ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023

15:10 | 21/11/2023

ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023 ADB ຄາດ​ຄະ​ເນ: ຫວຽດ​ນາມ ຈະ​ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ລະ​ດັບ​ການ​ເຕີບ​ໂຕ​ແຮງ​ທີ່​ສຸດ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ໃນ​ປີ 2022 ແລະ ປີ 2023

ຫວ່າງແລ້ວນີ້, ຢູ່ກອງພັນໃຫຍ່ 741, ກອງບັນຊາການທະຫານແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມກູ້ຊີບ-ກູ້ໄພພິບັດທໍາມະຊາດ ໃຫ້ແກ່ພະນັກງານກອງບັນຊາການທະຫານແຂວງຫຼວງພະບາງ 20 ທ່ານ.

ໃນໄລຍະ 1 ອາທິດ, ບັນດາພະນັກງານຂອງລາວ ໄດ້ຝຶກອົບຮົມກ່ຽວກັບເນື້ອໃນດັ່ງນີ້: ວິທີການຂຶ້ນແຜນ, ຈັດການກະກຽມ ແລະຜັນຂະຫຍາຍວຽກງານກູ້ຊີບ-ກູ້ໄພ; ການເປັນເສນາທິການໃຫ້ແກ່ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນ ໃນການຊີ້ນຳນໍາພາ, ຈັດກໍາລັງຮັບມືໃນຂະນະທີ່ເກີດໄພພິບັດທໍາມະຊາດ ແລະຊອກຫາກູ້ໄພ-ກູ້ຊີບ... ນອກຈາກນັ້ນ, ນັກຮຽນການທະຫານຍັງໄດ້ຮັບຟັງການແນະນຳກ່ຽວກັບມູນເຊື້ອ, ສາຍພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ, ສອງກອງທັບຫວຽດນາມ-ລາວ; ໄປທັດສະນະສຶກສາ, ຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດບາງແຫ່ງ ຢູ່ນະຄອນ ດ້ຽນບຽນຝູ.

ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023

ການນໍາກອງບັນຊາການທະຫານແຂວງ ດ້ຽນບຽນ ມອບຂອງຂວັນໃຫ້ແກ່ຜູ້ຕາງໜ້າຄະນະພະນັກງານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີປິດ, ສະຫາຍພັນເອກພິເສດ ລ້າຍແມ້ັງຮຸ່ງ, ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງ ດ້ຽນບຽນ ໃຫ້ຮູ້ວ່າ: ເຖິງວ່າເວລາໃນການຝຶກອົບຮົມສັ້ນ, ເນື້ອໃນພັດຫຼາຍ, ແຕ່ດ້ວຍຄວາມມານະພະຍາຍາມຂອງຄູອາຈານ, ນັກຮຽນການທະຫານ, ຊຸດຝຶກອົບຮົມຈຶ່ງບັນລຸໄດ້ໝາກຜົນທີ່ດີ.

ສະຫາຍພັນເອກພິເສດ ລ້າຍແມ້ັງຮຸ່ງ ເຊື່ອໝັ້ນວ່າ ນັກຮຽນການທະຫານ ຈະກໍາແໜ້ນວິທີການສ້າງ ແລະຜັນຂະຫຍາຍແຜນການ; ປະຕິບັດວຽກງານເປັນເສນາທິການໃຫ້ແກ່ຄະນະພັກ ແລະອຳນາດການປົກຄອງທ້ອງຖິ່ນໃນການຈັດການກະກຽມ ແລະປະຕິບັດການຮັບມືກັບໄພພິບັດທຳມະຊາດ ແລ ການຊອກຫາກູ້ຊີບ-ກູ້ໄພ ໄດ້ເປັນຢ່າງດີ.

ປິດຊຸດຝຶກອົບຮົມວຽກງານກູ້ຊີບ-ກູ້ໄພພິບັດທໍາມະຊາດໃຫ້ແກ່ພະນັກງານກອງທັບລາວ ປີ 2023

ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

Các đại biểu và học viên chụp ảnh lưu niệm.

ຕາງໜ້າໃຫ້ນັກຮຽນການທະຫານ, ສະຫາຍພັນໂທ ຄຳຮອນ ທອງແຊວກໍວິວັນ ຮອງຫົວໜ້າເສນາທິການ ກອງບັນຊາການທະຫານແຂວງຫຼວງພະບາງ, ຫົວໜ້າຄະນະພະນັກງານກອງທັບປະຊາຊົນລາວ ໄດ້ກ່າວຄວາມຂອບໃຈຢ່າງຈິງໃຈມາຍັງຄະນະພັກ, ກອງບັນຊາການທະຫານແຂວງ ດ້ຽນບຽນ ແລະຄະນະຈັດຕັ້ງຊຸດຝຶກອົບຮົມ, ຄູອາຈານ; ກອງພັນໃຫຍ່ 741 ແລະອົງການ, ກົມກອງກ່ຽວຂ້ອງທີ່ໄດ້ສ້າງເງື່ອນໄຂສະດວກ ເພື່ອຊ່ວຍເຫຼືອພະນັກງານຂອງກອງບັນຊາການທະຫານແຂວງຫຼວງພະບາງ ປະຕິບັດສໍາເລັດເນື້ອໃນ ແລະລາຍການຂອງຊຸດຝຶກອົບຮົມ. ພ້ອມທັງຢືນຢັນວ່າ ໝາກຜົນທີ່ບັນລຸໄດ້ໃນການຝຶກອົບຮົມຄັ້ງນີ້ແມ່ນພື້ນຖານສຳຄັນເພື່ອນຳໃຊ້ເຂົ້າໃນການປະຕິບັດໜ້າທີ່ວຽກງານໃນເງື່ອນໄຂຕົວຈິງຂອງແຕ່ລະອົງການ, ກົມກອງຂອງຕົນ.

ບູນມີ

302 Found

Found

The document has moved here.