ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ

09:03 | 26/04/2023

ຍສໝ - ວັນ​ທີ 21 ​ເມສາ​ນີ້, ​ເມືອງ ຕວຽນຮວາ (​ແຂວງ​ກວາງ​ບິ່ງ, ຫວຽດນາມ) ​ແລະ ​ເມືອງ​ນາກາຍ (​ແຂວງ​ຄຳ​ມ່ວນ, ລາວ) ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ ເພື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ ​ແລະ ຮັບປະກັນ​ຄວາມ​ໝັ້ນຄົງເຂດຊາຍ​ແດນ.

ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ ເວທີປາໄສການເຊື່ອມຕຈອດຊຸກຍູ້ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ລາວ-ຫວຽດນາມ-ໄທ
ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ຊຸກຍູ້ການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ

ຕາມ​ນັ້ນ​ແລ້ວ, 2 ຝ່າຍ​ຈະ​ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ ລົງທຶນ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ການ​ຄ້າ​ລະຫວ່າງ 2 ​ເມືອງ, ປະກອບສ່ວນ​ກໍ່ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອໃຫ້ນັບມື້ນັບສວຍສົດງົດງາມ, ມີຄວາມ​ສາມັກຄີ ​ແລະ ພັດທະນາ.

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ

ສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ຢູ່ຕາແສງ ຕວຽນຮວາ ແລະ ນາກາຍ ໃນການຜະລິດ, ແລກປ່ຽນການຄ້າ.

​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ກັນ​: ​ເພີ່ມ​ທະວີ​ການ​ຮ່ວມ​ມື​ພັດທະນາ, ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ເຂດ​ຊາຍ​ແດນ, ບົນ​ຈິດ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ​ເມືອງ ​ຕວຽນຮວາ - ນາ​ກາຍ; ປະຕິບັດ​ອະນຸ​ສັນຍາ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນຫວຽດນາມ - ລາວ, ສັນຍາ​ວ່າ​ດ້ວຍ​ລະບຽບ​ການ​ຄຸ້ມ​ຄອງ​ຊາຍ​ແດນ ​ແລະ ດ່ານ​ຊາຍ​ແດນ​ທາງບົກ​ ລະຫວ່າງ​ລັດຖະບານ 2 ປະ​ເທດ, ສັນຍາ​ວ່າ​ດ້ວຍ​ການ​ແກ້​ໄຂ​ບັນຫາການອົບພະຍົບຢ່າງ​ເສລີ ​ແລະ ການ​ແຕ່ງງານ​ທີ່​ບໍ່​ມີທະບຽນແຕ່ງງານຢູ່​ເຂດຊາຍແດນ ຫວຽດນາມ-ລາວ.

ທ່ານ ຫງວຽນ​ຮວ່າຍ​ນາມ, ​ເລຂາ​ຄະນະ​ພັກ​ເມືອງ ຕວຽນ​ຮວາ ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ​ເມືອງ ຈະ​ສືບ​ຕໍ່​ດຳ​ເນີນ​ການ​ພົບ​ປະ​ເຈລະຈາ​ໃນ​ທຸກໆ 2 ປີ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ຂອງ 2 ຝ່າຍ; ໂຄສະນາ​ເຜີຍ​ແຜ່​ການ​ສຶກສາ ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ​ຂອງ​ການ​ຮ່ວມ​ມື ແລະ ມິດຕະພາບອັນພິເສດ​ລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​ ຫວຽດນາມ - ລາວ ​ເວົ້າ​ລວມ, ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ປະຫວັດສາດ, ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ການທ່ອງທ່ຽວ, ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ​ລະຫວ່າງ 2 ​ເມືອງ ​ຕວຽນ​ຮວາ - ນາ​ກາຍ ເວົ້າສະເພາະ.

2 ທ້ອງ​ຖິ່ນ​ກໍ່​ເຫັນ​ດີ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​ແກ້​ໄຂ​ສະພາບ​ການ​ທີ່ເກີດຂຶ້ນແບບກະທັນຫັນ ​ແລະ ຄວາມສັບສົນ​ທີ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາຍ​ແດນ​ຮ່ວມ​ຢ່າງທັນການ. ພ້ອມ​ກັນ​ນັ້ນ, ກໍ່ຊຸກຍູ້ ​ແລະ ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ລົງທຶນ​ທຳການຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ ແລກປ່ຽນການ​ຄ້າ​ລະຫວ່າງ 2 ​ເມືອງ, ປະກອບສ່ວນ​ກໍ່ສ້າງ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ພັດທະນາ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.