ລາວພ້ອມແລ້ວທີ່ຈະເປັນປະທານອາຊຽນໃນປີ 2024 | |
ລາວ ປະກາດໂລໂກ້ຂອງປີ ເປັນປະທານອາຊຽນ 2024 |
ຜ່ານນັ້ນ, ນັກທ່ອງທ່ຽວ ກໍ່ຈະໄດ້ເຂົ້າໃຈຕື່ມອີກກ່ຽວກັບບັນດາຈຸດພິເສດດ້ານວັດທະນະທຳມູນເຊື້ອຂອງຊົນເຜົ່າ, ປະກອບສ່ວນອະນຸລັກຮັກສາ ແລະ ໂຄສະນາບັນດາຄຸນຄ່າວັດທະນະທຳພື້ນເມືອງ.
ຈຸດເດັ່ນແມ່ນຕະຫຼາດເຂດພູສູງໃນວັນບຸນປີໃໝ່, ຫວນຄືນພື້ນທີ່ວັດທະນະທຳທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຊົນເຜົ່າເຂດພູສູງຕ້ອນຮັບປີໃໝ່ 2024. ເຂດຕະຫຼາດແມ່ນການສົມທົບລະຫວ່າງຕະຫຼາດ, ການບັນເທິງທີ່ຕິດພັນກັບບັນດາການເຄື່ອນໄຫວຂັບລຳເພງພື້ນເມືອງ, ຟ້ອນພື້ນເມືອງ, ເຄື່ອງຫຼີ້ນພື້ນເມືອງ, ອາຫານການກິນ.
ການສະແດງຟ້ອນແຄນ ຂອງຊາວເຜົ່າມົ້ງ ຢູ່ຕະຫຼາດນັດເຂດພູສູງ |
ຈຸດພົ້ນເດັ່ນແມ່ນສີສັນວັດທະນະທຳ, ຜະລິດຕະພັນຄຸນນະພາບສູງ, ອາຫານພື້ນເມືອງ. ຄຽງຄູ່ກັນນັ້ນ ແມ່ນບ່ອນວາງສະແດງຮູບແຕ້ມ “ຕະຫຼາດນັດລະດູບານໃໝ່” ດ້ວຍບັນດາຮູບພາບກ່ຽວກັບຄວາມງາມຂອງເຂດພາກ ແລະ ປະຊາຊົນເມືອງ ຊີນເມີ່ນ, ແຂວງ ຮ່າຢາງ. ພິເສດ, ນັກສິລະປະຊົນເຜົ່າ ມົ້ງ 13 ຄົນຢູ່ເມືອງ ຊີນເມີ່ນ ຈະແນະນຳບັນດາສິລະປະພື້ນເມືອງຟ້ອນແຄນ.
ແຄນ ແມ່ນສັນຍາລັກວັດທະນະທຳຂອງຊາວເຜົ່າມົ້ງ. ນີ້ບໍ່ພຽງແຕ່ແມ່ນເຄື່ອງດົນຕີເທົ່ານັ້ນ, ຫາກຍັງແມ່ນເຄື່ອງອຸປະກອນການສະແດງ, ແມ່ນເຄື່ອງດົນຕີທີ່ເຊື່ອມໂຍງເຂົ້າກັບໂລກທີ່ເໜືອທຳມະຊາດ, ເປັນວິທີເຊື່ອມຕໍ່ປະຊາຄົມ. ສິລະປະສະແດງພື້ນເມືອງຂອງຊາວເຜົ່າມົ້ງ ຕິດພັນກັບແຄນ. ພຽງແຕ່ເປົ່າສຽງຂອງແຄນ ຊຸມຊົນທັງຫມົດກໍ່ຈະເຊື່ອມຕົວເຂົ້າທຳນອງ. ໃນຄັ້ງນີ້, ບັນດາສິລະປະກອນ ໄດ້ສະແດງຟ້ອນແຄນດ່ຽວ, ແຄນຄູ່; ແນະນຳໂຄງສ້າງຂອງ ແຄນ ແລະ ວິທີການນຳໃຊ້; ຊ່ວຍໃຫ້ນັກທ່ອງທ່ຽວເຊື່ອມຕົວເຂົ້າກັບບັນຍາກາດງານບຸນ.
ຊາວເຜົ່າ ຢ້າວ ແລະ ມົ້ງ ເມືອງ ຊີນເມີ່ນ ຈະສະແດງຊຸດເສືອຜ້າອາພອນປະຈຳເຜົ່າ; ຊາວເຜົ່ານຸ່ງ ໄດ້ແນະນຳສິລະປະຖັກແສ່ວ ແລະ ຂັດຜ້າດຳ. ເຄື່ອງນຸ່ງພື້ນເມືອງຂອງແຕ່ລະຊົນເຜົ່າລ້ວນແຕ່ມີການອອກແບບ ແລະ ການຕົກແຕ່ງທີ່ແຕກຕ່າງກັນ; ໄດ້ອອກແບບມາເພື່ອຄວາມສະດວກໃນການເຄືື່ອນໄຫວໄປມາ ແລະ ຄວາມສະດວກໃນການເຮັດວຽກ. ມາພ້ອມກັບເສືອຜ້າອາພອນແມ່ນສາຍຄໍ, ກ້ອງແຂນເງິນ ຊະນິດຕ່າງໆ.
