ຊອກຈັ່ງ ຍາດໄດ້ຜົນງານສະຖິຕິ “ຮູບ​ພາບ ທີ່​ໃຫຍ່​ທີ່​ສຸດ​ຂອງ​ຫວຽດ​ນາມ ເຊິ່ງເຮັດ​ດ້ວຍ​ເຂົ້າ ST”

00:00 | 02/12/2023

ຍສໝ - ວັນທີ 22 ພະຈິກ, ພະແນກວັດທະນະທໍາ, ກິລາ ແລະທ່ອງທ່ຽວແຂວງ ຊອກຈັ່ງ ໄດ້ຈັດຕັ້ງພິທີປະກາດການບັນທຶກຜົນງານສະຖິຕິ “ພາບແຕ້ມທີ່ໃຫຍ່ທີ່ສຸດຂອງຫວຽດນາມ ທີ່ເຮັດຈາກເຂົ້າສານ ST” ເຊິ່ງນັກສິນລະປະການເຮັດດ້ວຍມື 100% .

​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ
ນັກ​ສຶກ​ສາ​ຫວຽດ​ນາມ ​ໄດ້ທີ່ຊະນະເລີດການ​ແຂ່ງ​ຂັນໂຣບົດ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ບັນດາ​ການ​ເຄື່ອນ​ໄຫວ​ຂ້າງ​ເທິງ​ນີ້​ ແມ່ນ​ສ່ວນ​ໜຶ່ງ​ຂອງ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບຸນ ອອກອ່ອມບອກ (Ooc Om Boc) - ງານ​ແຂ່ງ​ຂັນ​ເຮືອ​ຊ່ວງ ຢູ່​ແຂວງ ຊອກຈັ່ງ ປີ 2023.

ຮູບແຕ້ມ ສູງ 4 ແມັດ, ກວ້າງ 7 ແມັດ, ເຮັດຈາກວັດສະດຸເຂົ້າ ST25. ຮູບແຕ້ມທັງໝົດແມ່ນການປະກອບຈາກຮູບແຕ້ມ 14 ແຜ່ນ (ແຕ່ລະຮູບມີຂະໜາດ 1m x 2m), ຂອບຮູບເຮັດດ້ວຍ composite. .

Bức tranh lớn nhất Việt Nam được làm từ gạo ST ຮູບແຕ້ມທີ່ໃຫຍ່ທີ່ສຸດຂອງຫວຽດນາມແມ່ນເຮັດຈາກເຂົ້າ ST
ຮູບແຕ້ມທີ່ໃຫຍ່ທີ່ສຸດຂອງຫວຽດນາມ ໄດ້ເຮັດຈາກເຂົ້າ ST

ພາບແຕ້ມ ດ້ວຍຫົວຂໍ້ “ຕົ້ນເຂົ້າ ຊອກຈັ່ງ ໃນອະດີດ ແລະ ປະຈຸບັນ” ໄດ້ສ່ອງແສງເຖິງ 2 ໄລຍະແຫ່ງການປ່ຽນແປງຈາກການຜະລິດແບບດັ້ງເດີມ ໄປສູ່ການນຳໃຊ້ວິທະຍາສາດ ແລະ ເຕັກນິກຂອງຂະແໜງກະສິກຳຂອງ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກະສິກຳຂອງແຂວງຊອກຈັ່ງ.

ຈຸດເດັ່ນຂອງຮູບແຕ້ມ ແມ່ນສັນຍາລັກຂອງແນວພັນເຂົ້າ ST25, ເຊິ່ງສະແດງເຖິງຄວາມພາກພູມໃຈ ແລະ ຄວາມເປັນກຽດຂະແໜງກະສິກຳຂອງແຂວງຊອກຈັ່ງ ເຊິ່ງເປັນຄັ້ງທຳອິດ ທີ່ໄດ້ຮັບນາມມະຍົດເປັນ “ເຂົ້າທີ່ແຊບທີ່ສຸດໃນໂລກ” ໃນປີ 2019. ຜະລິດຕະພັນນີ້ ກໍ່ໄດ້​ແນະສະ​ເໜີ​ສານກ່ຽວ​ກັບ ​ການ​ປ່ຽນແປງໃໝ່ ​ແລະ ການພັດທະນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ແຂວງ ​ຊອກຈັ່ງ ​ໃນ​ການ​ກໍ່ສ້າງພື້ນຖານ​ກະສິກຳ​ທີ່ທັນ​ສະ​ໄໝ ​ແລະ ຍືນ​ຍົງ.

Lãnh đạo tỉnh tham quan và chụp ảnh lưu niệm cùng bức tranh lớn nhất Việt Nam được làm từ gạo ST. ການນຳແຂວງໄດ້ໄປຢ້ຽມຢາມ ແລະ ຖ່າຍຮູບທີ່ລະນຶກ ກັບຮູບແຕ້ມທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ທີ່ເຮັດດ້ວຍເຂົ້າສານ ST.
ການນຳແຂວງໄດ້ໄປຢ້ຽມຢາມ ແລະ ຖ່າຍຮູບທີ່ລະນຶກ ກັບຮູບແຕ້ມທີ່ໃຫຍ່ທີ່ສຸດຢູ່ ຫວຽດນາມ ທີ່ເຮັດດ້ວຍເຂົ້າສານ ST.

