​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕົວແບບ​ແນະນຳ​ວັດທະນະທຳ, ປະ​ເທດຊາດ, ປະຊາຊົນ 2 ປະ​ເທດ

13:57 | 22/05/2024

ຍສໝ - ວັນ​ທີ 21 ພຶດສະພາ, ຢູ່​ນະຄອນຫຼວງ Phnom Penh (ກຳປູ​ເຈຍ), ໄດ້ດຳເນີນພິທີເປີດສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ ປີ 2024. ລາຍການມີການເຂົ້າຮ່ວມຂອງທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຫວຽດນາມ ປະຈຳ ກໍາປູເຈຍ ຫງວຽນຮູຍຕັງ, ຜູ້ແທນຂັ້ນສູງທຸກກະຊວງ, ຂະແໜງການຂອງ 2 ປະເທດ, ນັກທ່ອງທ່ຽວ ແລະ ປະຊາຊົນ, ນັກຮຽນ, ນັກສຶກສາ ຫວຽດນາມ ແລະ ກຳປູເຈຍ ເປັນຈຳນວນຫຼວງຫຼາຍ.

ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024 ຜະລິດຕະພັນກະເສດຂອງ​ຫວຽດນາມ ສ້າງ​ຄວາມ​ປະ​ທັບ​ໃຈແບບ​ພິ​ເສດ​ຢູ່​ງານຕະຫຼາດນັດ FoodService Australia 2024
​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ. ​ຜະລິດ​ຕະພັນ​ວັດທະນະທຳ, ທ່ອງ​ທ່ຽວ ຫວຽດນາມ ສ້າງຄວາມ​ປະ​ທັບ​ໃຈ​ຢູ່​ງານຕະຫຼາດນັດ ປາຣີ.

ຢູ່​ທີ່​ນີ້, ລາຍການ​ສິລະ​ປະໂດຍ​ໂຮງ​ລະຄອນ​ດົນຕີ ​ແລະ ຟ້ອນ​ພື້ນ​ເມືອງ​ ຫວຽດບັກ ສະແດງ ໄດ້​ແນະນຳລາຍການຮ້ອງ​ເພງ, ຟ້ອນ, ການສະ​ແດງ​ເຄື່ອງ​ດົນຕີ​ພື້ນ​ເມືອງ ​ຫວຽດນາມ ຫຼາຍຢ່າງເຖິງເພື່ອນ​ມິດ​ຊາວ ກຳປູ​ເຈຍ ຄື: ຫວຽດນາມ ຮອບໜຶ່ງ; ໂຮ ... ໂຮຮ່າເຮ (ຊົນເຜົ່າດ້າວ); ວ້ອງຂັບ​ລື້ (ຊົນເຜົ່າ​ລື້); ພູມຊອັກເປີດງານບຸນ (ຊົນເຜົ່າ Khmer); ເພງ ໂຮ່ຈີມິນ; ກ່ຽວກັບກຳປູເຈຍ; ​ເພງ​ມິດຕະພາບ​ ຫວຽດນາມ-ກຳປູ​ເຈຍ...

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕາມແບບ​ແນະນຳ​ວັດທະນະທຳ, ປະ​ເທດ, ປະຊາຊົນ 2 ປະ​ເທດ

ຫຼາຍ​ລາຍການ​ທີ່ຕິດພັນ​ກັບມິດຕະພາບ​ລະຫວ່າງ ​ຫວຽດນາມ ​ແລະ ກຳປູ​ເຈຍ ໄດ້​ທຳການ​ສະ​ແດງ​. (ພາບ: ໜັງສືພິມ ວັດທະນະທຳ)

