ຫວຽດນາມ ສະໜັບສະໜູນການຍູ້ແຮງການປະຕິຮູບສະພາຄວາມໝັ້ນຄົງ ສະຫະປະຊາຊາດ

11:04 | 22/11/2023

ຍສໝ - ຜູ້ຕາງໜ້າ ຫວຽດນາມ ຢືນຢັນ​ວ່າ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຕ້ອງ​ມີ​ການ​ປ່ຽນ​ແປງ​ໃໝ່ຕາມທິດທາງເພີ່ມ​ທະວີລັກສະນະເປັນຜູ້ຕາງໜ້າ, ມີປະສິດທິຜົນ​ເພື່ອ​ປັບ​ຕົວ ແລະ ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ໃນ​ປະຈຸ​ບັນ.

ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ ສະຫະປະຊາຊາດຕີລາຄາສູງບັນດາການປະກອບສ່ວນຂອງ ຫວຽດນາມ ໃຫ້ແກ່ການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ
ຫວຽດນາມ ສໍາເລັດອາຍຸການກໍາມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີໄຊ ຫວຽດນາມ ສໍາເລັດອາຍຸການກໍາມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດຢ່າງມີໄຊ

ວັນ​ທີ 16 ພະຈິກ​ນີ້, ຢູ່​ນິວຢອກ - ອາ​ເມ​ລິ​ກາ, ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ (ສປຊ) ໄດ້​ຈັດ​ຕັ້ງວາລະ​ປະຊຸມປະຈຳປີກ່ຽວ​ກັບ​ບັນຫາການປັບປຸງການຈັດຕັ້ງສະພາຄວາມໝັ້ນຄົງ.

ຫວຽດນາມ ສະໜັບສະໜູນການຍູ້ແຮງການປະຕິຮູບສະພາຄວາມໝັ້ນຄົງ ສະຫະປະຊາຊາດ

ກອງປະຊຸມສະມັດຊາໃຫຍ່ສະ​ຫະ​ປະ​ຊາ​ຊາດ ​ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ການ​ປະ​ຕິ​ຮູບ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ.

ທີ່​ການ​ພົບ​ປະ, ຜູ້ຕາງໜ້າ​ບັນດາ​ປະ​ເທດ​ສະມາຊິກ ​ເນັ້ນ​ໜັກ​ວ່າ ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ໄດ້​ຮັບ​ການ​ປະຕິ​ຮູບຢ່າງວ່ອງໄວ, ທັງ​ດ້ານ​ຈຳນວນ, ​ໂຄງ​ປະກອບ​ສະມາຊິກ ແລະ ວິທີ​ການ​ເຮັດ​ວຽກ, ເພື່ອ​ຮັບປະກັນ​ໃຫ້ອົງການ​ນີ້​ສາມາດ​ປະຕິບັດ​ໜ້າ​ທີ່​ຮັກສາ​ສັນຕິພາບ ແລະ ຄວາມ​ໝັ້ນຄົງ​ສາກົນໄດ້ເປັນ​ຢ່າງ​ດີ, ​ພິ​ເສດ​​​ແມ່ນໃນ​ສະພາບ​ຄວາມ​ເຄັ່ງ​ຕຶງ ແລະ ຄວາມ​ຂັດ​ແຍ່ງ​ກັນເພີ່ມຂຶ້ນ​ໃນ​ຫຼາຍ​ຂົງ​ເຂດ.

ບັນດາ​ປະ​ເທດ​ຊົມ​ເຊີຍ​ການທີ່​ປະທານກອງປະຊຸມສະມັດໃຫຍ່ໄດ້​ແຕ່ງ​ຕັ້ງຄືນໃໝ່​ບັນດາ​ເອກອັກຄະລັດຖະທູດ, ຫົວໜ້າ​ຄະນະຜູ້ແທນ ໂອຕຣິດ ​ແລະ ກູ​ເວດ ​ເປັນ​ປະທານ​ຮ່ວມການດຳເນີນການເຈລະຈາລະຫວ່າງລັດຖະບານ ກ່ຽວ​ກັບການ​ປະຕິ​ຮູບ​ສະພາຄວາມໝັ້ນຄົງ ຄັ້ງ​ທີ 78 (IGN), ພ້ອມ​ກັນ​ນັ້ນ​ກໍ​ໄດ້​ຮອງຮັບບາງການດຳເນີນການກ່ຽວກັບລະບຽບການ ແລະ ວິທີການເຮັດວຽກຂອງ IGN ຊຸດກ່ອນ.

ກ່າວຄຳປາໄສທີ່ການພົບປະ, ທ່ານອັກຄະລັດຖະທູດທີ່ປຶກສາ ຫງວ໋ຽນຮວ່າງຫງວຽນ, ຮອງຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳ ສປຊ ຢືນຢັນ​ວ່າ ຕ້ອງ​ມີ​ການ​ປ່ຽນ​ໃໝ່​ໃນ​ທິດ​ທາງ​ເພີ່ມ​ທະວີ​ລັກສະນະການເປັນຕົວແທນ, ມີປະສິດທິຜົນເພື່ອປັບຕົວ ແລະ ເໝາະສົມກັບສະພາບຕົວຈິງໃນປະຈຸບັນ.

