ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

09:43 | 07/12/2023

ຍສໝ - ຕາມຜູ້ຕາງໜ້າ​ພິ​ເສດ​ຂອງ​ສຳ​ນັກ​ຂ່າວສານ ​ຫວຽດ​ນາມ, ໃນ​ຂອບ​ເຂດ​ໄປປະຕິບັດງານ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂັ້ນສຸງສະ​ພາ​ແຫ່ງ​ຊາດ 3 ປະ​ເທດ ກຳ​ປູ​ເຈຍ - ລາວ - ຫວຽດນາມ , ​ຢ້ຽມ​ຢາມ​ ແລະ ເຮັດ​ວຽກ​ຢູ່ ລາວ, ຕອນ​ບ່າຍ​ວັນ​ທີ 5 ທັນວາ, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ.

ທ່ານປະທານສະພາແຫ່ງຊາດ ພົບປະກັບກຸ່ມວິສາຫະກິດ ອັງກິດ ທີ່ມາລົງທຶນຢູ່ ຫວຽດນາມ ທ່ານປະທານສະພາແຫ່ງຊາດ ພົບປະກັບກຸ່ມວິສາຫະກິດ ອັງກິດ ທີ່ມາລົງທຶນຢູ່ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມລາຊະອານາຈັກ ອັງກິດ ຢ່າງເປັນທາງການ

​ໂດຍໄປພ້ອມກັບທ່ານ​ເລ​ຂາ​ທິ​ການ, ຫົວໜ້າຫ້ອງການສະ​ພາ​ແຫ່ງ​ຊາດ ບຸ່ຍ​ວັນ​ເກື່ອງ, ຫົວໜ້າກຳ​ມະາທິການການ​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ ຫງວຽນດັກວິງ, ທ່ານເລ​ຂາ​ຄະ​ນະ​ພັກ​ແຂວງ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ ແຂວງ ແທງ​ຮ໋​ວາ ຫງວຽນຈ້ອງຮື່ງ; ທ່ານພົນໂທ ກົງທອງ ພົງວິຈິດ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາວ​ ແລະ ການ​ນຳ​ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ ລາວ...

ຜູ້ຕາງໜ້າກະຊວງຕຳຫຼວດ ລາວ ແລະ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ມີຄວາມຍິນດີທີ່ໄດ້ໃຫ້ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ທີ່ມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ; ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກຳລັງປະກອບອາວຸດປະຊາຊົນ ຫວຽດນາມ ທີ່ຍາມໃດກໍ່ຢືນຄຽງຂ້າງ ແລະ ສະໜັບສະໜູນກຳລັງປະກອບອາວຸດປະຊາຊົນ ລາວ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນໄລຍະຜ່ານມາ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດໃນປະຈຸບັນ; ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ຂອງ​ພັກ, ລັດ ແລະ ກະ​ຊວງ​ຕຳຫຼວດ ​ຫວຽດ​ນາມ ໃນ​ການ​ສ້າງ​ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້ໄປຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ກ່າວຄຳປາໄສ

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່ໄດ້​ມາ​ຢ້ຽມຢາມວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ, ​ໂດຍແມ່ນ​ໂຄງການພົ້ນເດັ່ນທີ່​ສະ​ແດງ​ໃຫ້​ເຫັນ​ການ​ຮ່ວມ​ມື, ຄວາມສະໜິດສະໜົມ ​ແລະ ການ​ຊ່ວຍ​ເຫຼືອ​ຢ່າງ​ຈິງ​ໃຈ​ລະຫວ່າງ​ສອງ​ພັກ, ສອງ​ປະ​ເທດ​ເວົ້າ​ລວມ ​ແລະ ລະຫວ່າງ​ກຳລັງ​ຕຳຫຼວດສອງ​ປະເທດ​ ຫວຽດນາມ - ລາວ ເວົ້າສະເພາະ. ວິທະຍາຄານໄດ້ຮັບການກໍ່ສ້າງໃນເນື້ອທີ່ 6,5 ເຮັກຕາ, ດ້ວຍຍອດຈຳນວນເງິນລົງທຶນ 250 ຕື້ດົ່ງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານການບຳລຸງສ້າງຂອງນັກຮຽນ 1.200 ຄົນຕໍ່ປີ, ໄດ້ຮັບການເປີດສະຫຼອງ ແລະ ນຳເຂົ້າເຄື່ອນໄຫວພາຍຫຼັງການກໍ່ສ້າງພຽງແຕ່ 7 ເດືອນ.

