ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຫວຽດນາມ ແລະ ລາວ ມານະພະຍາຍາມເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ

08:17 | 22/11/2023

ຍສໝ - ຕອນ​ບ່າຍ​ວັນ​ທີ 22 ພະຈິກ, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ທີ່​ພວມ​ຢ້ຽມຢາມ ຫວຽດນາມ ​ແລະ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ປຶກສາ​ຫາລື​ການ​ເມືອງ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄັ້ງ​ທີ 10.

ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ ຊຸກຍູ້ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສະພາແຫ່ງຊາດ 2 ປະເທດ ຫວຽດນາມ ແລະ ລາວ
ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ ຫວຽດນາມ - ລາວ ຊຸກຍູ້ການພົວພັນຮ່ວມມື ແລະ ຕິດພັນລະຫວ່າງສຳນັກງານຂ່າວສານແຫ່ງຊາດ 2 ປະເທດ

ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນ ແລະໃຫ້ບຸລິມະສິດສູງສຸດສຳລັບການພົວພັນແບບພິເສດຫວຽດນາມ-ລາວ ແລະຈະສືບຕໍ່ໜູນຊ່ວຍລາວສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ມີຖັນແຖວພະນັກງານທີ່ມີຄຸນນະພາບສູງ; ເນັ້ນໜັກວ່າ ຕ້ອງເພີ່ມການເຊື່ອມຕໍ່ລະຫວ່າງສອງພື້ນຖານເສດຖະກິດ ແລະສົມທົບກັນແບ່ງປັນແນວທາງພັດທະນາ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຮຽກຮ້ອງໃຫ້ບັນດາກະຊວງຫວຽດນາມ ແລະ ລາວ ມານະພະຍາຍາມເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບແໜ້ນແຟ້ນ

ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ

ທ່ານ ຟ້າມມິງຈິ໊ງ ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດກວດກາບັນດາຂົງເຂດຮ່ວມມື, ສົມທົບກັນແກ້ໄຂບັນດາຂໍ້ຕິດຄັດໃນບັນດາໂຄງການຮ່ວມມືຈຸດສຸມຢ່າງຮີບດ່ວນ, ພ້ອມກັນສູ້ຊົນນໍາການພົວພັນຮ່ວມມືສອງປະເທດເຂົ້າສູ່ໜ້າປະຫວັດສາດໃໝ່, ນັບມື້ນັບພັດທະນາຢ່າງແຮງ ແລະມີປະສິດທິຜົນກວ່າ; ເນັ້ນໜັກວ່າ ສອງຝ່າຍຄວນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍການເຄື່ອນໄຫວແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະກົນໄກຮ່ວມມືສໍາຄັນລະຫວ່າງສອງປະເທດ, ສົມທົບກັນຢ່າງແໜ້ນແຟ້ນ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍເປັນຢ່າງດີ; ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ໜູນຊ່ວຍຫຼາຍທີ່ສຸດທີ່ສາມາດເປັນໄປໄດ້ ເພື່ອໃຫ້ລາວດຳລົງຕຳແໜ່ງປະທານອາຊຽນ 2024 ປະສົບສໍາເລັດຜົນ.

ທ່ານ ສະເຫຼີມໄຊ ກົມມະສິດ ເຫັນດີເປັນເອກະພາບກັບບັນດາເນື້ອໃນແລກປ່ຽນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ; ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ຮັບຊາບກ່ຽວກັບໝາກຜົນກອງປະຊຸມປຶກສາຫາລືດ້ານເມືອງຂັ້ນລັດຖະມົນຕີການຕ່າງປະເທດຫວຽດນາມ-ລາວ ຄັ້ງທີ 10; ຢັ້ງຢືນວ່າ ສອງປະເທດຈະສືບຕໍ່ຮ່ວມມື, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະສາກົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.