ເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນແຂວງ ລອງອານ ແລະ ປະຊາຊົນ ກູບາ

17:06 | 02/01/2024

ຍສໝ - ຕອນ​ເຊົ້າ​ວັນ​ທີ 23 ທັນວາ, ສະມາຄົມມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ກູ​ບາ ​ແຂວງ ລອງ​ອານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 2 ​ໄລຍະ 2023-2028. ​ໃນ​ໄລຍະ​ໃໝ່ ສະມາຄົມ​ກຳນົດ​ວ່າ ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ ​ຫວຽດນາມ ເວົ້າລວມ, ປະຊາຊົນ ລອງ​ອານ ​ເວົ້າ​ສະ​ເພາະ ກັບປະຊາຊົນ ກູ​ບາ, ປະກອບສ່ວນ​ເຂົ້າໃນການພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ແຂວງ.

ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ ການພົວພັນລະຫວ່າງ ຫວຽດນາມ - ກູບາ ໄດ້ຮັບການເອົາໃຈໃສ່ປັບປຸງ, ຊຸກຍູ້ ແລະ ພັດທະນາເລິກເຊິ່ງກວ້າງຂວາງຢ່າງບໍ່ຢຸດຢັ້ງ
ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ ຊຸກຍູ້ການພົວພັນຮ່ວມມືກັບອົງການກຳມະບານ ລາວ ແລະ ກູບາ ໃຫ້ນັບມື້ນັບເລິກເຊິ່ງ

ຕາມ​ບົດ​ລາຍ​ງານ​ທີ່​ກອງ​ປະຊຸມໃຫຍ່, ໃນ​ໄລຍະ​ທີ່​ຜ່ານ​ມາ, ສະມາຄົມ​ໄດ້ເສີມຂະຫຍາຍຈິດໃຈ “ເປັນເຈົ້າການ, ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ” ​ໃນ​ການຜັນຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ. ສະມາຄົມ​ໄດ້​ເປັນເຈົ້າການໃນວຽກງານຂ່າວສານການ​ຕ່າງປະ​ເທດ ເຊິ່ງປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຢ່າງຕັ້ງໜ້າ, ເລິກ​ເຊິ່ງກ່ຽວ​ກັບ​ສາຍພົວພັນ​ສາມັກຄີ, ຕິດພັນມູນເຊື້ອ, ມິດຕະພາບ, ການ​ຮ່ວມ​ມື​ລະຫວ່າງ​ປະຊາຊົນ​ຫວຽດນາມ - ກູ​ບາ. ຜ່ານ​ການເຄຶ່ອນໄຫວ​ພົບ​ປະ​ກັບ​ບັນດາ​ອົງການ​ການ​ທູດ​ ກູ​ບາ, ສະມາຄົມ​ຍັງ​ແບ່ງປັນ​ບັນດາ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ, ກ່ຽວກັບວັດທະນະທຳ, ປະຫວັດສາດ, ຮູບພາບບ້ານ​ເກີດ​ເມືອງ​ນອນ,... ຊາວ​ ລອງ​ອານ.

ເພີ່ມທະວີການຮ່ວມມືລະຫວ່າງປະຊາຊົນແຂວງ ລອງອານ ແລະ ປະຊາຊົນ ກູບາ

ສະມາຄົມມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ກູ​ບາ ​ແຂວງ ລອງ​ອານ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 2 ​ໄລຍະ 2023-2028

​ໃນອາ່ຍຸການໃໝ່, ສະມາຄົມ​ຈະ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ດ້ວຍ​ຫົວ​ຂໍ້ “ສືບ​ຕໍ່​ເສີມສ້າງ, ຮັກສາ ​ແລະ ພັດທະນາ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ, ແບບຢ່າງລະຫວ່າງ ຫວຽດນາມ ​ແລະ ກູ​ບາ”. ພະຍາຍາມ​ສ້າງ​​ສະມາຄົມ​ໃຫ້​ເຂັ້ມ​ແຂງ, ຍົກ​ສູງ​ປະສິດທິ​ຜົນ​ການ​ດຳ​ເນີນ​ງານ; ເປີດກວ້າງການພົວພັນສັນຕິພາບ, ຄວາມສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ຫວຽດນາມ ເວົ້າລວມ, ປະຊາຊົນແຂວງ ລອງອານ ເວົ້າສະເພາະ ກັບປະຊາຊົນ ກູບາ, ປະກອບສ່ວນພັດທະນາເສດຖະກິດສັງຄົມຂອງແຂວງ.

ກອງ​ປະຊຸມ​ໃຫຍ່ ​ໄດ້​ປະຊຸມເລືອກຕັ້ງ​ຄະນະປະຕິບັດ​ສະມາຄົມ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ກູ​ບາ ​ແຂວງ ລອງ​ອານ, ຄັ້ງ​ທີ 2, ອາຍຸ​ການ 2023-2028 ລວມມີ 27 ທ່ານ. ທ່ານ​ນາງ ເຈີ່ນ​ທິແຍັງ - ອະດີດຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ໄດ້​ຮັບ​ເລືອກ​ຕັ້ງເປັນ​ປະ​ທານ​ສະ​ມາ​ຄົມ​ອີກຄັ້ງໜຶ່ງໃນອາ​ຍຸ​ການ 2023-2028.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.