ພາຍຫຼັງ​ສຳ​ເລັດ​ແລ້ວ, ຮູບ​ແຕ້ມ​ດັ່ງກ່າວ​ ຈະ​ໄດ້​ວາງສະ​ແດງ​ໃຫ້​ປະຊາຊົນ ​ແລະ ນັກ​ທ່ອງ​ທ່ຽວ ທັດສະນະ​ຢູ່​ສວນສາທາລະນະ 30/4, ຢູ່​ຕໍ່ໜ້າ​ຮູບ​ປັ້ນ ທ່ານສາດສະດາຈານ ​ທ່ານໝໍ ​ກະ​ເສດ​ສາດ ​ເລືອງ ​ດິ່ງ​ ກວ໋າ (ຕາແສງ 1, ນະຄອນ​ຊອກຈັ່ງ).

ເນື່ອງ​ໃນ​ໂອກາດ​ນີ້, ​ແຂວງຊສອກຈັ່ງ ​ກໍ່ໄດ້​ຈັດ​ຕັ້ງ​ງານ​ບຸນມະໂຫລານ​ອາຫານ​ຕາມ​ຖະໜົນ​ ດ້ວຍ​ຫົວ​ຂໍ້​ວ່າ “ລົດ​ຊາດ​ຂອງ ຊອກຈັ່ງ (Soc Trang)”ຄັ້ງທີ V. ງານ​ບຸນ​ໄດ້​ເຕົ້າ​ໂຮມ​ເກືອບ 50 ຮ້ານ​​ວາງສະ​ແດງ, ປຸງ​ແຕ່ງ ​ແລະ ແນະນຳ​ອາຫານ​ການ​ກິນ​ຂອງ​ບັນດາທຸລະກິດ​ທີ່ໃຫ້ບໍລິການດ້ານ​ອາຫານ, ເຄື່ອງດື່ມ, ບັນດານັກສິນລະປິນ ​ໃນແຂວງ, ຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວທີ່ມາເຂົ້າຮ່ວມງານບຸນ Ooc Om Boc, ບຸນຊ່ວງເຮືອ - ຊອກຈັ່ງ Soc Trang ປີ 2023. ເພື່ອເຮັດໃຫ້ບັນດາການເຄື່ອນໄຫວງານບຸນມີຄວາມຫຼາກຫຼາຍ, ແຕ່ລະຄືນ, ຄະນະຈັດຕັ້ງໄດ້ສົມທົບກັບບັນດາລາຍການສະແດງສິລະປະວັດທະນະທຳ, ກິດຈະກຳບັນເທີງ, ການຖາມຕອບ ມີລາງວັນ ເພື່ອຮັບໃຊ້ນັກທ່ອງທ່ຽວ. ງານ​ບຸນ​ແກ່ຍາວ​ຮອດ​ວັນ​ທີ 27 ພະຈິກ.

ຊອກຈັ່ງ ແມ່ນ​ແຂວງ​ທີ່​ມີ​ທ່າແຮງ ກ່ຽວກັບ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ຕົ້ນເຂົ້າ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຕົ້ນ​ຕໍ​ຂອງ ຊອກຈັ່ງ; ໃນນັ້ນ, ກຸ່ມແນວພັນເຂົ້າຫອມ ST ມີຄຸນນະພາບດີເດັ່ນ ບັນລຸການສົ່ງອອກສູງ ແລະ ນຳເອົາເມັດເຂົ້າຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນແຂວງຊອກຈັ່ງ ໄປສູ່ລະດັບໂລກ ເຊັ່ນ: ເຂົ້າສານ ST 24 ໄດ້ຮັບກຽດເປັນ “ອັນດັບ 3”. "ເຂົ້າທີ່ແຊບທີ່ສຸດໃນໂລກ" ແລະ ST 25 ຍາດໄດ້ລາງວັນສູງສຸດ ໃນການແຂ່ງຂັນເຂົ້າທີ່ແຊບທີ່ສຸດຂອງໂລກ 2019.

ຜົນສຳເລັດອັນພົ້ນເດັ່ນນີ້ ແມ່ນເປັນຂອງຄະນະຄົ້ນຄວ້າແນວພັນເຂົ້າ ST 25 ລວມມີ: ທ່ານນັກວິສະວະກອນ ໂຮ່ກວາງກວາ; ທ່ານ ປອ ເຈິີນເຕີ້ນເຟື່ອງ ​ແລະ ທ່ານ ປທ ຫງວຽນ​ທິທູ​ເຮືອງ ທີ່ໄດ້ຮັບຖື​ວ່າ​ແມ່ນ​ການ​ເສື່ອມສານ ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ຂອງ ທ່ານ​ສາດສະດາຈານ ທ່ານໝໍ ກະເສດສາດ ​ເລືອງ​ດິງກວ໋າ, ເຊິ່ງ​ແມ່ນ​ລູກ​ຫຼານດີ​ເດັ່ນ​ຂອງ​ບ້ານ​ເກີດເມືອງນອນ ຊອກຈັ່ງ ທີ່​ມີ​ຜົນງານ​ການ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ ​ເຂົ້າ​ໃນ​ການ​ພັດທະນາ​ພື້ນຖານກະສິກຳຕົ້ນເຂົ້າຂອງເຂດທົ່ງພຽງແມ່ນ້ຳຂອງ ແລະ ຫວຽດນາມ.

ຊ ສະຫວັດ

ເບິ່ງເພີ່ມເຕີມໃນ: ຊີວິດການເປັນຢູ່

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.