ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ

21:05 | 29/12/2023

ຍສໝ - ສະຖາບັນຄົ້ນຄວ້າການພັດທະນາຊຸມຊົນ (ACDC) ຫາກໍ່ມອບເຮືອນ ບິ່ງມິງ ເຊິ່ງເປັນບ່ອນຢູ່ທີ່ໜ້າເຊື່ອຖື ແລະ ເປັນມິດຕໍ່ແມ່ຍິງພິການ ແລະ ເດັກຍິງທີ່ຖືກໃຊ້ຄວາມຮຸນແຮງຢູ່ ກວາງນາມ.

Children’s Hope In Action (CHIA) ໜູນຊ່ວຍເດັກນ້ອຍທຸກຍາກແຂວງ ກວາງນາມ Children’s Hope In Action (CHIA) ໜູນຊ່ວຍເດັກນ້ອຍທຸກຍາກແຂວງ ກວາງນາມ
ກວາງນາມ ມອບໂຄງການບ້ານເຮັດວຽກ ໃຫ້ຕຳຫຼວດລາວ ກວາງນາມ ມອບໂຄງການບ້ານເຮັດວຽກ ໃຫ້ຕຳຫຼວດລາວ

​ເມື່ອ​ວັນ​ທີ 28 ທັນວາ, ​ເຮືອນ​ ບິ່ງມິງ ​ໄດ້​ຮັບ​ການເປີດສະຫຼອງ ເເລະ ນຳໃຊ້​ຢູ່​ແຂວງ ກວາງ​ນາມ ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ອົງການ​ພັດທະນາ​ສາກົນ​ອາ​ເມ​ລິ​ກາ (USAID) ​ໃນ​ຂອບ​ເຂດ​ໂຄງການເຊື່ອມໂຍງ​ 1.

ແຂວງກວາງນາມ: ເພີ່ມທີ່ຢູ່ທີ່ໜ້າເຊື່ອຖືຂອງແມ່ຍິງ ແລະ ເດັກນ້ອຍພິການທີ່ຖືກໃຊ້ຄວາມຮຸນແຮງ
ພິທີຕັດແຖບຜ້າເປີດສະຫຼອງ . ພາບ: USAID

ເຮືອນ ບິ່ງມິງ ເປັນຮູບແບບສະໜອງການບໍລິການທີ່ຈຳເປັນເພື່ອໜູນຊ່ວຍຜູ້ທີ່ຖືກໃຊ້ຄວາມຮຸນແຮງທາງເພດ. ເຮືອນປະກອບມີຫ້ອງໃຫ້ຄຳປຶກສາ 1 ຫ້ອງ ແລະ ຫ້ອງພັກ 2 ຫ້ອງ. ນີ້​ແມ່ນ​ຮູບແບບທີ່ໄດ້​ທົດ​ລອງ​ເພື່ອເປັນຕົວຢ່າງໜູນຊ່ວຍ​​ການ​ປັບປຸງ​ການ​ເຂົ້າ​ເຖິງໃຫ້​ແມ່ຍິງ ​ແລະ ​ເດັກ​ຍິງ​ພິການ​ທີ່​ຖືກ​ເຄາະ​ຮ້າຍ​ຈາກ​ຄວາມ​ຮຸນ​ແຮງ​ທາງ​ເພດ.

ພິ​ເສດ​ແມ່ນ​ຮູບ​ແບບ​ເຮືອນພັກພິງທີ່​ໄດ້ປັບປຸງສົມບູນເພື່ອເຂົ້າເຖິງຄົນພິການ​, ນັບ​ແຕ່ທິດ​ທາງ, ບັນດາ​ເຄື່ອງນຳໃຊ້​ໃນຄົວ​ເຮືອນ​ຕະຫຼອດເຖິງ​ຫ້ອງ​ນ້ຳ.

​ໂຄງການ​ກໍ່ສ້າງ​ຕົວ​ແບບ​ເຮືອນ ບິ່ງ​ມິ​ງ ​ເລີ່​ມດຳ​ເນີນ​ແຕ່​ເດືອນ ກໍລະກົດ 2023 ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ສຳ​ຫຼວດຕີລາຄາຄວາມອາດສາມາດເຂົ້າ​ເຖິງ ​ແລະ ການ​ສະໜອງການ​ບໍລິການ​ໃຫ້ແມ່ຍິງ​ພິການ, ເຝິກອົບຮົມ ​ແລະ ບຳລຸງ​ສ້າງ​ຍົກສູງກຳລັງຄວາມສາມາດກັບຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ, ​ເພີ່ມ​ທະວີ​ຄວາມ​ຮູ້ ​ແລະ ທັກ​ສະ​ໃນ​ການ​ຊອກ​ຫາ, ​ແກ້​ໄຂ, ຄຸ້ມ​ຄອງ​ກໍລະນີ, ​ແນະນຳ​ຕົວ​ແບບ​ທີ່ພື້ນຖານພັກພິງຊົ່ວຄາວ​ເພື່ອໜູນ​ຊ່ວຍ​ຄົນ​ພິ​ການ​ທີ່​ມີຄວາມສ່ຽງ ແລະ​ ຖືກ​ເຄາະ​ຮ້າຍ​ຈາກການໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ.

ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ Anthony Kolb, ຮອງ​ຫົວໜ້າຫ້ອງປົວແປງ ​ແລະ ພັດທະນາການ​ເຊື່ອມຕົວ, ອົງການ USAID ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ຖ້າ​ຮູບ​ແບບ​ນີ້​ປະສົບ​ຜົນສຳ​ເລັດ, ​ແມ່ນ​ສາມາດ​ຜັນ​ຂະຫຍາຍ​ຢູ່​ບັນດາ​ແຂວງ, ນະຄອນອື່ນ ແລະ ບັນດາແຂວງ, ນະຄອນອື່ນກໍ່ສາມາດ​ທາບທາມ ​ແລະ ຮຽນ​ຮູ້​ໄດ້.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.