ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

15:13 | 21/11/2023

ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ ຫວຽດນາມ ຈະສືບຕໍ່ຫັນເປົ້າໝາຍສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ປອດອາວຸດນິວເຄຼຍ ໃຫ້ປະກົດຜົນເປັນຈິງ
USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ USAID ອາເມລິກາ ມອບອຸປະກອນກວດບົ່ງມະຕິພະຍາດວັນນະໂລກ ໃນ 2 ຊົ່ວໂມງ ແລະຢາປິ່ນປົວພະຍາດວັນນະໂລກໃຫ້ແກ່ຫວຽດນາມ

ເພື່ອເປັນການຮັບມືກັບບັນຫາທີ່ຈຳເປັນ ແລະຮີບດ່ວນຂອງເສດຖະກິດໂລກດ້ວຍຈິນຕະນາການໃໝ່, ກວມລວມ, ກົມກຽວ ແລະມະນຸດສະທຳ; ຖືເອົາການຮ່ວມມືດ້ານເຕັກໂນໂລຢີສູງ, ເສດຖະກິດສີຂຽວ ແລະການເຊື່ອມຕໍ່ທ້ອງຖິ່ນແມ່ນທິດບຸກທະລຸໃນການຜັນຂະຫຍາຍຖະແຫຼງການຮ່ວມວ່າດ້ວຍການກຳນົດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ.

ນີ້ແມ່ນສານຫຼັກແຫຼ່ງ, ລຸລ່ວງ ແລະກໍ່ແມ່ນຜົນສຳເລັດພົ້ນເດັ່ນໃນການເຂົ້າຮ່ວມສັບປະດາສຸດຍອດເວທີປາໄສຮ່ວມມືເສດຖະກິດອາຊີ-ປາຊີຟິກ (APEC) 2023 ແລະສົມທົບການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ ຂອງປະທານປະເທດ ຫວໍວັນເຖືອງ. ການໄປປະຕິບັດງານໄດ້ສ້າງຂີດໝາຍສຳຄັນໃນການເຄື່ອນໄຫວພົວພັນຕ່າງປະເທດ ປີ 2023 ຂອງການນຳພັກ, ລັດ, ຜ່ານນັ້ນ, ສືບຕໍ່ຮັກສາ ແລະປັບປຸງການພົວພັນຕ່າງປະເທດສັນຕິພາບ, ສະຖຽນລະພາບ, ຄວາມສະດວກໃຫ້ແກ່ການພັດທະນາປະເທດຊາດ.

Đây là những thông điệp chủ đạo, xuyên suốt và cũng là thành công nổi bật trong chuyến tham dự Tuần lễ Cấp cao Diễn đàn Hợp tác kinh tế châu Á - Thái Bình Dương (APEC) 2023 và kết hợp hoạt động song phương tại Hoa Kỳ của Chủ tịch nước Võ Văn Thưởng. Chuyến đi đã để lại dấu ấn quan trọng trong chương trình đối ngoại năm 2023 của lãnh đạo Đảng, Nhà nước, qua đó, tiếp tục duy trì và củng cố cục diện đối ngoại hòa bình, ổn định, thuận lợi sự phát triển đất nước.

ຫັນການຄ້າເປັນເສລີ, ກວມລວມ, ກົມກຽວ ແລະມະນຸດສະທຳ

ບໍ່ແມ່ນເລື່ອງບັງເອີນ, ນະຄອນທີ່ສວຍງາມ San Francisco, ລັດ California ເຊິ່ງ ອາເມລິກາ ໄດ້ເລືອກເອົາເປັນບ່ອນຈັດຕັ້ງສັບປະດາສຸດຍອດ APEC 2023. ຕັ້ງຢູ່ແຄມຝັ່ງມະຫາສະໝຸດປາຊີຟິກ, San Francisco ໄດ້ກາຍເປັນ "ຂົວ" ເສດຖະກິດວັດທະນະທຳເຊື່ອມຕໍ່ລະຫວ່າງອາເມລິກາ ແລະອາຊີ ດ້ວຍປະຊາກອນກວ່າ 1/3 ແມ່ນຊາວອາເມລິກາ ເຊື້ອຊາດ ອາຊີ.

ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

ທ່ານປະທານປະເທດ ຫວໍວັນເຖືອງ ແລະບັນດາການນຳ APEC. ພາບ: ສໍານັກຂ່າວ ສານຫວຽດນາມ. ພາບ: TTXVN

ຢູ່ນະຄອນທີ່ສວຍງາມແຫ່ງນີ້, ປະທານປະເທດ ຫວໍວັນເຖືອງ ພ້ອມກັບການນຳຂັ້ນສູງ 21 ພື້ນຖານເສດຖະກິດສະມາຊິກ APEC ແລະບັນດາແຂກຖືກເຊີນໄດ້ພ້ອມກັນປຶກສາຫາລືບັນດາບັນຫາທີ່ມີຄວາມໝາຍຫຼັກແຫຼ່ງຕໍ່ກັບເສດຖະກິດໂລກ ແລະພາກພື້ນ.
ກ່າວຄຳເຫັນທີ່ກອງປະຊຸມການນຳບັນດາພື້ນຖານເສດຖະກິດຂອງ APEC ຄັ້ງທີ 30 - ເຫດການຈຸດສຸມຂອງສັບປະດາສຸດຍອດ, ສະເໜີທິດທາງການເຄື່ອນໄຫວຂອງ APEC, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງຫັນການຄ້າເປັນເສລີ. ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ໃຫ້ສະເໜີ APEC ຄວນເອົາໃຈໃສ່ຍົກສູງກຳລັງຄວາມສາມາດ, ຄວາມສາມາດເປັນເຈົ້າຕົນເອງ, ມີຫົວຄິດປະດິດສ້າງ ແລະໝູນໃຊ້ວິທະຍາສາດ-ເຕັກໂນໂລຢີ, ພ້ອມທັງກໍ່ສ້າງພື້ນຖານໂຄງລ່າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ບັນດາຮູບແບບການຫັນປ່ຽນດີຈີຕອນ, ຫັນປ່ຽນສີຂຽວ. ແລະພິເສດແມ່ນການຮ່ວມມືກໍ່ສ້າງພາກພື້ນໃຫ້ກຸ້ມຕົນເອງ, ແຕ່ລະພື້ນຖານເສດຖະກິດແມ່ນເພິ່ງຕົນເອງ, ກຽມພ້ອມຮັບມືກັບສິ່ງທ້າທາຍທີ່ເກີດຂຶ້ນ.

ຕອບສຳພາດຂອງນັກຂ່າວທີ່ຕິດຕາມໄປນຳຄະນະ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸ່ຍແທັງເຊີນ ຖືວ່າ ການປະກອບສ່ວນພົ້ນເດັ່ນຂອງຫວຽດນາມ ແມ່ນແນວຄວາມຄິດ ແລະຂໍ້ສະເໜີຂອງປະທານປະເທດ ຫວໍວັນເຖືອງ ເພື່ອຮັບມືກັບບັນຫາທີ່ຮີບດ່ວນ ແລະຈຳເປັນຂອງເສດຖະກິດໂລກ, ພິເສດແມ່ນຄວາມຮຽກຮ້ອງດ້ານຈິນຕະນາການໃໝ່, ກວມລວມ, ກົມກຽວ ແລະມະນຸດສະທຳ. ບັນດາແນວຄວາມຄິດ, ທັດສະນະນີ້ບັນດາການນຳ ແລະປະຊາຄົມວິສາຫະກິດໄດ້ຕີລາຄາສູງ ແລະເອົາເຂົ້າໃນເອກະສານຂອງກອງປະຊຸມ, ຜ່ານນັ້ນເປີດທິດທາງເດີນໃໝ່ສຳລັບການຮ່ວມມືຂອງ APEC.

