ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ

00:00 | 15/12/2023

ຍສໝ - ຫວ່າງແລ້ວນີ້, ໄດ້​ດຳເນີນ​ໂຄງການ “​ຫ້ອງ​ຮຽນ​ສຳລັບ​ເດັກນ້ອຍ”, ບັນດານັກ​ສຶກສາ​ມະຫາວິທະຍາ​ໄລ​ຄຸ້ມ​ຄອງ ​ສິງກະ​ໂປ ​ໄດ້​ທາສີແປງຝາຜະໜັງ, ປ່ຽນຂອບປະຕູແກ້ວ, ໂອບຝາຜະ​ໜັງດິນຈີ່... ​ເພື່ອເຮັດຫ້ອງຮຽນໃໝ່ 2 ຫ້ອງ​​ຢູ່​ເຂດ​ສຳຮອງຂອງ​ໂຮງຮຽນ​ປະຖົມ ເຟືອກ​ລອງ 2 (ໝູ່​ບ້ານ ໝີ​ຈ່າງ 1, ຕາ​ແສງ ເຟືອກ​ລອງ , ​ເມືອງ ​ຢົງຈົ່ມ, ເບັ໋ນແຈ່)

VNSF ມອບທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ 64 ຄົນທີ່ມີສະພາບຫຍຸ້ງຍາກຢູ່ ດົ່ງທາບ VNSF ມອບທຶນການສຶກສາໃຫ້ນັກຮຽນ, ນັກສຶກສາ 64 ຄົນທີ່ມີສະພາບຫຍຸ້ງຍາກຢູ່ ດົ່ງທາບ
ນັກສຶກສາ ກ່າວກວຽດທັ໋ງ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023 ນັກສຶກສາ ກ່າວກວຽດທັ໋ງ ໄດ້ຮັບລາງວັນທີ 1 ໃນການແຂ່ງຂັນເວົ້າພາສາເກົາຫຼີ ປີ 2023

ໂຄງການ “ຫ້ອງຮຽນສຳລັບເດັກນ້ອຍ” ໄດ້ເລີ່ມປະຕິບັດໃນວັນທີ 4 ທັນວາ ດ້ວຍມູນຄ່າທັງໝົດ 50 ລ້ານດົ່ງ, ໂດຍບໍລິສັດຄວາມຮັບຜິດຊອບມີຢ່າງຈຳກັດສັງຄົມ YMCA ຫວຽດນາມ ແລະ ນັກສຶກສາ 20 ຄົນຈາກມະຫາວິທະຍາໄລຄຸ້ມຄອງ ສິງກະໂປ. ບັນດາການ​ເຄື່ອນ​ໄຫວ​ທາສີແປງຝາຜະໜັງ, ປ່ຽນຂອບປະຕູແກ້ວ, ໂອບຝາຜະໜັງດິນຈີ່... ​ໄດ້​ດຳ​ເນີນ​ໂດຍ​ນັກ​ສຶກສາ​ມະຫາວິທະຍາ​ໄລ​ຄຸ້ມຄອງ ສິງກະ​ໂປ ​ແຕ່​ວັນ​ທີ 4-15 ທັນວາ.

​ເນື່ອງ​ໃນ​ໂອກາດ​ນີ້, ບໍລິສັດຄວາມຮັບຜິດຊອບມີຢ່າງຈຳກັດສັງຄົມ YMCA ຫວຽດນາມ ແລະ ບັນດານັກສຶກສາ ສິງກະ​ໂປ ​ໄດ້​ມອບ​ປຶ້ມ​ພາສາ​ອັງກິດ 40 ຊຸດ ​ແລະ ​ເຄື່ອງ​ອຸປະກອນ​ການ​ຮຽນ​ອີກ​ຫຼາຍ​ຢ່າງ​ໃຫ້​ແກ່​ນັກຮຽນ​ທີ່​ຮຽນ​ຢູ່​ໝູ່​ບ້ານ ໝີຈ່າງ 1.