​ລາຍການ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ອາຊີບ ​ແລະ ພິຖິພິຖັນ, ​ຊ່ວຍໃຫ້​ຜູ້​ຊົມ​ໄດ້​ຮັບ​ຊົມ​ບັນດາ​ລາຍການ​ສະ​ແດງ​ສິລະ​ປະ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຂອງ​ບັນດາ​ເຜົ່າ, ເຂດພາກຂອງ​ ຫວຽດນາມ ​ແລະ ບັນດາ​ບົດ​ເພງ​ທີ່​ຕິດພັນກັບຄວາມເປັນມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ. ຜ່ານ​ນັ້ນ, ກໍ​ໄດ້ສະທ້ອນໃຫ້ເຫັນ​ຄວາມ​ຮັກ​ແພງ​ທີ່​ຊື່​ສັດຈິງໃຈລະຫວ່າງ​ສອງປະເທດ ຫວຽດນາມ - ກຳປູ​ເຈຍ ​ແລະ ຄວາມ​ມຸ່ງຫວັງຢາກຊຸກຍູ້​ການ​ຮ່ວມ​ມື, ພັດທະນາ.

ລາຍການ​ສິລະ​ປະ​ ບໍ່​ພຽງ​ແຕ່​ແມ່ນ​ລາຍການ​ສະ​ແດງ, ຫາກ​ຍັງ​ແມ່ນ​ສານ​ທີ່​ເຂັ້ມແຂງກ່ຽວກັບຄວາມຕິດພັນກັນ, ​ເຄົາລົບ ​ແລະ ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ການ​ຕົບມື​ທີ່ດັງກ້ອງ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ນ້ຳ​ໃຈ​ມິດຕະພາບ​ທີ່​ສະໜິດ​ແໜ້ນ ​ແລະ ຄວາມ​ຮັກ​ແພງ​ພິ​ເສດ ເຊິ່ງ​ປະຊາຊົນ​ ກຳປູ​ເຈຍ​ ໄດ້ມີໃຫ້ແກ່ປະ​ເທດຊາດ, ວັດທະນະທຳ ​ຫວຽດນາມ.

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ ຕ້າກວ່າງໂດ່ງ ​​ຮອງ​ລັດຖະມົນຕີ​ກະຊວງ ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຫວຽດນາມ ໃຫ້​ຮູ້​ວ່າ: ໂດຍປະຕິບັດ​ຂໍ້​ຕົກລົງ​ຂອງ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ ​ແລະ ​ແຜນການ​ຮ່ວມ​ມື​ດ້ານ​ວັດທະນະທຳ - ສິລະ​ປະ​ລະຫວ່າງ ຫວຽດນາມ - ກຳປູ​ເຈຍ ​ໃນ​​ໄລຍະ 2023 – 2027, ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງ​ທ່ຽວ ຫວຽດນາມ, ກະຊວງ​ວັດທະນະທຳ ​ແລະ ສິລະ​ປະ ກຳປູ​ເຈຍ ໄດ້ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ລາຍການ​ພົບ​ປະ​ແລກປ່ຽນ​ວັດທະນະທຳຢ່າງເປັນປະຈຳ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ຖານບ້ານໃກ້ເຮືອນຄຽງ ​ແລະ ການພົບປະແລກປ່ຽນປະຊາຊົນ.

ປີ 2024, 2 ຝ່າຍໄດ້​​ສົມທົບ​ກັນ ເພື່່ອ​ຈັດ​ຕັ້ງ​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ ທີ່​ນະຄອນຫຼວງ Phnom Penh, ​ເມືອງ​ທີ່​ເປັນຕົວແທນຂອງ​ບັນດາ​ຄຸນຄ່າ​ວັດທະນະທຳ​ພື້ນ​ເມືອງ, ​ແລະ ​ແຂວງ​ Banteay Meanchey, ​ເຊິ່ງເປັນບ່ອນຮັກສາບັນດາ​ຄຸນຄ່າ​ມໍລະດົກ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ ກຳປູ​ເຈຍ ໄວ້​.