​ເພື່ອ​ເຮັດໄດ້​ສິ່ງ​ດັ່ງກ່າວ, ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ຂະຫຍາຍ​ສະມາຊິກ​, ທັງ​ຖາວອນ ແລະ ​ບໍ່ຖາວອນ, ​ເພີ່ມ​ຈຳນວນ​ທີ່​ນັ່ງ​ໃຫ້​ແກ່​ພາກ​ພື້ນ ແລະາ ​ກຸ່ມ​​ປະ​ເທດ​ທີ່​ຍັງບໍ່​ມີ​ຜູ້ຕາງໜ້າຕາມສົມຄວນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ປະ​ເທດ​ທີ່ພວມ​ພັດທະນາ​ຢູ່​ ອາ​ຟຼິກາ ​ແລະ ອາຊີ - ປາຊີ​ຟິກ.

ທ່ານຜູ້ຕາງໜ້າ​ ຫວຽດນາມ ໃຫ້​ຮູ້​ວ່າ: ສະພາ​ຄວາມ​ໝັ້ນຄົງ​ຍັງ​ຕ້ອງ​ປັບປຸງບັນດາ​ວິທີການ​ເຮັດ​ວຽກ​ເພື່ອ​ຮັບປະກັນ​ປະຊາທິປະ​ໄຕ, ຈະແຈ້ງ ແລະ ມີ​ປະສິດທິ​ຜົນ​ໃນ​ການ​ປະຕິບັດ​ບົດບາດ ແລະ ໜ້າທີ່ຂອງ​ຕົນ. ​ບັນດາກອງ​ປະ​ຊຸມເປີດເຜີຍຄວນຈະຖືກຈັດຂື້ນຢ່າງເປັນປະຈຳກວ່າ, ໃນຂະນະທີ່ບັນດາ​ກອງປະຊຸມ ແລະ ການປຶກສາຫາລືລັບ ຄວນຈະຖືກຈຳກັດໃຫ້ໜ້ອຍທີ່ສຸດ.

ການໃຊ້ສິດຢັບຢັ້ງຕ້ອງຈຳກັດຢູ່ໃນຂອບເຂດຂອງບັນດາມາດຕະການທີ່ໄດ້ກຳນົດໝວດທີ VII ຂອງກົດບັດສະຫະປະຊາຊາດ. ສະພາ​ຄວາມ​ໝັ້ນຄົງ​ກໍ​ຕ້ອງ​ເພີ່ມ​ທະວີ​ການ​ປະສານ​ສົມທົບ, ປຶກສາ ແລະ ຟັງຄວາມຄິດເຫັນ​ຂອງກອງ​ປະຊຸມສະມັດຊາ​ໃຫຍ່, ບັນດາ​ອົງການ​ໃນ​ພາກ​ພື້ນ ​ແລະ ບັນດາ​ປະ​ເທດ​ທີ່​ສົ່ງພົນທະຫານເຂົ້າຮ່ວມກຳລັງຮັກສາ​ສັນຕິພາບ​ໃນ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ.

ທ່ານອັກຄະລັດຖະທູດທີ່ປຶກສາທູດ ຫງວ໋ຽນຮວ່າງຫວງຽນ ຢືນຢັນ​ວ່າ: ຫວຽດນາມ ສະໜັບສະໜູນ​ການຊຸກຍູ້ວິວັດການ IGN, ​ໃນ​ນັ້ນ​ມີ​ການ​ເພີ່ມເຕີມ​ບັນດາ​ປັດໄຈ​ທີ່​ຈຳ​ເປັນ​ຄື​ບັນດາວິວັດວັດການເຈລະຈາ​ອື່ນໆ​ຂອງ ສປຊ.

ຜູ້ຕາງໜ້າ ຫວຽດນາມ ໄດ້​ຕີ​ລາຄາ​ສູງ​ບັນດຂໍ້ລິເລີ່ມທີ່​ໄດ້​ຮັບ​ການຈັດຕັ້ງ​ປະຕິບັດ​ໃນ​​ປີ​ທີ່​ຜ່ານ​ມາ ​ເຊັ່ນ: ການຖ່າຍທອດສົດທາງໂທລະພາບຂອງ​ບັນດາ​ກອງ​ປະຊຸມ, ສ້າງ​ໜ້າເວບເ​ອ​ເລັກ​ໂຕຣນິກ​ເພື່ອສຳເນົາຂໍ້ມູນຂ່າວສານ, ເອກະສານຂອງ IGN, ພ້ອມທັງຊົມເຊີຍການຈັດ​ຕັ້ງ​ບັນດາ​ກອງ​ປະຊຸມເປີດ​, ​ບໍ່​ເປັນ​ທາງ​ການ ​ເພື່ອ​ຊຸກຍູ້​ການແລກປ່ຽນທີ່ແທດຈິງ, ສະເໜີແນວ​ຄວາມ​ຄິດ​ໃໝ່​ໃຫ້​ແກ່​ວິວັດການທີ່​ສຳຄັນ​ນີ້.

ມິງດຶກ

302 Found

Found

The document has moved here.