ນັກສຶກສາ ສິງກະໂປ ແລະ ຊາວໜຸ່ມ ເບັ໋ນແຈ່ ຮ່ວມມືກັນແປງຫ້ອງຮຽນໃຫ້ນັກຮຽນ

​ໂຄງການ “​ຫ້ອງ​ຮຽນ​ສຳລັບ​ເດັກນ້ອຍ" ​​ຢູ່​ໂຮງຮຽນ​ປະຖົມ ເຟືອກ​ລອງ 2

ທ່ານ​ຮອງ​ປະທານສະມາຄົມສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ແຂວງ ເບັ໋ນແຈ່ ເຈີ່ນກິ່ມຝັງ ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ຕອບ​ສະໜອງລາຍການ “ອາສາ​ສະໝັກ​ລະດູໜາວ” ປີ 2023 ​ແລະ “ອາສາ​ສະໝັກ​ລະດູບານ​ໃໝ່​ປີ 2024 ​ໂດຍ​ສູນ​ກາງ​​ສະມາຄົມສະຫະພັນ​ຊາວ​ໜຸ່ມ ຫວຽດນາມ ໃດ້ປຸກລະດົມ. ຜ່ານນັ້ນ ເພື່ອໜູນຊ່ວຍຍົກ​ລະດັບພື້ນຖານວັດຖຸ, ຮັບໃຊ້ວຽກ​ງານ​ການ​ສອນ, ການ​ຮຽນ​ຮູ້ ແລະ ການດຳລົງຊີວິດຂອງ​ນັກ​ຮຽນ​ຢູ່​ໂຮງ​ຮຽນ​ປະ​ຖົມ​ ເຟືອກລອງ 2

ຮັບຮູ້ການປະກອບສ່ວນຂອງບໍລິສັດຄວາມຮັບຜິດຊອບມີຢ່າງຈຳກັດສັງຄົມ YMCA ຫວຽດນາມ ແລະ ນັກສຶກສາ ສິງກະໂປ, ທ່ານ ເຈີ່ນກິ່ມຝັງ ຫວັງວ່າ ໃນໄລຍະຈະມາເຖິງ ຈະສືບຕໍ່ໄດ້ຮັບການເຊື່ອມຕໍ່; ເພື່ອ​ໃຫ້​ບັນດາ​ນັກ​ສຶກສາ​ອາສາ​ສະໝັກ​ຈາກ​ບັນດາ​ປະ​ເທດ​ໃນ​ທົ່ວ​ໂລກ, ພິເສດແມ່ນ​ນັກ​ສຶກສາ​ສິງກະ​ໂປ ​ໄດ້​ມີ​ໂອກາດ​ພ້ອມ​ກັບ​ຊາວ​ໜຸ່ມ ເບັ໋ນແຈ່ ເພື່ອ​ດຳ​ເນີນ​ບັນດາ​ກິດຈະກຳ​ອາສາ​ສະໝັກ, ໂຄງການຄວາມສະຫງົບປອດໄພສັງຄົມທີ່​ມີ​ຄວາມ​ໝາຍ. ຈາກ​ນັ້ນ ປະກອບສ່ວນ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ລະຫວ່າງ​ຊາວ​ໜຸ່ມ​ຫວຽດນາມ ​ແລະ ຊາວໜຸ່ມ​ເພື່ອນມິດສາກົນ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນກ່ວາ​ອີກ.

​ໃນ​ຂອບ​ເຂດ​ຂອງລາຍການ, ການ​ເຄື່ອນ​ໄຫວ​ແລກປ່ຽນ​ຫຼາຍ​ຢ່າງ​ລະຫວ່າງ​ນັກ​ສຶກສາ ​ສິງກະ​ໂປ ​ແລະ ຊາວ​ໜຸ່ມ ເບັ໋ນແຈ່ ກໍໄດ້​ດຳ​ເນີນ​ໄປ​ຢ່າງຟົດເຟືອນ​ຄື: ໄປຢ້ຽມ​ຢາມ​ເຂດອະນຸສອນວິຫານບູຊາຂຸນເສິກທີ່ເປັນຜູ້ຍິງ ຫງວຽນ​ທິ​ດິ້ງ; ຢ້ຽມຢາມ, ປະສົບການໝູ່ບ້ານອາຊີບສືບທອດມາແຕ່ບູຮານເຄັກໂພງ ເຊີ່ນດົກ; ​ແນະນຳ​ວັດທະນະທຳ, ປະຊາຊົນ, ກິດຈະກຳ​ຂອງ​ຊາວ​ໜຸ່ມ ​ແລະ ຮູບແບບເລີ່ມສ້າງຕົວເປັນສັນຍະລັກໃນ​ຊາວ​ໜຸ່ມ; ກິດ​ຈະ​ກຳ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ຫ້ອງ​ຮຽນ​ພາ​ສາ​ອັງ​ກິດ...

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.