ກ່າວປາໄສທີ່ເຫດການຂອງສັບປະດາສຸດຍອດ APEC - ກອງປະຊຸມສຸດຍອດວິສາຫະກິດ APEC 2023 (CEO Summit), ປະທານປະເທດ ຫວໍວັນເຖືອງ ໄດ້ຮຽກຮ້ອງໃຫ້ປະຊາຄົມວິສາຫະກິດຮ່ວມເດີນທາງພ້ອມກັບຫວຽດນາມ ໃນການໃຫ້ຄຳປຶກສາ, ສະເໜີນະໂຍບາຍ; ຖ່າຍຖອດບັນດາມາດຕະການ, ເຕັກໂນໂລຢີທັນສະໄໝ, ຮູບແບບເສດຖະກິດໃໝ່ດ້ວຍແຜນນະໂຍບາຍຖືເອົາຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຢີສູງ ແລະການປົກປັກຮັກສາສິ່ງແວດລ້ອມແມ່ນມາດຕະຖານແຖວໜ້າ. ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ APEC 2023 ໄດ້ກ່າວວ່າ "ຂ້າພະເຈົ້າປາດຖະໜາວ່າສະມາຊິກຂອງ APEC ທັງໝົດຈະພ້ອມກັນເຊີດຊູຈິດໃຈການຮ່ວມມື, ຄວາມຮັບຜິດຊອບ, ເຊີດຊູລັດທິຫຼາຍຝ່າຍ, ປະຖິ້ມຄວາມແຕກຕ່າງເພື່ອພ້ອມກັນແກ້ໄຂຄວາມຫຍຸ້ງຍາກ, ຜ່ານຜ່າສິ່ງທ້າທາຍເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ. ຫວຽດນາມ ກຽມພ້ອມກັບບັນດາສະມາຊິກ APEC ແລະປະຊາຄົມວິສາຫະກິດອາຊີ-ປາຊີຟິກ ເພື່ອສ້າງອະນາຄົດອັນໃສແຈ້ງໃຫ້ປະຊາຊົນໝົດທຸກຄົນ".

ຈິນຕະນາການກວມລວມ, ກົມກຽວ ແລະມະນຸດສະທຳສືບຕໍ່ໄດ້ທ່ານປະທານປະເທດ ສະເໜີຂຶ້ນໃນການພົບປະຂອງບັນດາການນຳຂັ້ນສູງກອບການຮ່ວມມືເສດຖະກິດມະຫາສະໝຸດອິນເດຍ-ປາຊີິຟິກ ເພື່ອຄວາມວັດທະນາຖາວອນ (IPEF). ຕາມທ່ານປະທານປະເທດແລ້ວ, IPEF ຄວນຮັກສາແມ່ນກົນໄກຮ່ວມມືເປີດ, ກວມລວມ, ບໍ່ຈໍາແນກການປະພຶດ, ສະໜັບສະໜູນລະບົບການຄ້າຫຼາຍຝ່າຍດ້ວຍການອີງໃສ່ກົດໝາຍ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ, ດຸ່ນດ່ຽງຜົນປະໂຫຍດຂອງບັນດາຝ່າຍ; ເຄົາລົບ ແລະຄຳນຶກເຖິງຄວາມແຕກຕ່າງກັນ, ເອກະລັກສະເພາະຂອງແຕ່ລະປະເທດ...

ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນໃນສັບປະດາສຸດຍອດ APEC 2023, ຕາງໜ້າໃຫ້ລັດ ແລະປະຊາຊົນ ຫວຽດນາມ - ພື້ນຖານເສດຖະກິດໃຫຍ່ອັນດັບທີ 11 ຢູ່ອາຊີ, ນອນໃນທອັບ 40 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະເໜີໃຫ້ຫວຽດນາມ ເປັນປະເທດເຈົ້າພາບຈັດການເຄື່ອນໄຫວຂອງ ປີ APEC 2027 ຢ່າງເປັນທາງການ. ສະມາຊິກ APEC ທັງໝົດລ້ວນແຕ່ຕີລາຄາສູງຕໍ່ການປະກອບສ່ວນຢ່າງແທດ ຈິງ, ການກໍ່ສ້າງຂອງຫວຽດນາມ ຕໍ່ກັບ APEC ໃນກວ່າ 2 ທົດສະວັດຜ່ານມາ ແລະຢັ້ງຢືນຄວາມໄວ້ເນື້ອເຊື່ອໃຈຕໍ່ກັບບົດບາດປະທານ APEC 2027 ຂອງຫວຽດນາມ.

ຕາມທ່ານລັດຖະມົນຕີ ບຸ່ຍແທັງເຊີນ ແລ້ວ, ໃນສະຖານະການໂລກ ແລະພາກພື້ນ ມີການຜັນແປຢ່າງສັບສົນ, ຂໍ້ສະເໜີນີ້ໄດ້ຢັ້ງຢືນຄຳໝັ້ນສັນຍາຂອງຫວຽດນາມ ຕໍ່ກັບລັດທິຫຼາຍຝ່າຍ, ພາກພື້ນອາຊີ-ປາຊີຟິກ ເວົ້າລວມ ແລະເວທີປາໄສ APEC ເວົ້າສະເພາະ. ສິ່ງນີ້ກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈຜັນຂະຫຍາຍແຜນນະໂຍບາຍເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງກວ້າງຂວາງ, ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ ແລະແມ່ນສະມາຊິກທີ່ມີຄວາມຕັ້ງໜ້າ, ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ປະກອບສ່ວນເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງ ພັກ ໃຫ້ປະສົບຜົນສຳເລັດ.

