ເພີ່ມທະວີການເຊື່ອມຕໍ່ປະຊາຄົມບັນດາວິສາຫະກິດ ຫວຽດນາມ - ກູເວດ

09:00 | 11/06/2022

ຍສໝ-ວັນທີ 6 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ກູເວດ ໂງຕວານທັ໋ງ ໄດ້ມີການເຮັດວຽກ ກັບທ່ານ Emad Al Zaid, ຜູ້ຊ່ວຍຜູ້ອໍານວຍການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳກູເວດມ ທີ່ສໍານັກງານ KCCI.

ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ ເພີ່ມທະວີ​ການ​ປະສານ​ງານ​ລະຫວ່າງ​ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ອົງການ​ວິ​ໄສ​ທັດ​ໂລກ
ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ ເພີ່ມທະວີການໂຄສະນາພາບພົດຂອງຫວຽດນາມ ແລະ ອາກຊັງຕິນ
ເພີ່ມທະວີການເຊື່ອມຕໍ່ປະຊາຄົມບັນດາວິສາຫະກິດ ຫວຽດນາມ - ກູເວດ

ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈໍາ ກູເວດ ໂງຕວານທັ໋ງ ກັບທ່ານ Emad Al Zaid, ຜູ້ຊ່ວຍຜູ້ອໍານວຍການໃຫຍ່ຫ້ອງການການຄ້າ ແລະ ອຸດສາຫະກຳ ກູເວດ(ພາບ: baoquocte.vn)

ໃນການພົບປະ, ທັງສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາວິທີການຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ ​ແລະ​ ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຄວາມຈໍາເປັນ​ໃນການສົມທົບ​ລະຫວ່າງ​ສະຖານທູດ ​ແລະ KCCI ​ໃນ​ໄລຍະ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການເຊື່ອມຕໍ່ປະຊາຄົມບັນດາວິສາຫະກິດ ລະຫວ່າງສອງປະ​ເທດ, ພິ​ເສດ​ແມ່ນ​ເມື່ອ​ໂລກ​ລະບາດ​ໂຄ​ວິດ-19 ໄດ້ຮັບການຄວບ​ຄຸມ, ບັນດາການຈໍາ​ກັດໃນ​ການ​ເດີນ​ທາງ​ໄດ້​ຖືກ​ຍົກເລີກ.

ທ່ານ Emad ​ໃຫ້​ຮູ້​ວ່າ: ​ແງ່​ຫວັງ ​ແລະ ຄວາມສາມາດບົ່ມຊ້ອນ​ຂອງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ​ລະຫວ່າງ ກູເວດ ​ແລະ ຫວຽດນາມ ຍັງ​ມີ​ຫຼາຍ​ຢ່າງ.

ດ້ວຍວົງເງິນການຄ້າຂອງສອງປະເທດປະຈຸບັນປະມານກວ່າ 4 ຕື້ USD, ໃນນັ້ນສ່ວນຫຼາຍແມ່ນນໍ້າມັນເຊື້ອໄຟ, ຝ່າຍ KCCI ປາດ​ຖະໜາ​ຢາກ​ເປີດ​ກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ຄ້າ​ບໍ່​ນ້ຳມັນເຊື້ອໄຟ​ໃນ​ໄລຍະ​ຈະ​ມາ​ເຖິງ.

ທ່ານ Emad ຢືນຢັນ​ວ່າຈະ​ຮ່ວມເດີນທາງ​ກັບ​ສະຖານທູດ​ ຈັດ​ຕັ້ງ​ບັນດາການ​ສຳ​ມະ​ນາ​ກ່ຽວ​ກັບ​ກາລະ​ໂອກາດ​ ແລະ ສະພາບ​ແວດ​ລ້ອມແຫ່ງການດຳເນີນທຸລະກິດ ຫວຽດນາມ ທີ່ ກູ​ເວດ, ພ້ອມ​​ທີ່​ຈະ​ຕ້ອນຮັບບັນດາ​ຄະນະ​ວິ​ສາ​ຫະກິດ ຫວຽດນາມ ​ມາ​ແລກປ່ຽນ ​ແລະ ສົ່ງເສີມ​ການ​ຄ້າ​ໃນ​ໄລຍະ​ຈະ​ມາ​ເຖິງ.

ເນື່ອງຈາກສະພາບການຂາດແຫຼ່ງສະຫນອງໃນປະຈຸບັນ, ບັນດາວິ​ສາ​ຫະ​ກິດ​ກູເວ​ດ ພວມມີຄວາມສົນ​ໃຈຕໍ່ບັນດາ​ຜະ​ລິດ​ຕະ​ພັນ​ກະ​ເສດ, ສະ​ບຽງ​ອາ​ຫານ​ເຊັ່ນ ເຂົ້າສານ, ທັນຍາຫານປະເພດເມັດ, ກາ​ເຟ, ຊາ, ອຸ​ປະ​ກອນ​ກໍ່​ສ້າງ​ໃໝ່...

ທ່ານເອກອັກຄະລັດຖະທູດ ໂງຕວານທັ໋ງ ສະແດງຄວາມມຸ່ງຫວັງຢາກມີໂອກາດຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ​ກັບ KCCI ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແລະ ໃຫ້ຮູ້ວ່າຈະ​ຊຸກຍູ້​ບັນດາ​ຄະນະ​​ວິ​ສາ​ຫະກິດ ຫວຽດນາມ ​ໄປ ກູ​ເວດ ​ໃນ​ປີ​ນີ້.

ຫອມມາລາ

ເຫດການ
302 Found

Found

The document has moved here.