ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ

07:50 | 03/12/2023

ຍສໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ໄດ້​ຊົມ​ເຊີຍ ກູ​ບາ ທີ່ປະສົບ​ຜົນ​ສຳ​ເລັດ​ໃນ​ກອງປະຊຸມສຸດຍອດ G77 ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໃນ​ຂອບ​ເຂດ​ກອງ​ປະ​ຊຸມ COP28.

ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ ໍຮັດແໜ້ນສາຍພົວພັນຄວາມໄວ້ເນື້ອເຊື່ອໃຈ, ມິດຕະພາບພິເສດລະຫວ່າງ ຫວຽດນາມ ແລະ ກູບາ
OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ OECD ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ເຕີບ​ໂຕ​ໃໝ່​ຄື​ ການ​ຫັນປ່ຽນ​ສີຂຽວ ​ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ

ວັນທີ 2 ທັນວາ, ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດການກະທຳດ້ານດິນຟ້າອາກາດໂລກໃນຂອບເຂດກອງປະຊຸມຄັ້ງທີ 28 ຂອງບັນດາ​ຝ່າຍ​ເຂົ້າ​ຮ່ວມສົນທິສັນຍາ​ແມ່ກ່ຽວກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງສະ​ຫະ​ປະ​ຊາ​ຊາດ (COP28) , ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ປະທານປະເທດສາທາລະນະລັດ ກູ​ບາ Miguel Díaz-Canel.

ທີ່​ການ​ພົບ​ປະ, ​ໃນ​ບັນຍາກາດ​ອັນ​ອົບ​ອຸ່ນມິດຕະພາບ, 2 ຝ່າຍ​ດີ​ໃຈ​ທີ່​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ສະໜັບສະໜູນ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ ຫວຽດນາມ ​ແລະ ກູ​ບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈທີ່​ ກູ​ບາ ໄດ້ປະສົບ​ຜົນ​ສຳ​ເລັດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ G77 ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໃນ​ຂອບ​ເຂດ​ກອງ​ປະ​ຊຸມ COP28.

ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ​ໄດ້​ມີ​ການ​ພົບ​ປະ​ກັບທ່ານ​ປະທານປະເທດສາທາລະນະລັດ ກູ​ບາ Miguel Díaz-Canel ​ໃນ​ຂອບ​ເຂດ​ກອງ​ປະຊຸມ COP28 ​ໃນ​ວັນ​ທີ 2 ທັນວາ​ນີ້

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິງ ຢືນ​ຢັນ​ວ່າ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັນສຳຄັນ, ປົກ​ປັກ​ຮັກ​ສາ ແລະ ປາດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມືຮອບດ້ານ ຫວຽດ​ນາມ ແລະ ກູ​ບາ, ​ຄຽງບ່າຄຽງໄຫຼ່​ໃນ​ການ​ສະ​ຫນັບ​ສະ​ຫນູນພາລະກິດປະຕິວັດອັນຊອບທຳຂອງ​ປະ​ຊາ​ຊົນ​ ກູ​ບາ​. ທ່ານນາຍຍົກລັດຖະມົນຕີຢັ້ງຢືນຄືນຫຼັກໝັ້ນທີ່ສະເໝີຕົ້ນສະເໝີຂອງຫວຽດນາມ ໃນການຄັດຄ້ານວິທີການປິດລ້ອມ, ເກືອດຫ້າມຝ່າຍດຽວຕໍ່ກັບ ກູບາ.

ທ່ານ​ຜູ້ນຳໜ້າ​ລັດຖະບານ ​ຫວຽດນາມ ​ໄດ້​ສົ່ງ​ຄຳ​ຢື້ຢາມຖາມຂ່າວຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ແລະ ການ​ນຳ​ພັກ ​ແລະ ລັດ ຫວຽດນາມ ​ເຖິງ​ສະຫາຍ Miguel Díaz-Canel ​ແລະ ການ​ນຳ​ພັກ ​ແລະ ລັດ ກູ​ບາ ​ແລະ ເຊີນ​ການ​ນຳ​ພັກ ແລະ ລັດ ກູ​ບາ ມາ​ຢ້ຽມ​ຢາມ ​ຫວຽດ​ນາມ ຢ່າງຈິງໃຈ.

ທ່ານ​ປະທານ​ປະ​ເທດ ກູ​ບາ Miguel Díaz-Canel ຂອບ​ໃຈ​ຢ່າງ​ຈິງ​ໃຈ​ບັນດາ​ການ​ໜູນ​ຊ່ວຍ​ອັນ​ລ້ຳ​ຄ່າ​ຂອງ​ລັດຖະບານ ​ແລະ ປະຊາຊົນ ຫວຽດນາມ ທີ່ຍາມ​ໃດ​ກໍ່​ແມ່ນ​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ຍາມ​ໃດ​ກໍ່​ໜູນ​ຊ່ວຍ ກູ​ບາ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ຍ້ອນ​ການ​ປິດ​ລ້ອມ ​ແລະ ເກືອດຫ້າມ. ທ່ານ​ປະທານ​ປະ​ເທດ Miguel Díaz-Canel ​ໄດ້​ຕີ​ລາຄາ​ວ່າ ການ​ພົວພັນ ກູ​ບາ - ຫວຽດນາມ ​ແມ່ນ​ສັນຍາ​ລັກ​ທີ່​ດີງາມ, ​ໄດ້​ຮັບ​ການ​ເພີ່ມພູນຄູນ​ສ້າງ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ທ່ານ​ປະທານາທິບໍດີ Fidel Castro, ປະທານ ​ໂຮ່ຈີ​ມິນ ​ແລະ ບັນດາ​ລຸ້ນຜູ້ນຳລຸ້ນຕ່າງ​ຂອງ 2 ປະ​ເທດ​ຜ່ານ​ຫຼາຍ​ໄລຍະ.

ທ່ານ Miguel Díaz-Canel ຕີ​ລາຄາ​ສູງ ​ແລະ ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ທີ່​ໄດ້ໃຫ້ການ​ຕ້ອນຮັບ​ຢ່າງລອບຄອບກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ກູ​ບາ Esteban Lazo (​ເດືອນ​ກັນຍາ 2023) ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ ທ່ານຜູ້ນຳ Fidel Castro ​ໄປເຂດ​ປົດ​ປ່ອຍ​ແຂວງ ກວາງ​ຈີ້.

ການ​ນຳ 2 ທ່ານ ​ກໍ່ໄດ້ເປັນເອກະພາບກັນເພີ່ມ​ທະວີ​ການ​ສົມທົບ​ຫຼັກໝັ້ນ, ການ​ພົບ​ປະ​ແລກປ່ຽນຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ​ແມ່ນ​ມູນເຊື້ອອັນ​ດີງາມ​ລະຫວ່າງ 2 ປະ​ເທດ. 2 ຝ່າຍ​ເປັນເອກະພາບ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກ່ວາ​ອີກ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ​ໃນ​ນັ້ນ​ ມີ​ການ​ຮ່ວມ​ມື​ດ້ານ​ກະສິກຳ, ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ສະບຽງ​ອາຫານ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.