ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023

11:56 | 28/11/2023

ຍສໝ - ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ ເມືອງ 3 ຫາ​ກໍ່​ສົມທົບ​ກັບ​ສູນ​ວັດທະນະທຳ ​ແລະ ກິລາ​ແຂວງ ​ແລະ ຫໍ​ພັກນັກສຶກສາ​ລາວ ທີ່ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ຈັດ​ຕັ້ງ​ການແຂ່ງຂັນ​ກິລາ​ມິດຕະພາບ ຫວຽດນາມ - ລາວ - ກຳປູ​ເຈຍ ​​ປີ 2023. Ủy ban MTTQ Việt Nam Quận 3 vừa phối hợp Trung tâm Văn hóa - Thể thao quận và Ký túc xá sinh viên Lào tại TP.HCM tổ chức giải thể thao hữu nghị Việt Nam - Lào - Campuchia năm 2023.

ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023 ໄຂຊຸດຝຶກອົບຮົມວຽກງານກູ້ຊີບ, ກູ້ໄພພິບັດທຳມະຊາດໃຫ້ແກ່ພະນັກງານກອງທັບປະຊາຊົນລາວ ປີ 2023
ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ ປີ APEC 2023: ຫວຽດນາມ ໄດ້ຕີລາຄາສູງຄຳໝັ້ນສັນຍາຂອງຕົນ ກ່ຽວກັບການເງິນສີຂຽວ

ການແຂ່ງຂັນ​​ກິລາ​ມິດຕະພາບ ​ຫວຽດນາມ - ລາວ - ກຳປູ​ເຈຍ ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ຈັດ​ຕັ້ງ​ເພື່ອ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ຊາດ​ລາຊະອານາຈັກ ກຳປູ​ເຈຍ ( 9 ພະຈິກ 1953 – 9 ພະຈິກ 2023); ຄົບຮອບ 48 ປີ ວັນຊາດແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 - 2 ທັນວາ 2023); 93 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ແນວ​ໂຮມ​ປະ​ເທດ​ຊາດ​ເປັນເອກະພາບຫວຽດນາມ - ວັນ​ມູນເຊື້ອ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ (18 ພະຈິກ 1930 – 18 ພະຈິກ 2023), ມຸ່ງ​ໄປ​ເຖິງ​ການ​ຕ້ອນຮັບ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIV ຂອງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ ເມືອງ 3 ​ອາຍຸການ 2024 - 2029.

ຟົດຟື້ນການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023
ທ່ານ ລອນພັນ ຜາດາວັນ, ກົງສຸນ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ນະຄອນ ໂຮ່ຈີມິນ ໄດ້ມອບລາງວັນໃຫ້ແກ່ ທີມແຂ່ງຂັນເປຕັງ. ພາບ: ຄະນະກຳມະການພັກນະຄອນ ໂຮ່ຈີມິນ

ການແຂ່ງຂັນກິລາມິດຕະພາບ ຫວຽດນາມ-ລາວ-ກຳປູເຈຍ ໃນປີ 2023 ຈະໄດ້ຈັດຂຶ້ນ 2 ລາຍການຄື: ເປຕັງ (ປະເພດທີມ) ແລະ ປິງປ່ອງ (ປະເພດດ່ຽວຊາຍ, ດ່ຽວຍິງ ແລະ ຄູ່ຍິງຊາຍ). ບັນດາ​ນັກ​ກິລາ​ໄດ້​ແຂ່ງຂັນ​ຢ່າງຟົດຟື້ນ​ດ້ວຍ​ນ້ຳ​ໃຈ​ສາມັກຄີ, ​ແລກປ່ຽນ​ປະສົບ​ການ, ຝຶກຝົນຮ່າງກາຍ.

ຄະນະ​ຈັດ​ຕັ້ງ​ໄດ້​ມອບ​ລາງວັນ​ທີ 1, 2, 3 ​ໃຫ້​ແກ່​ເນື້ອ​ໃນ​ການ​ແຂ່ງຂັນ, ​ໃນ​ນັ້ນ, ຄະນະ​ນັກ​ສຶກສາ​ລາວ​ດີ​ເດັ່ນ​ຈາກ​ມະຫາວິທະຍາ​ໄລ​ເສດຖະກິດ ນະຄອນ​ໂຮ່ຈິ​ມິນ ຍາດ​ໄດ້​ລາງວັນ​ທີ 1 ​ໃນ​ກິລາເປຕັງ.

ການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ບໍ່ພຽງແຕ່ແມ່ນກາລະໂອກາດເພື່ອຍົກສູງຈິດໃຈກາຍະບໍລິຫານ, ກິລາ, ຝຶກຝົນສຸຂະພາບຮ່າງກາຍ, ສ້າງສະໜາມກິລາທີ່ປອດໃສ ເເລະ ເປັນປະໂຫຍດເທົ່ານັ້ນ, ​ແຕ່​ຍັງ​ເປັນ​ຂົວ​ຕໍ່ປະກອບສ່ວນ​ສ້າງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຍືນ​ຍົງ​ລະຫວ່າງ​ປະຊາຊົນ​ນະຄອນ ໂຮ່ຈີມິນ ກັບນັກສຶກສາລາວ - ກຳປູເຈຍ ທີ່ຮຽນຢູ່ນີ້.

ດີງເລື້ອງ

ເຫດການ
302 Found

Found

The document has moved here.