ປະຊາຊົນແຂວງກຽນຢາງ ໄດ້ມີໂຮງຮຽນແຫ່ງໃໝ່ ແລະ ຂົວແຫ່ງໃໝ່ຕື່ມອີກຈາກການຊ່ວຍເຫຼືອຂອງຍີ່ປຸ່ນ

16:49 | 27/10/2023

ຍສໝ- ຍ້ອນ​ມີແຫຼ່ງທຶນ​ຊ່ວຍ​ເຫຼືອລ້າ​ຈາກ​ລັດຖະບານ​ຍີ່ປຸ່ນ, ນັກຮຽນ ​ແລະ ປະຊາຊົນ​ໃນ​ແຂວງ ກຽນ​ຢາງ ໄດ້ມີ​ຫ້ອງ​ຮຽນ​ໃໝ່ ​ແລະ ຂົວແຫ່ງ​ໃໝ່ຕື່ມອີກ.

ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ ມີນັກກິລາ 300 ຄົນເຂົ້າຮ່ວມການແຂ່ງຂັນຕີດອກປີກໄກ່ ສຳລັບຄົນຫວຽດນາມ ຢູ່ ຍີ່ປຸ່ນ ທົ່ວປະເທດ
ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ ແນະນຳເລື່ອງພາບ Ehon ສອງພາສາຫວຽດນາມ - ຍີ່ປຸ່ນ ຈຳນວນ 100 ຫົວ ໃຫ້ແກ່ເດັກນ້ອຍຫວຽດນາມ

ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ​ກຽນ​ຢາງ ສົມທົບ​ກັບ​​ກົງສຸນ​ໃຫຍ່​ຍີ່ປຸ່ນ ປະຈຳ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຄະນະ​ກຳມະການ​ປະຊາຊົນ​ເມືອງຢົ່ງຣຽງ, ​ແຂວງກຽນ​ຢາງ ຫາ​ກໍ່​ຈັດ​ຕັ້ງ​ພິທີ​ມອບ​ຮັບ 3 ​ໂຄງການ​ໃນໂຄງການ​​ຊ່ວຍເຫຼືອລ້າ​ຂັ້ນຮາກຖານຂອງລັດຖະບານ​ຍີ່ປຸ່ນ.

3 ໂຄງການທີ່ມມອບຮັບ ລວມມີ: ໂຄງການກໍ່ສ້າງໂຮງຮຽນປະຖົມ ຫງອກຈູກ 1 ເມືອງ ຢອງຣຽງ; ໂຄງການກໍ່ສ້າງຂົວຄົມມະນາຄົມຊົນນະບົດ 3 ແຫ່ງຢູ່ 2 ເມືອງຄື: ເມືອງ ອານມິງ ແລະ ເມືອງຢົ່ງຣຽງ; ໂຄງ​ການ​ກໍ່​ສ້າງອາຄານ​ຫ້ອງ​ຮຽນ​ໃຫມ່​ໃຫ້​ໂຮງ​ຮຽນ​ປະ​ຖົມ​ມອງຖໍ້ A1 ຢູ່ເມືອງ​ເຈົາ​ແທ່ງ.

ກ່ອນ​ໜ້າ​ນີ້, ຍ້ອນ​ຫ້ອງ​ຮຽນບໍ່ພຽງພໍ, ນັກຮຽນ​ບໍ່​ສາມາດ​ຮຽນ 2 ຕອນ/​ມື້. ການ​ເດີນທາງໄປມາ​ຂອງ​ປະຊາຊົນ​ຍັງຊ້ອນແຝງໄປດ້ວຍຄວາມອັນຕະລາຍ​ຫຼາຍ​ຢ່າງ​ຍ້ອນບໍ່ມີ​ຂົວ​ທີ່​ໄດ້​ມາດຕະຖານ.

ດັ່ງນັ້ນ, ດ້ວຍການຊ່ວຍເຫຼືອຈາກໂຄງການຊ່ວຍເຫຼືອລ້າຂອງລັດຖະບານຍີ່ປຸ່ນ ມີມູນຄ່າທັງໝົດ 271.168 ໂດລາສະຫະລັດ ໃຫ້ແກ່ 3 ໂຄງການດັ່ງກ່າວ, ລັດຖະບານຍີ່ປຸ່ນ ໄດ້ໜູນຊ່ວຍການກໍ່ສ້າງ 6 ຫ້ອງຮຽນໃໝ່ ຢູ່ໃນ 2 ໂຮງຮຽນ ແລະ ຂົວເບຕົງຖາວອນ 3 ແຫ່ງ ໃນ 3 ຕາແສງຂອງເມືອງຢົ່ງຣຽງ ​ແລະ ​ເມືອງ​ອານ​ມິງ.

