​ຕໍ່າຫູກ - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ

09:45 | 28/10/2023

ຍສໝ - ຊາວ​ເຜົ່າກະຕູ່ ​ດຳລົງ​ຊີວິດ​ຢູ່​ເຂດ​ຊາຍ​ແດນ ຫວຽດນາມ ​ແລະ ລາວ ມາ​ແຕ່​ດົນ​ນານ​ມາ​ແລ້ວ, ເຊິ່ງການ​ພົວພັນ​ກັນຢ່າງສະໜິດສະໜົມ, ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ຫຼາຍ​ດ້ານ, ນັບ​ແຕ່​ການ​ດຳລົງ​ຊີວິດ, ການເຄື່ອນໄຫວວັດທະນະທຳ, ​ພ້ອມ​ກັນ​ອະນຸລັກ​ຮັກສາ​ບັນດາ​ຮີດຄອງ​ປະ​ເພນີ​ທີ່​ເປັນ​ເອກະລັກ​ສະ​ເພາະ​ ເຊັ່ນ​ອາຊີບ​ຕ່ຳຜ້າຫັດຖະກຳ.

ພິ​ທີສູດ​ອະ​ນິ​ຈາ ບັນ​ດາ​ນັກວິ​ລະ​ຊົນ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ ແລະ ລາວ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ຫຼວງ​ພະ​ບາງ ພິ​ທີສູດ​ອະ​ນິ​ຈາ ບັນ​ດາ​ນັກວິ​ລະ​ຊົນ​ເສ​ຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ຫວຽດ​ນາມ ແລະ ລາວ ທີ່​ເສຍ​ສະຫຼະ​ຊີ​ວິດ​ຢູ່ຫຼວງ​ພະ​ບາງ
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານການກວດ​ສອບ​ແຫ່ງ​ລັດ ຫວຽດ​ນາມ ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານການກວດ​ສອບ​ແຫ່ງ​ລັດ ຫວຽດ​ນາມ ແລະ ລາວ

ຊາວ​ເຜົ່າ​ກະຕູ່ ​ຢູ່​ລາວ ​ຍັງ​ເຮັດການຕໍ່າຜ້າ​ແບບ​ສະ​ໄໝ​ບູ​ຮານ​ ນັບ​ແຕ່​ການ​ໃຊ້​ກິ່ຕໍ່າຫູກ ຮອດ​ການ​ເຮັດ​ເສັ້ນຝ້າຍ, ຍ້ອມ​ເສັ້ນ​ຝ້າຍ, ເຮັດລາຍ... ​ຫູກມີ​ສາຍ​​ມັດແອວ, ແປັນຢັນຢູ່ຕີນ ​ເອີ້ນ​ວ່າ ຫູກຕໍ່ານໍາໃຊ້ແຮງເພື່ອເຄັ່ງຫູກ (body-tension looms) ເປັນ​ປະ​ເພດ​ຫູກເກົ່າ​ແກ່​ບູຣານທີ່ສຸດຂອງ​ມະ​ນຸດ​ຊາດ​. ລວດລາຍ ແລະ ສີສັນແຜ່ນແພຂອງເຜົ່າກະຕູ ຍັງຮັກສາຄວາມເປັນປະຖົມປະຖານໄວ້. ສີຜ້າໄດ້ຍ້ອມຈາກຕົ້ນຄາມ (indigo tree) ດັ່ງນັ້ນມັນຈຶ່ງເປັນສີຟ້າຄາມ ແລະ ສີດໍາຊ້ໍາ. ລວດລາຍມີຫຼາກຫຼາຍສີສັນ, ໃນນັ້ນ ຕົ້ນຕໍແມ່ນລາຍທີ່ເຮັດດ້ວຍລູກປັດຢາງ ຫຼື ແກ້ວ. ປະເພດລູກປັດຢາງສັງເຄາະນີ້ ແມ່ນມີຄົບສີ, ສະດວກ, ໃຊ້ງ່າຍ ແລະ ຍັງໄດ້ຮັບຄວາມນິຍົມຫຼາຍອີກ. ອຸ​ປະ​ກອນ​ນີ້ ​ໄດ້​ຮັບ​ການ​ຊື້ ​ແລະ ​ແລກ​ປ່ຽນ​ໂດຍ​ປະ​ຊາ​ຊົນ​ຊົນ​ໃນເຜົ່າ​ດຽວ​ກັນ​ ຢູ່​ຫວຽດ​ນາມ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ

ຊ່າງຕໍ່າຫູກຫັດຸະກຳ ຊົນເຜົ່າກະຕູ່ ຢູ່ແຂວງສາລະວັນ, ສ ປປ ລາວ (ພາບ: ເຈິ່ນກືເຟືອງ/ຂ່າວຊົນເຜົ່າ).

