ປີ 2023: ເຊີດຊູໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດພາສາຫວຽດນາມ ປະຈຳຕ່າງປະເທດ ເປັນຄັ້ງທຳອິດ

10:07 | 12/02/2024

ຍສໝ - ທ່ານ​ເອກ​ອັກຄະ​ລັດຖະທູດ​ພາສາຫວຽດນາມ ປະຈຳ​ຕ່າງປະ​ເທດ​ໃນ​ປີ 2023 ຈຳນວນ 5 ຄົນ ​ແມ່ນ​ມາ​ຈາກ​ລາວ, ມາ​ເລ​ເຊຍ, ອົດ​ສະ​ຕາ​ລີ, ​ເຢຍລະ​ມັນ, ​ແບນ​ຊິກ. ນີ້​ແມ່ນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ທີ່​ໄດ້​ປະກອບສ່ວນ​ຊ່ວຍ​ເຫຼືອ​ການ​ເຊີດຊູ ​ແລະ ​ເຜີຍ​ແຜ່​ພາສາ​ຫວຽດນາມ ​ແລະ ວັດທະນະທຳ ຫວຽດນາມ ​ໄປ​ທົ່ວ​ໂລກ.

ລາວ ພິຈາລະນານຳເອົາພາສາຫວຽດນາມ ເຂົ້າໃນການສອບເສັງຈົບຊັ້ນມັດທະຍົມຕອນປາຍ ລາວ ພິຈາລະນານຳເອົາພາສາຫວຽດນາມ ເຂົ້າໃນການສອບເສັງຈົບຊັ້ນມັດທະຍົມຕອນປາຍ
ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ ນັກສຶກສາລາວ ເຂົ້າຮ່ວມການແຂ່ງຂັນເວົ້າພາສາຫວຽດນາມ

ໃນ​ພິທີສະຫຼຸບ​ວັນ​ເຊີດ​ຊູ​​ພາສາຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ປີ 2023, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​ເຊີດຊູມໃຫ້​ແກ່ 5 ຫົວໜ່ວຍ, ບຸກຄົນ​ທີ່​ຍາດ​ໄດ້​ລາງວັນ ​ບັນດາທ່ານ​ເອກ​ອັກຄະ​ລັດຖະທູດພາສາຫວຽດນາມ ປະຈຳ​ຕ່າງປະ​ເທດ ​ປີ 2023, ​ໃນ​ນັ້ນ​ມີ: ຊ່ອງ ຫວຽດ Happiness Station (ແບນຊິກ); ທ່ານນາງ ດ່າວຖິເຈົາຮ່າ (ຊາວຫວຽດນາມ ຢູ່ ເຢຍລະມັນ); ທ່ານນາງ ຫງວຽນທິທູຮ່ວຽນ (ຊາວຫວຽດນາມ ຢູ່ລາວ); ທ່ານນາງ ຫງວຽນທິລຽນ (ຊາວຫວຽດນາມ ຢູ່ມາເລເຊຍ); ແລະ ທ່ານນາງ ເຈິນຮົງເວີນ (ຊາວຫວຽດນາມ ຢູ່ ອົດສະຕາລີ).

ງານ​ປະ​ກວດ​ຈະ​ດຳ​ເນີນ​ແຕ່​ເດືອນ 4 ຫາ​ເດືອນ 8 ປີ 2023, ມຸ່ງ​ໄປ​ເຖິງ​ຊາວ​ຫວຽດນາມ ອາ​ໄສ, ​ເຮັດ​ວຽກ, ຮຽນ​ຢູ່​ຕ່າງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ​ອາ​ໄສ​ຢູ່​ຕ່າງປະ​ເທດ, ມີ​ຄວາມ​ຮັກ​ແພງ​ວັດທະນະທຳ, ພາສາ​ຫວຽດນາມ ​ແລະ ຄ່ອງ​ແຄ້ວ...

ປີ 2023: ເຊີດຊູໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດພາສາຫວຽດນາມ ປະຈຳຕ່າງປະເທດ ເປັນຄັ້ງທຳອິດ

ອາຈານ ຫງວຽນທິລຽນ (ມາເລເຊຍ, ຂວາ) ​ໄດ້​ຮັບ​ກຽດ​ເປັນ​ທ່ານເອກອັກຄະລັດຖະທູດພາສາຫວຽດນາມ ປະຈຳຕ່າງປະເທດ . ພາບ: Linh Duca