ດ້ວຍການເປັນປະເທດເຈົ້າພາບ APEC 2027 ຄັ້ງທີ 3, ຫວຽດນາມ ອີກເທື່ອໜຶ່ງໄດ້ສະແດງໃຫ້ເຫັນຍຸດທະສາດກ່ຽວກັບພາກພື້ນອາຊີ-ປາຊີຟິກ ແລະແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບຄວາມໄວ້ເນື້ອເຊື່ອໃຈຂອງບັນດາສະມາຊິກ APEC ກໍ່ຄືປະຊາຄົມສາກົນຕໍ່ກັບຖານະບົດບາດຂອງຫວຽດນາມ ໃນເວທີປາໄສສາກົນ.

ຮ່ວມມືດ້ານເຕັກໂນໂລຢີສູງ ແລະການເຊື່ອມຕໍ່ທ້ອງຖິ່ນ

ໂດຍຜັນຂະຫຍາຍການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ ພາຍຫຼັງທີ່ສອງປະເທດສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ໃນຕະຫຼອດການໄປປະຕິບັດງານ, ທ່ານປະທານປະເທດ ຫວໍວັນເຖືອງ ແລະຄະນະຜູ້ແທນໄດ້ຜັນຂະຫຍາຍຖະແຫຼງການຮ່ວມລະຫວ່າງສອງປະເທດ ເຊິ່ງການຮ່ວມມືເຕັກໂນໂລຢີສູງ, ເສດຖະກິດສີຂຽວ ແລະການຮ່ວມສຳພັນທ້ອງຖິ່ນແມ່ນເນື້ອໃນຫຼັກແຫຼ່ງ.

ເຫດການມີລັກສະນະພົ້ນເດັ່ນ, ສ້າງຄວາມປະທັບໃຈຢ່າງແຮງຂອງທ່ານປະທານປະເທດ ຫວໍວັນເຖືອງ ຢູ່ອາເມລິກາ ຄັ້ງນີ້ ຕ້ອງໄດ້ເວົ້າເຖິງການແລກປ່ຽນນະໂຍບາຍກັບບັນດານັກຊ່ຽວຊານ, ນັກຄົ້ນຄວ້າ, ນັກການທູດ ແລະວົງການສື່ມວນຊົນອາເມລິກາ ທີ່ໄດ້ຈັດຕັ້ງຢູ່ສະພາການພົວພັນທາງການທູດອາເມລິກາ (CFR) - ເປັນອົງການໃຫ້ຄຳປຶກສາ, ຄົ້ນຄວ້າເອກະລາດກ່ຽວກັບດ້ານນະໂຍບາຍການທູດ ແລະການພົວພັນສາກົນທີ່ມີອິດທິພົນຊື່ສຽງແຖວໜ້າຂອງອາເມລິກາ.

ຢືນຢັນຖານະທີ່ຕັ້ງຂອງຫວຽດນາມ ໃນ APEC, ຫັນຖະແຫຼງການຮ່ວມຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ປະກົດຜົນເປັນຈິງ

ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ການພົບປະບັນດາການນຳຂັ້ນສູງກອບການຮ່ວມມືເສດຖະກິດມະຫາສະໝຸດອິນເດຍ-ປາຊີຟິກ ເພື່ອວັດທະນາຖາວອນ. ພາບ: TTXVN