ລວດລາຍ ແລະ ສາຍເສັ້ນຂອບທີ່ສະຫຼັບຊັບຊ້ອນຢູ່ເທິງແຜ່ນຜ້າຂອງຊົນເຜົ່າກະຕູ່ໃນລາວ ແມ່ນປະກົດມີແຜ່ຫຼາຍທົ່ວໄປໃນບັນດາຜະລິດຕະພັນແຜ່ນແພຂອງຊົນເຜົ່າກະຕູ່ ຢູ່ຫວຽດນາມ. ​ນັ້ນແມ່ນ​ແມ່ແບບແມ່ຍິງ​ທີ່​ຟ້ອນໃນ​ຈັງຫວະ ຢາຢ້າ, ຮູບກ້າງປາ, ຮູບແມງກະເບື້ອ​.... ຫຼື​ກໍ່ຄື​ກັນ​ກັບ​ເຄື່ອງ​ປະດັບ, ​ປະເພດເຄື່ອງ​ນຸ່ງອາພອນ​ພື້ນ​ເມືອງ. ນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ເຂົາ​ເຈົ້າ​ມີ “ແບບລວມ” ກ່ຽວ​ກັບ​ເອກະລັກ​ຂອງ​ຊົນ​ເຜົ່າ.

ອາຊີບຕ່ຳແຜ່ນແພຂອງຊາວເຜົ່າກະຕູ່ ຢູ່ລາວ ໄດ້ມີຜົນສະທ້ອນຕໍ່ອາຊີບຕ່ຳແຜ່ນແພຂອງຊາວເຜົ່າກະຕູ່ ຢູ່ ຫວຽດນາມ. ຊາວ​ເຜົ່າກະ​ຕູ່ ຢູ່​ບ້ານ​ກົງ​ໂຢນ, ຕາ​ແສງ ຢວ່າຍ, ເມືອງ ນາມ​ຢາງ ແມ່ນ​ບ່ອນ​ດຽວ​ທີ່​ຍັງ​​ປູກ​ຝ້າຍເພື່ອຕໍ່າແຜ່ນແພ ​ຕາມ​ແບບ​ພື້ນ​ເມືອງ. ເຂົາເຈົ້າມີແນວພັນຝ້າຍຊົນເຜົ່າລາວ (kpay lao), ພ້ອມກັບແນວພັນຝ້າຍພື້ນເມືອງຂອງທ້ອງຖິ່ນຕົນ ເພື່ອຮັກສາອາຊີບຕໍ່າແຜ່ນ. ກ່ອນ​ໜ້າ​ນີ້, ຊົນ​ເຜົ່າກະຕູ່ ຢູ່​ລາວ ຍັງ​ມີ​ຜະ​ລິດ​ຕະ​ພັນ​ຕ່ຳ​ແຜ່ນ​​ທີ່ປະດັບດ້ວຍ​ລວດ​ລາຍ​ຂອງ​ລູກ​ປັດ. ຢູ່ຕາມສາຍແມ່ນ້ຳ Antrol ໃນປະເທດລາວ ແມ່ນບ່ອນທີ່ພໍ່ແມ່ປະຊາຊົນໄປຂຸດຄົ້ນກົ່ວ ເອົາໄປເຮັດລູກປັດ ເພື່ອປະດັບປະດາລວດລາຍໃສ່ໂສ້ງ, ສິ້ນ, ແລະ ເສື້ອ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ

ຊາວເຜົ່າກະຕູ ຢູ່ແຂວງສາລະວັນ, ລາວ (ພາບ: ເຈິ່ນກືເຟືອງ/ໜັງສືພິມ ຊົນເຜົ່າ).