ວົງຄະນາຍາດບັນດາເຜົ່າດຳເນີນລາຍການຟ້ອນລຳທຳເພງ “ຕະຫຼາດນັດລະດູບານໃໝ່” ເພື່ອຍ້ອງຍໍບ້ານເກີດເມືອງນອນ ແລະ ເອກະລັກວັດທະນະທຳຂອງຊາດ. ພິເສດ, ຊາວເຜົ່ານຸ່ງ ຂອງເມືອງ ຊີນເມີ່ນ ໄດ້ສະແດງສິລະປະຟ້ອນມ້າເຈ້ຍ. ຊາວເຜົ່າຢ້າວ ໄດ້ຫວນຄືນງານບຸນຂໍຝົນ. ພິທີນີ້ແມ່ນມັກຈະຈັດຂຶ້ນຢ່າງສະຫງ່າໂດຍມີການເຂົ້າຮ່ວມຂອງວົງຄະນະຍາດໃນທ້າຍປີເກົ່າ ຫຼືຕົ້ນປີໃໝ່. ຜ່ານພິທີກຳຕາມຮີດຄອງປະເພນີ, ການຟ້ອນລຳທຳເພງເພື່ອຂໍໃຫ້ລະດູການເກັບກ່ຽວ ໄດ້ຮັບຜົນດີ ໄດ້ສະແດງໃຫ້ເຫັນຄວາມເຄົາລົບຕໍ່ເຈົ້າທີ່ປ່າ, ເຈົ້າທີ່ພູ, ເທວະດາ ແລະ ເຈົ້າແມ່ທໍລະນີ. ງານບຸນບໍ່ພຽງແຕ່ແມ່ນຈຸດວັດທະນະທຳພື້ນເມືອງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມໝາຍດ້ານຈິດໃຈອັນເລິກເຊິ່ງໃນຊີວິດຂອງພໍ່ແມ່ປະຊາຊົນ.
ກຸ່ມວົງຄະນາຍາດບັນດາພາກເໜືອທີ່ເຄື່ອນໄຫວຢູ່ບ້ານ ຈະເຂົ້າຮ່ວມການປະກວດໜຶ້ງເຂົ້າໜຽວຫ້າສີ ແລະ ຈັດພາເຂົ້າເພື່ອສະເຫຼີມສະຫຼອງປີໃໝ່. ຜູ້ຕາງໜ້າວົງຄະນາຍາດບັນດາເຜົ່າ ແລະ ນັກສິລະປະໄດ້ແບ່ງອອກເປັນ 3 ທີມ ຈະເຮັດເຂົ້າໜຽວດ້ວຍໝໍ້ 3 ສີທີ່ແຕກຕ່າງກັນ, ຍ້ອມສີທຳມະຊາດ. ເຂົ້າໜຽວສີແດງ ເອີ້ນວ່າ "ເຂົ້າແດງ", ໝ່າເຂົ້າກັບຕົ້ນເຂົ້າແດງ; ເຂົ້າໜຽວສີອິດ "ເຂົາກ່ຳ" ໄດ້ໝ່າເຂົ້າກັບຕົ້ນເຂົາກັ໋ມ; ເຂົ້າໜຽວສີເຫຼືອງ ເອີ້ນວ່າ "ເຂົ້າເຫຼືອງ" ໝ່າເຂົ້າກັບດອກໄມ້ ບໍ໋ຟ໋ອນ. ຍັງເຂົ້າໜຽວສີຂຽວ ເອີ້ນວ່າ "ເຂົາແຄວ" ໝ່າເຂົ້າກັບໃບເຂົ້າໜຽວໜຶ້ງ ຫຼື ໃບເຕີຍ; ເຂົ້າຫນຽວສີຂາວ ເອີ້ນວ່າ "ເຂົ້າດອນ". ຫຼັງຈາກນັ້ນ, ນັກສິລະປະຈະນຳສະເໜີພາເຂົ້າໜຽວຫ້າສີ, “ພາເຂົ້າສາມັກຄີ" ເພື່ອຕ້ອນຮັບປີໃໝ່ພ້ອມກັບແຂກຄົນ.
ວົງຄະນະຍາດຊົນເຜົ່າລາວ ມາຫາຈາກເມືອງ ໂຊບໂກ້ບ, ແຂວງ ເຊີນລາ ຈະຫວນຄືນພິທີຂຶ້ນເຮືອນໃໝ່. ຜ່ານນັ້ນ, ນັກທ່ອງທ່ຽວກໍ່ສາມາດສຳຜັດກັບວັດທະນະທຳພື້ນເມືອງທີ່ເປັນເອກະລັກດີເດັ່ນພິເສດ, ຮັບປະທານອາຫານທີ່ເປັນເອກະລັກສະເພາະ, ກອນລຳ ແລະ ເຂົ້າໃຈຕື່ມອີກກ່ຽວກັບຄວາມໄຝ່ຝັນອັນບໍລິສຸດ, ແງ່ຫວັງ, ຄວາມຮັກແພງຊີວິດ ... ຂອງວົງຄະນະຍາດ.
ມິງດຶກ