ປະຊາຊົນແຂວງກຽນຢາງ ໄດ້ມີໂຮງຮຽນແຫ່ງໃໝ່ ແລະ ຂົວແຫ່ງໃໝ່ຕື່ມອີກຈາກການຊ່ວຍເຫຼືອຂອງຍີ່ປຸ່ນ
ດ້ວຍຂົວໃໝ່, ນັກຮຽນ ແລະ ປະຊາຊົນສາມາດເດີນທາງໄດ້ຢ່າງປອດໄພ. (ພາບ: ກົງສຸນໃຫຍ່ ຍີ່ປຸ່ນ ປະຈຳນະຄອນ ໂຮ່ຈີມິນ)

​ກົງ​ສູນ​ໃຫຍ່ ຍີ່ປຸ່ນ ປະຈຳ ນະຄອນໂຮ່ຈີມີນ ທ່ານ Ono Masuo ​ໃຫ້​ຮູ້​ວ່າ: ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກຽນຢາງ ​ແລະ ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ ຍາມ​ໃດ​ກໍ່​ໃຫ້ການຮ່ວມ​ມື​ເພື່ອສຳເລັດ​ບັນດາ​ກິດຈະກຳຂອງໂຄງການ​​ຊ່ວຍ​ເຫຼືອລ້າຂັ້ນຮາກຖານຂອງ​ລັດຖະບານ ຍີ່ປຸ່ນ. ທ່ານ​ຫວັງ​ວ່າ​ໃນອະນາຄົດ​ສະພາບ​ແວດ​ລ້ອມ​ການ​ສຶກສາ​ຂອງ​ເດັກນ້ອຍ​ຢູ່​ເຂດ​ດັ່ງກ່າວ​ຈະ​ໄດ້​ຮັບ​ການ​ຍົກສູງ, ທັງ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນທາງ​ໄປມາປະຈຳ​ວັນ​ຂອງ​ປະຊາຊົນ​ໃນ​ເຂດ, ​ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ດີ​ຂຶ້ນ, ປະກອບສ່ວນ​ພັດທະນາ​ເສດຖະກິດ​ທ້ອງ​ຖິ່ນ.

ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ແຂວງ ກຽນ​ຢາງ, ທ່ານ ​ເຈີ່ນ​ຈີ໋ຢຸງ​ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປະຈຸ​ບັນ, ຫົວໜ່ວຍ​ໄດ້​ຮັບ 13 ​ໂຄງການ​ກໍ່ສ້າງກັບ 30 ​ລາຍການກິດຈະກຳ ເເລະ ​ເຄື່ອງອຸປະກອນການ​ແພດ​ຈາກ​ໂຄງການ​​ຊ່ວຍ​ເຫຼືອລ້າຂັ້ນຮາກຖານນຂອງ​​ລັດຖະບານ​ຍີ່ປຸ່ນ ດ້ວຍ​ຈຳນວນ​ທຶນທຽບເທົ່າກັບ 26 ຕື້ດົ່ງ.

​ບັນດາໂຄງການ​​ໄດ້​ແບ່ງປັນເທົ່າກັນໃຫ້​ບັນດາ​ຕາ​ແສງຂອງ 15 ​ເມືອງ, ​ ເທດສະບານ​ໃນບໍລິເວນ​ແຂວງ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ​ເຂດ​ຫ່າງ​ໄກ​ເຂດ​ໄກ, ​ເຂດ​ຊາຍ​ແດນ, ໝູ່​ເກາະ.

ບັນດາ​ໂຄງການ​ໄດ້​ນຳ​ມາເຊິ່ງ​ປະສິດທິຜົນຢ່າງແທດຈິງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ກ່ຽວກັບ​ຫ້ອງ​ຮຽນ ​ແລະ ການໄປມາ​ຂອງ​ປະຊາຊົນ​ຢູ່​ເຂດ​ຊົນນະບົດ ​ແລະ ການ​ຮັກສາ​ສຸຂະພາບເບື້ອງ​ຕົ້ນ​ໃຫ້​ປະຊາຊົນ​ຢູ່​ເຂດ​ແຄມ​ທະ​ເລ ​ແລະ ໝູ່​ເກາະ ໄດ້ຢ່າງທັນການ.

ດີງເລື້ອງ

302 Found

Found

The document has moved here.