ເຕັກ​ນິກ​ການ​ປະດິດ ​ແລະ ​ລວດລາຍ​ດ້ວຍ​ລູກ​ປັດ​ຂອງ​ຊາວ​ເຜົ່າ ກະຕູ່ ​ແລະ ເຜົ່າອື່ນຈໍານວນໜຶ່ງ​ໃນ​ລາວ ​ໄດ້​ຮັບ​ການ​ຖ່າຍທອດ ຫຼື ແລກປ່ຽນ​ບັນດາ​ວັດສະດຸ​ສຳ​ເລັດ​ຮູບ​ໃຫ້​ຊົນເຜົ່າກະຕູ່ຢູ່ຫວຽດນາມ. ລູກປັດ ໂດຍທົ່ວໄປແລ້ວມັກຈະແສ່ວໃສ່ຜ້າໜາ, ໂດຍສະເພາະຢູ່ໜ້າເອິກ ແລະ ຕີນຂອງຜ້າ. ນອກຈາກ​ໄດ້​ຮຽນ​ການ​ເຮັດ​ລູກ​ປັດ ​ແລະ ​ຜ້າ​ຫ້ອຍດ້ວຍ​ລູກ​ປັດ​ຈາກ​ລາວ​ແລ້ວ, ຊາວ​ເຜົ່າກະຕູ່, ເຜົ່າຕະ​ໂອ້ຍ ​ແລະ ​ຊາວ​ເຜົ່າ​ຈໍານວນໜຶ່ງ​ຢູ່​ເຂດເຈື່ອງ​ເຊີນ (ສາຍພູຫຼວງ) ກໍ່ຍັງ​ມີ​ການ​ແລກປ່ຽນ ຊື້ຂາຍ​ກັບ​ບັນດາ​ຊາວ​ລາວ ​ເພື່ອ​ໄດ້​ເສື້ອ​ຜ້າ, ​ຜ້າທີ່ມີລູກປັດ.

ຊາວເຜົ່າກະຕູ່ ຢູ່ ທິດຕາເວັນອອກ ເຈື່ອງເຊີນ (ສາຍພູຫຼວງ) ບໍ່ຄ່ອຍຈະຍ້ອມສີແດງ, ແຕ່ເຂົາເຈົ້າມັກແລກປ່ຽນກັບຄົນລາວ ເພື່ອເອົາຢາສີແດງທີ່ໄດ້ປຸງແຕ່ງໄວ້ແລ້ວນັ້ນເພື່ອຍ້ອມຜ້າ, ເຂົາເຈົ້າເອີ້ນວ່າ ມຶກປ່ອງ. ພິ​ເສດ, ຊົນ​ເຜົ່າກະຕູ່ ຢູ່ລາວ ຍັງ​ຮັກສາ​ເຄັດ​ລັບ​ໃນ​ການ​ປຸງ​ແຕ່ງ ​ແລະ ຕໍ່າຜ້າ​ດ້ວຍເສັ້ນໄຍ​ກ້ວຍ, ເຊິ່ງ​ເປັນ​ສິນຄ້າ​ທີ່​ມີ​ຄວາມ​ນິຍົມ​ຊົມ​ຊອບ​ຢູ່ທ້ອງ​ຕະຫຼາດ​ສາກົນ.

ກໍ່ຄືກັບຊາວເຜົ່າກະຕູ່ຢູ່ກວາງນາມ, ຊາວກະຕູ່ຢູ່ບັນດາໝູ່ບ້ານໃນລາວ ກໍ່ຍັງຮັກສາສະຖາປັດຕະຍະກຳເຮືອນພື້ນເມືອງ. ປະເພດຂອງສະຖາປັດຕະຍະກໍານີ້ ແມ່ນບໍ່ພຽງແຕ່ສໍາລັບການປະຊຸມ ແລະ ຈັດງານບຸນຂອງຊຸມຊົນ, ແຕ່ຍັງເປັນ "ໂຮງງານຕໍ່າຜ້າ" ແລະ ເປັນ "ຫ້າງຮ້ານ" - ບ່ອນທີ່ຜູ້ຕໍ່າຜ້າມາວາງສະແດງ ແລະ ຂາຍຜະລິດຕະພັນຂອງເຂົາເຈົ້ານຳອີກ. ອາຊີບຕໍ່າ​ຜ້າ​ ພວມ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກອຳນາດການປົກຄອງ​ທຸກ​ຂັ້ນ, ແຕ່ຂັ້ນຮາກ​ຖານ​ເຖິງ​​ສູນ​ກາງ. ເຊັ່ນວ່າ: ສະຫະພັນແມ່ຍິງລາວ ມີໂຄງການອະນຸລັກອາຊີບຕໍ່າຜ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າ ແລະ ການທ່ອງທ່ຽວ. ເສັ້ນຝ້າຍສັງເຄາະທີ່ໄດ້ຍ້ອມສີແລ້ວ ກໍ່ໄດ້ຕອບສະໜອງຕໍ່ກັບຄວາມຮຽກຮ້ອງຕ້ອງການ ແລະ ຊ່າງຫລາຍຄົນ ທີ່ປະຈຸບັນພວມໄດ້ນໍາໃຊ້ວັດສະດຸນີ້ໃນການປະຕິບັດອາຊີບຂອງເຂົາເຈົ້າ.

