ການພັດທະນາວັດທະນະທໍາເພື່ອຊຸກຍູ້ການຂະຫຍາຍຕົວ

14:29 | 10/03/2025

ຍສໝ - ວັດ​ທະ​ນະ​ທໍາ​ແມ່ນ​ພື້ນ​ຖານ​ທາງຈິດໃຈ​, ກຳລັງຜັກດັນ ​ແລະ​ ເປົ້າ​ຫມາຍ​ຂອງ​ການ​ພັດ​ທະ​ນາ​. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ອານ​ຢາງ ​ໄດ້​ຜັນຂະຫຍາຍບັນດາ​ແຜນນະໂຍບາຍ​ຂອງ​ພັກ​ໃນ​ຂົງ​ເຂດ​ວັດທະນະທຳ ​ແລະ ສິລະ​ປະ ຢ່າງ​ຕັ້ງໜ້າ, ພ້ອມ​ກັນນັ້ນ ກໍ່​ເພີ່ມ​ທະວີ​ການ​ແກ້​ໄຂ​ເພື່ອອະນຸລັກ ​ແລະ ​ເສີມ​ຂະຫຍາຍ​ທ່າ​ແຮງ, ຄຸນລັກສະນະລັກສະນະ​ພິເສດທາງວັດທະນະທຳ​ຂອງ​ ອານ​ຢາງ.

ດ່າໜັງ: ເຕັມໄປດ້ວຍສີສັນວັດທະນະທຳ ລັດເຊຍ ໃນງານບຸນອຳລາລະດູໜາວຢ່າງຄຶກຄັກ
ຮ່າໂນ້ຍ ແບ່ງປັນບົດຮຽນໃນການພັດທະນາວັດທະນະທໍາ, ສັງຄົມກັບ ສປປ ລາວ

ໃນໄລຍະມໍ່ໆມານີ້, ການກໍ່ສ້າງຊີວິດວັດທະນະທໍາຢູ່ຮາກຖານໄດ້ຮັບການຮັກສາ ແລະ ພັດທະນາ, ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ຕິດພັນກັບຂະບວນການແຂ່ງຂັນຮັກຊາດ, ກໍ່ສ້າງຊົນນະບົດໃໝ່, ຕົວເມືອງທີ່ອາລະຍະທໍາໄດ້ສ້າງສະຕິ ແລະ ລະດົມກໍາລັງແຮງພາຍໃນຂອງປະຊາຄົມປະຊາຊົນພ້ອມກັບເຂົ້າຮ່ວມການພັດທະນາເສດຖະກິດ-ສັງຄົມ. ຄະນະ​ຊີ້​ນຳ​ວຽກ​ງານ​ຄອບຄົວ ​ແລະ ຂະບວນການ “ທົ່ວ​ປວງ​ຊົນສາມັກຄີ​​ສ້າງ​ຊີວິດ​ວັດທະນະທຳ” ບັນດາລະດັບຢູ່​ແຂວງ ອານ​ຢາງ ​ໄດ້​ສຸມ​ໃສ່​ຮັກສາ, ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບບັນດາ​ນາມມະຍົດ​ວັດທະນະທຳ​ທີ່​ໄດ້​ຮັບ​ການ​ຮັບ​ຮູ້; ໂຄສະນາ​ບັນດາແຜນ​ນະ​ໂຍບາຍ​ຂອງ​ພັກ ແລະ ນະ​ໂຍບາຍ​, ກົດໝາຍຂອງ​ລັດ​ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ.

ຮອດ​ທ້າຍ​ປີ 2024, ອານ​ຢາງ ມີ​ສິລະ​ປະ​ດົນຕີ​ ຕ່າຍຕື້ ​ພາກ​ໃຕ້ (​ໄດ້​ຮັບ​ການ​ພັດທະນາ​ຢູ່​ບັນດາ​ແຂວງ​ພາກ​ໃຕ້) ​ແລະ ງານ​ບຸນ ຂວັນແມ່ພະຍາຢູ່ເຂດ​ພູ ສາມ ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ເປັນ​ມໍລະດົກ​ວັດທະນະທຳທີ່​ບໍ່ເປັນວັດຖຸຕາງໜ້າ​ຂອງ​ມະນຸດ;ສິ່ງລ້ຳຄ່າແຫ່ງຊາດ 8 ອັນ; ມໍລະດົກວັດທະນະທໍາທີ່​ບໍ່ເປັນວັດຖຸລະດັບຊາດ 8 ອັນ.

