ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ

10:41 | 28/11/2023

ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ

ຫວຽດນາມ ມີມະຫາວິທະຍາໄລ 6 ແຫ່ງທີ່ໄດ້ຮັບການຈັດເຂົ້າໃນຕາຕະລາງຈັດອັນດັບບັນດາໂຮງຮຽນມະຫາວິທະຍາໄລດີທີ່ສຸດໃນໂລກ ຫວຽດນາມ ມີມະຫາວິທະຍາໄລ 6 ແຫ່ງທີ່ໄດ້ຮັບການຈັດເຂົ້າໃນຕາຕະລາງຈັດອັນດັບບັນດາໂຮງຮຽນມະຫາວິທະຍາໄລດີທີ່ສຸດໃນໂລກ
ນັກວິລະຊົນແຮງງານ ຫງວຽນກວາງເມົາ ໄດ້ຮັບນາມມະຍົດ ສາສະດາຈານ ກິຕິມະສັກຂອງສະຖານບັນມະຫາວິທະຍາໄລສະຖິຕິໂລກ ນັກວິລະຊົນແຮງງານ ຫງວຽນກວາງເມົາ ໄດ້ຮັບນາມມະຍົດ ສາສະດາຈານ ກິຕິມະສັກຂອງສະຖານບັນມະຫາວິທະຍາໄລສະຖິຕິໂລກ

ຕອນເຊົ້າວັນທີ 22 ພະຈິກ, ວິທະຍາຄານການເມືອງ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ-ຊຸດທີ 10 ປີ 2023.

ກ່າວຄຳເຫັນທີ່ພິທີປິດ, ທ່ານພົນຈັດຕະວາ ຫງວຽນວັນທ໊າບ, ຮອງຫົວໜ້າການເມືອງ ວິທະຍາຄານການເມືອງ ຢັ້ງຢືນວ່າ ເຖິງວ່າເວລາຝຶກອົບຮົມບໍ່ຍາວ, ເນື້ອໃນສິດສອນພັດຫຼາຍ ແລະມີຄວາມຫຍຸ້ງຍາກດ້ານພາສາກໍ່ຕາມ, ແຕ່ດ້ວຍຈິດຕະນາການວິທະຍາສາດ ແລະບົດຮຽນໃນການສິດສອນ, ຄົ້ນຄວ້າ, ດ້ວຍສະຕິຄວາມຮັບຜິດຊອບ ແລະຄວາມຕັດສິນໃຈສູງ, ຊຸດຝຶກອົບຮົມໄດ້ສຳເລັດທຸກເນື້ອໃນ, ລາຍການທີ່ວາງອອກ.

ວິທະຍາຄານການເມືອງ: ປິດຊຸດຝຶກອົບຮົມຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດກອງທັບປະຊາຊົນລາວ

ທ່ານພົນຈັດຕະວາ ຫງວຽນວັນທ໊າບ, ຮອງຫົວໜ້າການເມືອງ ວິທະຍາຄານການເມືອງ ມອບໃບຢັ້ງຢືນຈົບຊຸດຝຶກອົບຮົມ ແລະຂອງຂວັນໃຫ້ແກ່ນັກສຳມະນາກອນ. ພາບ: qdnd.vn

ທ່ານພົນຈັດຕະວາ ຫງວຽນວັນທ໊າບ ເນັ້ນໜັກວ່າ: "ຄວາມຮູ້ທີ່ໄດ້ຖ່າຍຖອດໃນຊຸດຝຶກອົບຮົມແມ່ນບັນດາເນື້ອໃນພື້ນຖານ, ແທດຈິງ; ບັນດານັກສຳມະນາກອນໃນຖານະຕຳແໜ່ງແມ່ນຄູການເມືອງຂັ້ນຍຸດທະບັ້ນຮົບ, ຍຸດທະສາດຂອງກອງທັບປະຊາຊົນລາວ ຈະສືບຕໍ່ຊາບຊຶມຢ່າງເລິກເຊິ່ງກ່ຽວກັບແນວທາງ, ທັດສະນະຂອງພັກປະຊາຊົນປະຕິວັດລາວ ກ່ຽວກັບວຽກງານສຶກສາ, ກໍ່ສ້າງ; ກໍ່ສ້າງຄຸນທາດການເມືອງຢ່າງໝັ້ນແກ່ນ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ, ປະກອບສ່ວນສ້າງກອງທັບປະຊາຊົນລາວ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງ, ໜ້າທີ່ໃນສະຖານະການໃໝ່".

ບູນມີ

ເຫດການ