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ

ຊ່າງຕໍ່າຜ້າຄົນກະຕູ່ ຢູ່ແຂວງສາລະວັນ ກັບຜະລິດຕະພັນທີ່ຫາກໍ່ສຳເລັດ (ພາບ: ລິນດາ ຊູຊານ).

ບັນດາ​ອົງການ​ສາກົນ​ເຊັ່ນ: ​ມະຫາວິທະຍາ​ໄລ ​ແລະ​ ອົງການ​ຊ່ວຍ​ເຫຼືອ​ຂອງ​ຍີ່ປຸ່ນ ​ຫຼາຍ​ແຫ່ງ​ໄດ້​ດຳ​ເນີນ​ໂຄງການ​ຟື້ນ​ຟູແບບວິ​ທີ​ການ​ທໍ​ຜ້າ​ພື້ນ​ເມືອງ​ຂອງ​ຊາວ​ເຜົ່າ​ກະຕູ່ ຢູ່​ບ້ານ​ຫ້ວຍ​ຫຸນໃຕ້, ​ແຂວງ​ສາລະ​ວັນ. ນັກອຸປະຖຳສົ່ງເສີມພໍ່ແມ່ປະຊາຊົນຮັກສາແນວພັນຝ້າຍພື້ນເມືອງ ແລະ ຂະບວນການຍ້ອມສີຈາກວັດຖຸທຳມະຊາດ. ຜະລິດຕະພັນຂອງເຂົາເຈົ້າ ໄດ້ນໍາຂາຍໃນທົ່ວປະເທດ ແລະ ຢູ່ທ້ອງຕະຫຼາດສາກົນຈຳນວນໜຶ່ງ. ແມ່ຍິງຫນຸ່ມຫຼາຍ ແມ່ນລ້ຽງຊີບຕົນເອງ ແລະ ຄອບຄົວຂອງເຂົາເຈົ້າ ໂດຍການຕ່ຳຜ້າ. ເຖິງຢ່າງໃດກໍ່ຕາມ, ການແກ່ງແຍ້ງຢ່າງດຸເດືອດ ເນື່ອງຈາກການສະຫນອງທີ່ໃຫຍ່ກວ່າຄວາມຕ້ອງການ ຕໍ່ກັບສິນຄ້າເຄື່ອງຕໍ່າແຜ່ນແພໃໝ່.

ດ້ວຍຄຸນຄ່າຫຼາຍດ້ານ, ຜ້າແພຫັດຖະກຳຂອງຊາວເຜົ່າກະຕູ່ ຢູ່ໃນລາວ ກໍ່ໄດ້ຮັບການສະສົມຈາກບັນດານັກອອກແບບ, ມີຄວາມມັກຮັກ ແລະ ສ້າງເປັນແຮງບັນດານໃຈໃໝ່ຫຼາຍຢ່າງໃນການອອກແບບແຟຊັ່ນ. ສີຄາມພ້ອມກັບຝ້າຍປະສົມກັບເສັ້ນໄຍກວ້ຍ, ເສັ້ນໄໝ ແລະ ລວດລາຍລູກປັດ ເຊິ່ງເຮັດຈາກຊ່າງຕ່ຳແຜ່ນຫັດຖະກຳຢູ່ໝູ່ບ້ານຊາວເຜົ່າກະຕູ່ ໄດ້ປັບປຸງແລະ ເຮັດຄືນໃໝ່ໃນຊຸດແຟຊັນທີ່ທັນສະໄໝ. ເສື້ອຜ້າແຟຊັ່ນກະຕູ່ ພາກເໜືອຂອງລາວ ໄດ້ວາງສະແດງຢູ່ ນະຄອນຫລວງວຽງຈັນ, ນະຄອນຫຼວງພະບາງ ແລະ ໃນງານແຟຊັນທີ່ມີຊື່ສຽງໃນບັນດາປະເທດເອີຣົບເຊັ່ນ: ປະເທດຝຣັ່ງ, ສະວິດ...