ການພັດທະນາວັດທະນະທໍາເພື່ອຊຸກຍູ້ການຂະຫຍາຍຕົວ

ຂະບວນການ​ວັດ​ທະ​ນະ​ທຳ​ - ສິ​ລະ​ປະ​ນັບມື້ນັບພັດ​ທະ​ນາ.

ຂະບວນການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ປະກອບສ່ວນ​ສຳຄັນ​ໃນ​ການ​ພັດທະນາ​ສັງຄົມ​ຢ່າງຮອບດ້ານ, ຕິດ​ພັນ​ກັບ​ການເສີມຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່ເປັນມູນເຊື້ອ ​ແລະ ຍົກ​ສູງ​ຄຸນ​ນະພາ​ບຊີວິດ​ຂອງ​ປະຊາຊົນ. ແຂວງ​ ສືບ​ຕໍ່​ຍົກ​ສູງ​ຄວາມ​ຮັບ​ຮູ້ ​ແລະ ຄວາມ​ຮັບຜິດຊອບ​ຂອງ​ຊຸມ​ຊົນ, ສົ່ງເສີມການ​ພັດທະນາ​ບັນດາ​ຄຸນຄ່າ​ວັດທະນະທຳທີ່ເປັນມູນເຊື້ອ, ​ຕິດພັນກັບ​ບັນດາ​ລາຍການ​ພັດທະນາ​ເສດຖະກິດ - ສັງຄົມ. ເພີ່ມທະວີການຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ, ກິລາ ແລະ ການທ່ອງທ່ຽວໃຫ້ບັນດາເຜົ່າໃນແຂວງ, ສ້າງຜະລິດຕະພັນ ແລະ ເຫດການທີ່ດຶງດູດການທ່ອງທ່ຽວ, ຮັບໃຊ້ບັນດາຄວາມຕ້ອງການຊົມໃຊ້ວັດທະນະທຳທາງຈິດໃຈ ແລະ ບຳລຸງສ້າງກຳລັງກາຍຂອງປະຊາຊົນໃຫ້ເປັນຢ່າງດີ, ພິເສດແມ່ນຢູ່ບັນດາເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍ, ປະກອບສ່ວນປັບປຸງກຸ່ມກ້ອນມະຫາສາມັກຄີຂອງບັນດາເຜົ່າໃນບໍລິເວນແຂວງ, ປະຕິບັດບັນດາໜ້າທີ່ການເມືອງ, ຮັກສາຄວາມສະຫງົບຢູ່ຊາຍແດນຢ່າງມີໄຊ.

ສຸມ​ໃສ່​ລົງທຶນການອະນຸລັກ​, ບູລະນະບັນດາຮ່ອງຮອຍປະຫວັດສາດ - ວັດທະນະທຳ​ໃນບໍລິເວນ​ແຂວງ. ສືບຕໍ່ຍູ້ແຮງວຽກງານການອະນຸລັກ, ເສີມຂະຫຍາຍບັນດາຄຸນຄ່າມໍລະດົກວັດທະນະທຳ, ບັນດາຮູບແບບວັດທະນະທຳທີ່ປັນວັດຖຸ ແລະ ​ບໍ່ເປັນວັດຖຸ, ໂດຍຜ່ານການສ້າງບັນດາເອກະສານ, ໂຄງການອະນຸລັກ ແລະ ເສີມຂະຫຍາຍບັນດາຮູບແບບມໍລະດົກວັດທະນະທຳທີ່​ບໍ່ເປັນວັດຖຸຂອງບັນດາເຜົ່າໃນບໍລິເວນແຂວງ. ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ​ໂດຍ​ຜ່ານ​ບັນດາການ​ເຄື່ອນ​ໄຫວ​ວັດທະນະທຳ​ຕ່າງປະ​ເທດ, ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ເຫດການ​ວັດທະນະທຳ; ​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກປ່ຽນ​ດ້ານ​ສິລະ​ປະ, ງານ​ວາງສະ​ແດງ​ການ​ຄ້າ, ວັດທະນະທຳ - ການ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ສາກົນ.

ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳສິລະ​ປະ, ໂຄສະນາລະດົມສຳຜັດໂດຍກົງ, ງານວາງສະແດງ, ຫໍສະໝຸດຢູ່ບັນດາທ້ອງຖິ່ນຂອງແຂວງດ້ວຍບັນດາຮູບແບບ ແລະ ເນື້ອໃນໃໝ່ເພື່ອຮັບໃຊ້ໜ້າທີ່ການເມືອງ, ສະເຫຼີມສະຫຼອງບັນດາວັນບຸນສຳຄັນຂອງຊາດ, ບັນດາເຫດການສຳຄັນຂອງແຂວງ ແລະ ປະເທດຊາດ, ບຸລິມະສິດຟູ່ບັນດາເຂດຫ່າງໄກສອກຫຼີກ, ເຂດຊາຍແດນ, ເຂດຊົນເຜົ່າສ່ວນໜ້ອຍເພື່ອຕອບສະໜອງຄວາມຕ້ອງການຊົມໃຊ້ວັດທະນະທຳທາງຈິດໃຈຂອງປະຊາຊົນ. ຜ່ານ​ນັ້ນ, ປະກອບສ່ວນ​ກໍ່ສ້າງ​ຊີວິດ​ດ້ານ​ວັດທະນະທຳ​ຢູ່​ຮາກ​ຖານ ​ແລະ ​ເຜີຍ​ແຜ່​ບັນດາແຜນນະໂຍບາຍຂອງ​ພັກ ​ແລະ ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ​ບັນດາເຫດການ​ການ​ເມືອງ, ວັດທະນະທຳ - ສັງຄົມ​ຢ່າງ​ທັນ​ການ​ໃຫ້​ເຖິງປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ແຂວງ.

ຄະນະ​ຊີ້​ນຳຂະບວນ​ການ​ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ທຸກ​ຂັ້ນ​ສືບ​ຕໍ່​ປັບປຸງ ​ແລະ ຮັກສາ​ບັນດາ​ນາມມະຍົດ​ວັດທະນະທຳ. ສຸມ​ໃສ່​ຍົກສູງຂະບວນ​ການ​​ກໍ່ສ້າງ​ຊີວິດ​ດ້ານ​ວັດທະນະທຳ - ກິລາ​ຢູ່​​ຮາກ​ຖານ, ຍູ້ແຮງ​ຂະບວນ​ການ “ທົ່ວປວງຊົນສາມັກຄີສ້າງຊີວິດວັດທະນະທໍາ” ຕິດ​ພັນ​ກັບ​ການ​ປະຕິບັດ​ລາຍການ​ເປົ້າໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ສົມທົບ​ກັບ​ບັນດາ​ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ງານ​ມະ​ໂຫລານ​ສີ​ລະ​ປະ​ສີສັນ​ຊາຍ​ແດນ​ແຂວງ ອານ​ຢາງ ຄັ້ງ​ທີ 2/2025...

ກໍ່ສ້າງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ຂະຫຍັນຂັນເຄື່ອນ ແລະເຂັ້ມແຂງດ້ວຍຕົນເອງ

ກໍ່ສ້າງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ຫຼັງປີ 2025 ໃຫ້ຂະຫຍັນຂັນເຄື່ອນ ແລະເຂັ້ມແຂງດ້ວຍຕົນເອງ

ຍສໝ - ກອງປະຊຸມສໍາມະນາສາກົນກ່ຽວກັບແຜນການຍຸດທະສາດຂອງປະຊາຄົມວັດທະນະທໍາ-ສັງຄົມອາຊຽນ (ASCC) ປີ 2025 ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ຈັດຂຶ້ນໃນຕອນເຊົ້າວັນທີ 5 ພະຈິກ ຢູ່ ຮ່າໂນ້ຍ.

ໄຂວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາເຜົ່າທາງທິດຕາເວັນອອກສ່ຽງເໜືອ 2024

ໄຂວັນບຸນວັດທະນະທໍາ, ກິລາ ແລະທ່ອງທ່ຽວບັນດາເຜົ່າທາງທິດຕາເວັນອອກສ່ຽງເໜືອ 2024

ຍສໝ - ຕອນຄໍ່າວັນທີ 2 ພະຈິກ, ທີ່ນະຄອນລ້າງເຊີນ, ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ໄດ້ຮ່ວມກັບຄະນະກໍາມະການປະຊາຊົນແຂວງລ້າງເຊີນ ຈັດພິທີໄຂວັນບຸນວັດທະນະທໍາ, ກິລາ ແລະ ທ່ອງທ່ຽວບັນດາເຜົ່າທາງທິດຕາເວັນອອກສ່ຽງເໜືອ ຄັ້ງທີ XI ປີ 2024 ຂຶ້ນ.

ແທັງຮັ່ງ

ເຫດການ