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕາມແບບ​ແນະນຳ​ວັດທະນະທຳ, ປະ​ເທດ, ປະຊາຊົນ 2 ປະ​ເທດ

ການສະແດງລາຍການປະສານສຽງເຄື່ອງດົນຕີຊົນເຜົ່າ ຫວຽດນາມ. (ພາບ: ໜັງສືພິມ ວັດທະນະທຳ)

ໂດຍຜ່ານ​ເຫດການ​ນີ້, ຫວຽດນາມ ປາດ​ຖະໜາ​ຢາກ​ແນະນຳ​ໃຫ້​ປະຊາຊົນ​ ກຳປູ​ເຈຍ ​ແລະ ​ເພື່ອນ​ມິດສາ​ກົນ ​ຮູ້ກ່ຽວກັບ​ຄວາມ​ງາມ​ຂອງ​ວັດທະນະທຳ ​ຫວຽດນາມ ຜ່ານ​ບັນດາ​ລາຍການ​ສະ​ແດງ​ສີລະປະ ຂັບຮ້ອງ, ຟ້ອນ, ດົນຕີ​ພື້ນ​ເມືອງ. ​ໃນ​ນັ້ນ, ມີ​ຫຼາຍ​ຮູບ​ແບບ​ສິລະ​ປະ​ທີ່​ໄດ້​ຮັບ​ການ​ຈົດ​ທະບຽນ​ຈາກ UNESCO ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ມໍລະດົກ​ວັດທະນະທຳບໍ່ເປັນວັດຖຸຂອງມວນ​ມະນຸດ.

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພ້ອມ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ສັບປະດາວັດ​ທະ​ນະ​ທຳ​ ຫວຽດ​ນາມ ຢູ່ ກຳ​ປູ​ເຈຍ ປີ 2024 ຈະ​ສືບ​ຕໍ່​ແມ່ນ​ບາດ​ກ້າວ​ບຸກທະລຸສຳ​ຄັນ​ໃນ​ການ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ, ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນແລະ ກັນ; ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຮັດ​ແໜ້ນ, ​ເພີ່ມ​ທະວີ ​ແລະ ພັດທະນາ​ການ​ພົວພັນ “ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ, ໝັ້ນຄົງ​ຍາວ​ນານ” ລະຫວ່າງ​ສອງ​ປະ​ເທດ” ທ່ານ ຕ້າກວ່າງໂດ່ງ ກ່າວ.

​ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ 2024: ​ເຫດການຕາມແບບ​ແນະນຳ​ວັດທະນະທຳ, ປະ​ເທດ, ປະຊາຊົນ 2 ປະ​ເທດ

ຫຼາຍ​ລາຍການ​ທີ່ຕິດພັນ​ກັບມິດຕະພາບ​ລະຫວ່າງ ​ຫວຽດນາມ ​ແລະ ກຳປູ​ເຈຍ ໄດ້​ທຳການ​ສະ​ແດງ​. (ພາບ: ໜັງສືພິມ ວັດທະນະທຳ)

ຕາມ​ທ່ານ Phouerng Sackona ​ລັດຖະມົນຕີ​ກະຊວງ​ວັດທະນະທຳ ​ແລະ ສິລະ​ປະ ກຳປູ​ເຈຍ ​ແລ້ວ, ສັບປະດາ​ວັດທະນະທຳ ຫວຽດນາມ ຢູ່ ກຳປູ​ເຈຍ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ຂອງ 2 ຝ່າຍ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເຫດການ​ທີ່​ຊ່ວຍ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ມີ​ໂອກາດ​ຊອກ​ຮູ້​ວັດທະນະທຳ​ຂອງ​ກັນ​ອີກ​ດ້ວຍ; ປະກອບສ່ວນ​ເຂົ້າໃນຄວາມສະໜິດຕິດພັນມິດຕະພາບ ​ແລະ ການ​ຮ່ວມ​ມື​ຖານບ້ານ​ໃກ້​ເຮືອນ​ຄຽງ. ກະຊວງ​ວັດທະນະທຳ ​ແລະ ສິລະ​ປະ ​ກຳປູ​ເຈຍ ຈະສືບ​ຕໍ່​ສະໜັບສະໜູນ ​ແລະ ​ເພີ່ມ​ທະວີ​ການຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວລວມນີ້, ຖືນີ້​ເປັນ​ບັນດາ​ເຫດການ​ຕົວ​ແບບ​ໃນ​ການ​ແນະນຳ​ວັດທະນະທຳ, ສິລະ​ປະ​, ປະ​ເທດຊາດ ​ແລະ ປະຊາຊົນເຊິ່ງກັນແລະກັນ.

ມິງດຶກ

ເຫດການ