 ​ໂຄງການ, ມີ​ຍອດ​ຈຳນວນ​ທຶນຈົດທະບຽນຂຶ້ນເຖິງ 392,21 ລ້ານ USD; ນະຄອນ ໂຮ່ຈີມິນ ອັນດັບທີ 2 ດ້ວຍ 309 ໂຄງການ, ຍອດຈຳນວນທຶນຈົດທະບຽນ 231,12 ລ້ານ USD ແລະ ຮ່າໂນ້ຍ ອັນດັບທີ 3 ດ້ວຍ123 ໂຄງການ, ຍອດຈຳນວນທຶນຈົດທະບຽນ 209,63 ລ້ານ USD.

ຂໍ້ມູນຈາກກົມລົງທຶນຕ່າງປະເທດ ໃຫ້ເຫັນວ່າ ສະສົມມາຮອດປະຈຸບັນ, ຫວຽດນາມ ໄດ້ດຶງດູດ 39.553 ໂຄງການ FDI ດ້ວຍຍອດຈຳນວນທຶນຈົດທະບຽນ 473,1 ຕື້ USD, ຍອດຈຳນວນທຶນປະຕິບັດຂອງບັນດາໂຄງການ FDI ບັນລຸເກືອບ 300 ຕື້ USD, ເທົ່າກັບ 63,4% ຂອງຈຳນວນທຶນຈົດທະບຽນທັງໝົດ.

ບົນທ່າການ​ພັດທະນາ​ອັນ​ດີງາມ​ຂອງ​ການ​ພົວພັນ​ ຫວຽດນາມ - ອົດ​ສະ​ຕາ​ລີ ​ໃນກ່ວາ 50 ປີທີ່ຜ່ານມາ, ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ 2 ປະ​ເທດ​ນັບ​ມື້​ນັບໄດ້​ຮັບ​ການ​ຊຸກຍູ້, ເປີດກ້ວາງ.

ຄຽງຄູ່ການ​ດຶງ​ດູດ​ການ​ລົງ​ທຶນ​ຈາກບັນດາ​ວິ​ສາ​ຫະ​ກິດ ​ອົດ​ສະ​ຕາ​ລີ, ຫວຽດນາມ ກໍ່​ໄດ້​ລົງທຶນ​ເຂົ້າ​ ອົດ​ສະ​ຕາ​ລີ ​90 ກວ່າ​ໂຄງການ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງທຶນ​ກ່ວາ 550 ລ້ານ USD. ໃນປີ 2023, ການຄ້າສອງຝ່າຍ ກໍ່ບັນ​ລຸ​ໄດ້ປະ​ມານ 14 ຕື້ USD, ເຊິ່ງເປັນກຸ່ມ 10 ຄູ່​ຮ່ວມ​ມື​ດ້ານການ​ຄ້າແຖວໜ້າ​ຂອງ​ກັນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.