ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ

14:55 | 26/01/2024

ຍສໝ - ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຣູມານີ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງຢູ່ ຫວຽດນາມ

ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ ຊາວ​ຫວຽດ​ນາມ ອາໄສຢູ່ ຣູ​ມາ​ນີ: ອົບ​ອຸ່ນ​ແຫ່ງສາຍຈິດມິດໃຈເພື່ອນ ຮ່ວມຊາດ ​ໃນ​ຄວາມ​ຫຍຸ້ງ​ຍາກ
ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຣູ​ມາ​ນີ: ເຫັນ​ດີ​ເປັນ​ເອ​ກະ​ພາບ 3 ໜ້າ​ທີ່​ຈຸດ​ສຸມ

ໃນຂອບເຂດການຢ້ຽມຢາມ ຣູມານີ ຢ່າງເປັນທາງການ, ວັນທີ 22 ມັງກອນ (ຕາມເວລາທ້ອງຖິ່ນ) ຢູ່ນະຄອນຫຼວງ Bucharest,ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຣູມານີ Ion – Marcel Ciolacu ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ຣູມານີ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ກຳນົດທິດດຶງດູດການລົງທຶນ ມີການເລືອກເຟັ້ນ ມຸ່ງໄປເຖິງການພັດທະນາເສດຖະກິດ ດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດພູມປັນຍາ, ດ້ວຍບັນດາໂຄງການເຕັກໂນໂລຊີສູງ, ເອເລັກໂຕນິກ, ເຄິ່ງຊັກນຳໄຟຟ້າ, ນະວັດຕະກຳ, ພະລັງງານທົດແທນ… ທ່ານນາຍົກລັດຖະມົນຕີ ຫວຽດນາມ ສະເໜີໃຫ້ວິສາຫະກິດ ຣູມານີ ໝູນໃຊ້ສັນຍາສະບັບຕ່າງໆ, ຄື: ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA), ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບເອີລົບ (EVIPA), ເພື່ອຮ່ວມມືພັດທະນາ. ພ້ອມນັ້ນ, ກໍ່ເພີ່ມທະວີການແລກປ່ຽນ, ເຊື່ອມຕໍ່, ການລົງທຶນເຂົ້າບັນດາຂົງເຂດທີ່ ຫວຽດນາມ ມີຄວາມຕ້ອງການ ແລະ ຣູມານີ ມີທ່າແຮງ.

ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ
ຫວຽດ​ນາມ - ຣູ​ມາ​ນີ ຍັງ​ມີ​ຊ່ອງ​ຫວ່າງ​ຫຼາຍ​ເພື່ອ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ວິ​ສາ​ຫະ​ກິດ

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດ ຣູມານີ ລົງທຶນ, ດຳເນີນທຸລະກິດຢ່າງມີປະສິດທິຜົນ, ຍາວນານ ແລະ ຍືນຍົງຢູ່ ຫວຽດນາມ; ເຊື່ອໝັ້ນວ່າ: ວິສາຫະກິດສອງປະເທດຈະຮ່ວມມື, ລົງທຶນ, ປະກອບສ່ວນຫັນບັນດາຂໍ້ຕົກລົງຂັ້ນສູງໃຫ້ປະກົດຜົນເປັນຈິງ, ເພີ່ມພູນຄູນສ້າງການພົວພັນມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຣູມານີ ໃຫ້ນັບມື້ນັບພັດທະນາເລິກເຊິ່ງ, ກ້ວາງຂວາງ, ມີປະສິດທິຜົນ, ນຳມາເຊິ່ງຄວາມວັດທະນະຖາວອນ ແລະ ຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.