ໃນບົດກ່າວປາໄສໄດ້ຮັບການຕີລາຄາວ່າ "ມີຄວາມປະທັບໃຈທີ່ສຸດ" ຢູ່ CFR, ທ່ານປະທານປະເທດ ຢັ້ງຢືນວ່າ: "ຍັງບໍ່ເຄີຍມີແບບນີ້ມາກ່ອນການພົວພັນລະຫວ່າງຫວຽດນາມ-ອາເມລິກາ ພັດທະນາອັນດີງາມຄືປະຈຸບັນ; ຈາກອະດີດທີ່ເປັນສັດຕູກັນໄດ້ກາຍມາເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນີ້ແມ່ນແບບຢ່າງໃນປະຫວັດສາດແຫ່ງການພົວພັນສາກົນກ່ຽວກັບການຮຳບາດແຜສົງຄາມ ແລະສ້າງຕັ້ງການພົວພັນພາຍຫຼັງສົງຄາມ. ໝາກຜົນນີ້ ແມ່ນຄວາມມານະພະຍາຍາມພ້ອມກັນຜ່ານຜ່າສິ່ງທ້າທາຍ, ໄລຍະຕ່າງໆຂອງປະຫວັດສາດຂອງການນຳ ແລະປະຊາຊົນຮຸ່ນຕ່າງໆຂອງສອງປະເທດ".

ການຮ່ວມເຊື່ອມຕໍ່ທ້ອງຖິ່ນ, ການຮ່ວມມືດ້ານເຕັກໂນໂລຢີສູງກໍ່ແມ່ນເນື້ອໃນຂອງບັນດາເອກະສານຮ່ວມມືທີ່ໄດ້ລົງນາມຢູ່ທີ່ການໂອ້ລົມສົນທະນາໂຕະມົນລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ ບັນດາຂໍ້ຕົກລົງ ແລະການຮ່ວມມືຂັ້ນສູງ ຈະປະກົດຜົນເປັນຈິງ ແລະມີໝາກຜົນກໍ່ຕໍ່ເມື່ອມີຄວາມສະໜິດຕິດພັນກັນຢ່າງແໜ້ນແຟ້ນລະຫວ່າງບັນດາວິສາຫະກິດ, ຮາກຖານການສຶກສາ ແລະທ້ອງຖິ່ນສອງປະເທດ. ທ່ານປະທານປະເທດ ຊີ້ແຈ້ງວ່າ ຫວຽດນາມ ຍິນດີຕ້ອນຮັບນັກລົງທຶນອາເມລິກາ ມາລົງທຶນເຂົ້າຂົງເຂດຕ່າງໆ ເຊິ່ງຫວຽດນາມ ພວມເອົາໃຈໃສ່ ຄືການຜະລິດ chip, ເສດຖະກິດສີຂຽວ, ເສດຖະກິດດີຈີຕອນ, ການຊຳລະບໍ່ນຳໃຊ້ເງິນສົດ...

ສາມາດເຫັນໄດ້ວ່າ ການເຄື່ອນໄຫວສອງຝ່າຍຂອງທ່ານປະທານປະເທດ ຫວໍວັນເຖືອງ ຢູ່ລັດ California, ອາເມລິກາ ໄດ້ສະແດງໃຫ້ເຫັນການຖືເປັນສໍາຄັນ ແລະຄວາມມານະພະຍາຍາມຂອງທັງສອງຝ່າຍໃນການເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ ໃຫ້ນັບມື້ນັບເລິກເຊິ່ງ, ແທດຈິງ; ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນການປັບປຸງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ຕີລາຄາສູງຕໍ່ໝາກຜົນການໄປປະຕິບັດງານ 4 ມື້ຂອງທ່ານປະທານປະເທດ ຫວໍວັນເຖືອງ ຢູ່ ອາເມລິກາ ດ້ວຍຫຼາຍການເຄື່ອນໄຫວສອງຝ່າຍ ແລະຫຼາຍຝ່າຍ, ທ່ານ ສຈ Larry Berman ຖືວ່າ ການເຂົ້າຮ່ວມສັບປະດາສຸດຍອດ APEC 2023 ແລະຜັນຂະຫຍາຍການເຄື່ອນໄຫວສອງຝ່າຍກັບອາເມລິກາ ປະທານປະເທດ ໄດ້ຢັ້ງຢືນເຖິງຖານະບົດບາດພິເສດຂອງຫວຽດນາມ ໃນເວທີປາໄສສາກົນ; ພ້ອມທັງສະແດງໃຫ້ເຫັນຄວາມຈຳເປັນຂອງການຜັນຂະຫຍາຍບັນດາຄຳໝັ້ນສັນຍາຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອາເມລິກາ. ທ່ານ ສຈ Lary Berman ເນັ້ນໜັກວ່າ "ພວກເຮົາຄວນຫັນບັນດາຄໍາໝັ້ນສັນຍາເປັນການກະທຳ".

ບູນມີ

ເຫດການ
302 Found

Found

The document has moved here.