​ໃນ​ສະພາບ​ການ​ທີ່​ນັບ​ມື້​ນັບ​ສັບສົນ ​ແລະ ​ບໍ່​ສາມາດ​ຄາດ​ຄະ​ເນ​ໄດ້​ໃນ​ໂລກ ​ແລະ ພາກ​ພື້ນ, ກຳລັງ​ຕຳຫຼວດ 2 ປະ​ເທດ​ບໍ່​ພຽງ​ແຕ່​ຕ້ອງ​ມີ​ວິຊາ​ສະ​ເພາະ ​ແລະ ມີ​ຄວາມ​ຊຳນານ​ໃນ​ການ​ປະຕິບັດ​ງານ​ເທົ່າ​ນັ້ນ, ຫາກ​ຍັງ​ຕ້ອງ​ຍຶດໝັ້ນ​ອຸດົມ​ການ​ການ​ເມືອງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ປາດ​ຖະໜາ​ວ່າ ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ຈະ​ກາຍ​ເປັນ​ສູນ​ຄົ້ນຄວ້າ​ທິດ​ສະ​ດີ​ການ​ເມືອງ​ໃຫຍ່​ຂອງ​ກະຊວງ​ຕຳຫຼວດ ​ແລະ ​ເປັນ​ຂອງ​ປະ​ເທດລາວ​ອ້າຍ​ນ້ອງ, ​ແມ່ນ​ສະຖານ​ທີ່ບຳລຸງ​ສ້າງ​ ​ ແລະ ບຳລຸງຄວາມ​ສາມາດ​ນຳພາ​ການ​ເມືອງໃຫ້ພະນັກງານ, ນັກຮົບກຳລັງ​ຕຳຫຼວດ ​ລາວ ​ຝຫ້​ກາຍ​ເປັນ “ດາບ​ປ້ອງ​ກັນ” ​ຢ່າງ​ແທ້​ຈິງ ​ເພື່ອ​ປົກ​ປັກ​ຮັກສາ​ພັກ, ປົກ​ປັກ​ຮັກສາ​ລະບອບ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່ການດຳລົງ​ຊີວິດ​ຂອງປະຊາຊົນ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ຢືນຢັນ​ວ່າ ພັກ, ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ ຫວຽດນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ກຳລັງ​ຕຳຫຼວດ​ປະຊາຊົນ ​ຫວຽດນາມ ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ກັບ​ກຳລັງ​ຕຳຫຼວດ​ ລາວ ອ້າຍນ້ອງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ໄດ້​ສະ​ເໜີ​ໃຫ້​ກະຊວງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ​ສືບ​ຕໍ່​ຮ່ວມ​ມື, ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ​ເພື່ອ​ໃຫ້ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ ດຳ​ເນີນ​ໄປ​ຢ່າງ​ມີ​ປະສິດທິ​ຜົນ.

ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ເຊື່ອ​ໝັ້ນ​ວ່າ ​ໃນ​ອານາຄົດ, ການມິດຕະພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ ​ເວົ້າ​ລວມ ​ແລະ ​ລະຫວ່າງກຳລັງ​ຕຳຫຼວດ 2 ປະ​ເທດ ​ເວົ້າສະ​ເພາະ​ ​ຈະ​ໄດ້​ຮັບ​ການ​ຮັກສາ, ສືບ​ທອດ ​ແລະ ພັດທະນາ​ໃຫ້​ດີ​ກ່ວາ​ອີກ; ກຳລັງ​ຕຳຫຼວດ​ຂອງ​ສອງ​ປະ​ເທດ​ຈະ​ມີ​ຫຼາຍ​ການ​ເຄື່ອນ​ໄຫວ ​ແລະ ​ໂຄງການ​ຮ່ວມ​ມື​ທີ່​ແທດ​ຈິງ, ​ເປັນ​ຂີດ​ໝາຍ​ແຫ່ງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ລາວ ຄືຄຳເວົ້າຂອງປະທານ ​ໂຮ່ຈີ​ມິນ ກ່າວ​ວ່າ “ສອງຊາດຫວຽດ - ລາວ ໄດ້ ຝັງຄວາມຮັກຢູ່ໃນໃຈ, ຮົ່ງຮ່າ ທັງແມ່ຂອງ ບໍ່ເລິກປຸນປານໄດ້” ແລະ ຄຳເວົ້າຂອງປະທານ ສຸພານຸວົງ “ຄວາມຮັກ ຫວຽດນາມ-ລາວ ສູງກ່ວາພູເຂົາ, ຍາວກວ່າແມ່ນ້ຳ, ກວ້າງກວ່າທະເລ, ໃສແຈ້ງກວ່າເດືອນເພັງ, ຫອມກວ່າດອກໄມ້ທີ່ມີກິ່ນຫອມທີ່ສຸດ”.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ໄດ້​ມອບ​ຂອງຂວັນ ​ແລະ ​ປູກ​ຕົ້ນ​ໄມ້​ທີ່​ລະນຶກ​ຢູ່ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ປະຊາຊົນລາວ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.