ບັນດາທ່ານ​ເອກ​ອັກຄະ​ລັດຖະທູດພາສາຫວຽດນາມ ​ປີ 2023 ​ໄດ້​ຮັບ​ປະ​ກັນ​ບັນດາ​ມາດຖານ​ຄື: ມີ​ຄວາມ​ສາມາດ​ດ້ານ​ພາສາ​ຫວຽດນາມ (​ການ​ອອກ​ສຽງ, ການ​ນຳ​ໃຊ້​ພາສາ, ຄວາມ​ສາມາດ​ດ້ານ​ອາລົມ, ຄວາມ​ສາມາດ​ໃນ​ການ​ສະ​ແດງ​ອອກ/​ເວົ້າ​ສະຫຼາດ); ຄວາມ​ຮູ້​ກ່ຽວ​ກັບ​ປະ​ເທດ ​ແລະ ປະຊາຊົນ ຫວຽດນາມ. ພິ​ເສດ, ບັນດາ​ຜູ້​ສົ່ງ​ສານ​ຕ້ອງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊຸມ​ຊົນ​ເພື່ອ​ຮັກສາ, ​ເຄົາລົບ ​ແລະ ພັດທະນາ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ປະກອບສ່ວນ​ກໍ່ສ້າງ​ໂຄງການ​ສິດສອນ​ພາສາ​ຫວຽດນາມ ​ໃຫ້​ມີ​ຄຸນ​ນະພາ​ບ, ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ; ຫຼື ມີ​ຂໍ້​ລິ​ເລີ່ມ​ໃນ​ການ​ສ້າງ​ຕູ້​ປື້ມ/​ລະ​ບົບ​ອຸ​ປະ​ກອນ​ການ​ຮຽນ​ຮູ້​ຫວຽດ​ນາມ​ໃຫ້​ແກ່​ເດັກ​ນ້ອຍ​ຫວຽດ​ນາມ​ຢູ່​ຕ່າງ​ປະ​ເທດ; ຫຼືມີໂຄງການ - ຮູບແບບຫ້ອງຮຽນຫວຽດນາມ ທີ່ໃຫ້ການສະໜັບສະໜູນໂດຍບໍ່ເສຍຄ່າໃຫ້ແກ່ຊາວໜຸ່ມຫວຽດນາມຢູ່ຕ່າງປະເທດ; ຫຼື ມີການເຄື່ອນໄຫວ ແລະ ຂໍ້ລິເລີ່ມທີ່ມີປະສິດທິຜົນໃນການສິດສອນ ແລະ ເຜີຍແຜ່ພາສາຫວຽດນາມ; ຫຼື ໄດ້​ຮັບ​ລາງວັນ​ພາ​ສາ​ຫວຽດ​ໃນ​ລະ​ດັບ​ຊາດ​ໃນ​ບັນ​ດາ​ການ​ແຂ່ງ​ຂັນ​ກ່ຽວ​ກັບ​ພາ​ສາ​ຫວຽດ (ບົດ​ປະ​ພັນ​ວັນ​ນະ​ຄະ​ດີ, ວາ​ລະ​ສານ, ການ​ເລົ່າ​ນິ​ທານ, ຂຽນ​ຈົດ​ໝາຍ, ຮ້ອງ​ເພງ…)

ທ່ານ​ຜູ້ຕາງໜ້າ​ຄະນະ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ບັນດາ​ປັດ​ໄຈ​ທີ່​ສຳຄັນ​ໃນ​ການ​ເຊີດ​ຊູ​ວັດທະນະທຳ, ສ້າງ​ກຳລັງ​ໃຈ​ໃນ​ການ​ຮ່ຳຮຽນ ​ແລະ ນຳ​ໃຊ້​ພາສາ​ຫວຽດນາມ​ຂອງ​ພີ່ນ້ອງ​ຮ່ວມ​ຊາດ​ຢູ່​ຕ່າງປະ​ເທດ, ປະກອບສ່ວນ​ຮັກສາ ​ແລະ ​ເຄົາລົບ​ພາສາ​ຫວຽດນາມ ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ.

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ປູຍແທັງເຊີນ ຖື​ວ່າ: ພາສາຫວຽດນາມ ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ຊາວ​ຫວຽດນາມ, ​ໄດ້​ສະ​ແດງ​ໃຫ້​ເຫັນ, ຮັກສາ ​ແລະ ​ເຜີຍ​ແຜ່​ເອກະລັກ​ສະ​ເພາະ, ວັດທະນະທຳ ຫວຽດນາມ, ປະກອບສ່ວນ​ຮັດ​ແໜ້ນ​ເອກະລາດ​ແຫ່ງ​ຊາດ ​ແລະ ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ. ສຳລັບ​ປະຊາ​ຄົມ​ຊາວ ຫວຽດນາມ ປະມານ 6 ລ້ານ​ຄົນ​ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ຊາວ​ຫວຽດນາມ ​ແມ່ນ​ຄວາມ​ພາກພູມ​ໃຈ​ແບບ​ດັ້ງ​ເດີມ, ​ເຊື່ອມ​ໂຍງ​ຢ່າງ​ຄົບ​ຖ້ວນ, ​ເປັນ​ປັດ​ໄຈ​ຮັກສາ​ເອກະລັກ​ວັດທະນະທຳ​ພື້ນ​ເມືອງ, ຊ່ວຍ​ປະຊາຊົນ​ຢືນຢັນ​ທີ່​ຕັ້ງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ. “ການ​ປົກ​ປັກ​ຮັກສາ ​ແລະ ​ໂຄສະນາ​ພາສາ​ຫວຽດນາມ ຢູ່​ຕ່າງປະ​ເທດ ​ແມ່ນ​ວຽກ​ງານ​ສຳຄັນ, ມີ​ຄວາມ​ໝາຍ​ທີ່​ແທດ​ຈິງ ​ແລະ ມີ​ຄຸນຄ່າ​ດ້ານ​ວິທະຍາສາດ ​ແລະ ມະນຸດສະທຳ​ຢ່າງ​ເລິກ​ເຊິ່ງ”.

ວັນທີ 8 ກັນຍານີ້ຖືກເລືອກຕັ້ງເປັນວັນເຊີດຊູພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ໂດຍອີງຕາມໂຄງການ “ວັນເຊີດຊູຊາວຫວຽດນາມຢູ່ຕ່າງປະເທດໄລຍະ 2023 – 2030” ໂດຍທ່ານນາຍົກລັດຖະມົນຕີ ໄດ້ຮັບຮອງໃນເດືອນສິງຫາ 2023. ການປະກວດ “ຊອກຫາເອກອັກຄະລັດຖະທູດພາສາຫວຽດນາມ ຢູ່ຕ່າງປະເທດປີ 2023” ແມ່ນໜຶ່ງໃນບັນດາການເຄື່ອນໄຫວສະເພາະຂອງໂຄງການນີ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.