​ຕໍ່າຫູກ  - ວັດ​ທະ​ນະ​ທຳ​ພື້ນ​ເມືອງ ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊົນ​ເຜົ່າ ກະຕູ່ ຢູ່​ຫວຽດ​ນາມ ແລະ ລາວ

ລວດລາຍປະດັບປະດາຢູ່ເທິງຜະລິດຕະພັນຫັດຖະກຳແຜ່ນຜ້າ (ລາວ) - ພາບ: ລິນດາ ຊູຊານ/ໜັງສືພິມຊົນເຜົ່າ.

ການຫັດຖະກຳຕໍ່າຫູກ ແລະ ຜະລິດຕະພັນດັ່ງກ່າວ ແມ່ນຮູບພາບອັນລ້ຳຄ່າທີ່ສະແດງໃຫ້ເຫັນເຖິງເອກະລັກຂອງຊົນເຜົ່າກະຕູ່ ທີ່ດຳລົງຊີວິດຢູ່ 2 ປະເທດ ຫວຽດນາມ ແລະ ລາວ. ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ການ​ຕ່ຳ​ຜ້າ​ແພ, ອໍານາດການປົກຄອງ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ມີ​ໜ້າ​ທີ່ຢູ່​ບັນດາ​ແຂວງແຮກສ່ຽວ​ເຊັ່ນ: ກວາງ​ນາມ - ​ເຊ​ກອງ ກໍ່ຢາກ​ມີ​ການ​ເຊື່ອມ​ໂຍງ ​ແລະ ຊ່ວຍເຫູືອ​ເຊິ່ງກັນ ​ແລະ ກັນ​ຕື່​ມອີກ. ຕ້ອງສົມທົບ​ກັນ​ຈັດ​ຕັ້ງ​ງານ​ບຸນ​ຜ້າ​ໄໝ - ຫັດຖະກຳ​ໂລກ ທີ່​​ເມືອງ​ເກົ່າ​ໂຮ້ຍອ່ານ, ງານ​ບຸນ​ຫັດຖະກຳ​ເວ້... ດ້ວຍກິດຈະກໍາ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ງານ​ວາງສະ​ແດງ, ເດີນແບບ, ແນະນຳ​ຜະລິດ​ຕະພັນ, ການ​ບໍລິການ​ທ່ອງ​ທ່ຽວ, ​ເພື່ອ​ເຊີດຊູອາຊີບທີ່ເປັນມູນເຊື້ອ ແລະ ​ຊ່າງ​ທີ່ມີຝີ​ມື​ຂອງ​ສອງ​ປະ​ເທດ.

ຊາວ​ເຜົ່າກະຕູ່ ອາ​ໄສ​ຕົ້ນຕໍຢູ່​ເຂດເມືອງ​ພູດ​ອຍ​ຊາຍ​ແດນ​ແຂວງ ກວ໋າງ​ນາມ ເຊັ່ນ: ດົງ​ຢາງ, ເຕີຍ​ຢາງ, ນາມ​ຢາງ. ​ຊາວ​ເຜົ່້ກະຕູ່ ຈຳນວນໜຶ່ງກໍ່ດຳລົງ​ຊີວິດ​ຢູ່​ເມືອງ ນາມ​ດົງ ​ແລະ ​ເມືອງ ອາເລື້ອຍ, ​ແຂວງເທືອທ່ຽນ – ເວ້ ​ແລະ ​ເມືອງ ຮວາວ່າງ, ນະຄອນ ດານັງ. ຢູ່ໃນດິນແດນຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຊົນເຜົ່າກະຕູ່ ອາໄສຢູ່ເມືອງກະລຶມ ແລະ ເມືອງທົ່ງຫວາຍ ແຂວງເຊກອງ, ເມືອງເລົາງາມ ແຂວງສາລະວັນ ມີພົນລະເມືອງປະມານ 30.000 ຄົນ.

ອານຸໄຊ ສະຫວັດ

ເຫດການ