ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

00:00 | 22/11/2023

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ ປະທານປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ເວເນຊູເອລາ ແລະ ລາວ ເຂົ້າຍື່ນສານຕາຕັ້ງ
ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ຫວຽດນາມ ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີລົບ ປະຈໍາ ຫວຽດນາມ

ຕອນບ່າຍວັນທີ 21 ພະຈິກ, ທີ່ສຳນັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Julien Guerrier, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າສະຫະພາບເອີຣົບ (ອີຢູ) ປະຈໍາ ຫວຽດນາມ.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດ Julien Guerrier. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ການພົວພັນລະຫວ່າງຫວຽດນາມ-ອີຢູ ໄດ້ມີການພັດທະນາຢ່າງດີງາມ. ການນຳຂັ້ນສູງຂອງສອງຝ່າຍ ຍາມໃດກໍເອົາໃຈໃສ່ຊຸກຍູ້ການພົວພັນລະຫວ່າງຫວຽດນາມ - ອີຢູ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນເອກ ຟານວັນຢາງ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ສຸມໃສ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮັກສາກົນໄກປຶກສາຫາລືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢ່າງມີປະສິດທິຜົນ...

ກ່ຽວກັບການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ, ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ອີຢູ ຈະສືບຕໍ່ເອົາໃຈໃສ່ຊຸກຍູ້, ຈັດສົ່ງນັກຊ່ຽວຊານມາຫວຽດນາມ ເພື່ອແບ່ງປັນບົດຮຽນ ແລະຝຶກແອບໃຫ້ນາຍທະຫານຫວຽດນາມ ກະກຽມໄປປະຕິບັດໜ້າທີ່, ພິເສດແມ່ນຢູ່ບັນດາຄະນະປະຕິບັດງານຂອງ ອີຢູ. ທ່ານພົນເອກ ຟານວັນຢາງ ປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ Julien Guerrier ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຫວຽດນາມ-ອີຢູ ເວົ້າລວມ ແລະການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງຝ່າຍເວົ້າສະເພາະ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການພັດທະນາລວມຂອງພາກພື້ນ ແລະໃນໂລກ.

ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ອີຢູ ປະຈໍາ ຫວຽດນາມ

ທ່ານພົນເອກ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດ Julien Guerrier ພ້ອມດ້ວຍຜູ້ແທນ ທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານເອກອັກຄະລັດຖະທູດ Julien Guerrier ກໍ່ໄດ້ເນັ້ນໜັກເຖິງການຖືເປັນສຳຄັນ ແລະຕີລາຄາສູງຕໍ່ບາດກ້າວພັດທະນາຂອງການພົວພັນອີຢູ - ຫວຽດນາມ ໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານເອກອັກຄະລັດຖະທູດ Julien Guerrier ໄດ້ຕີລາຄາສູງຕໍ່ກົນໄກປຶກສາຫາລືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະຄວາມມານະພະຍາຍາມຂອງຫວຽດນາມ ໃນການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ. ທ່ານເອກອັກຄະລັດຖະທູດ Julien Guerrier ຫວັງວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ເອົາໃຈໃສ່ເຖິງການແລກປ່ຽນຄະນະຜູ້ແທນ, ການບໍາລຸງກໍ່ສ້າງ, ແບ່ງປັນບົດຮຽນປະສົບການ, ຮັກສາສັນຕິພາບຂອງສະຫະປະຊາຊາດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.