ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ

11:56 | 15/10/2022

ຍສໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ຫາ​ກໍ່ອະນຸມັດ​ໂຄງການ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2023 - ບິ່ງ​ທ້ວນ - ເຕົ້າໂຮມສີຂຽວ.

ປີທ່ອງທ່ຽວແຫ່ງຊາດ - ກ໋ວາງນາມ 2022: ໂອກາດທີ່ດີເພື່ອດຶງດູດແຂກທ່ອງທ່ຽວສາກົນ ປີທ່ອງທ່ຽວແຫ່ງຊາດ - ກ໋ວາງນາມ 2022: ໂອກາດທີ່ດີເພື່ອດຶງດູດແຂກທ່ອງທ່ຽວສາກົນ
ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022 ກວາງນາມ ຈະເປັນເຈົ້າພາບຈັດຕັ້ງປີທ່ອງທ່ຽວແຫ່ງຊາດ 2022

ປີທ່ອງທ່ຽວແຫ່ງຊາດ 2023 - ບິ່ງ​ທ້ວນ - ເຕົ້າໂຮມສີຂຽວ ຈະໄດ້ເອີ້ນເປັນພາສາອັງກິດວ່າ "Visit Vietnam Year 2023 - Binh Thuan: Green Tourism". ພິທີ​ປະກາດ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2023 - ບິ່ງ​ທ້ວນ - ເຕົ້າໂຮມສີຂຽວ ຄາດ​ວ່າ​ຈະ​ຈັດ​ຂຶ້ນ​ໃນ​ເດືອນທັນວາ 2022 ຕິດພັນ​ກັບ​ບຸນປີ​ໃໝ່​ປະຈຳ​ຊາດ 2023 ຢູ່​ນະຄອນ ຟານ​ທຽດ.

ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ
ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ.

ພິທີເປີດຈະຈັດຂຶ້ນ ໃນເດືອນມີນາ 2023 ແລະ ພິທີປິດຈະຈັດຂຶ້ນໃນເດືອນທັນວາ 2023. ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ແມ່ນ​ໂອກາດ​ເພື່ອ​ແນະນຳ ​ແລະ ​ໂຄສະນາ​ບັນດາ​ຄຸນຄ່າ​ວັດທະນະທຳທີ່ເປັນວັດຖຸ ແລະ ບໍ່ເປັນວັດຖຸ, ຊັບພະຍາກອນ ​ແລະ ຜະລິດ​ຕະພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ, ປະເທດຊາດຫວຽດນາມ ​​ເວົ້ົ້າລວມ ​ແລະ ດິນແດນ ບິ່ງ​ທ້ວນ ​ເວົ້າ​ສະ​ເພາະ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຫວຽດນາມ ແລະ ທ້ອງ​ຖິ່ນນີ້, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ຊຸມ​ປີ​ຕໍ່ໜ້າ.

ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ

ດ້ວຍ​ຫົວ​ຂໍ້ “ບິ່ງ​ທ້ວນ - ເຕົ້າໂຮມສີຂຽວ”, ບັນດາ​ການ​ເຄື່ອນ​ໄຫວ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ມຸ່ງ​ໄປ​ເຖິງ​ບັນດາ​ຜະລິດ​ຕະພັນສີ​ຂຽວ, ພະລັງງານ​ສະອາດ, ສ້າງ​ສະພາບ​ແວດ​ລ້ອມ​ທີ່​ເປັນ​ມິດ ​ແລະ ປອດ​ໄພ​ຕໍ່ສຸຂະພາບ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ມໍລະດົກ​ວັດທະນະທຳ ​ແລະ ບັນດາ​ຄຸນຄ່າ​ມູນເຊື້ອອັນ​ດີງາມ​ຂອງ​ປະ​ເທດ​ຊາດ, ​ກ້າວ​ໄປ​ສູ່​ການ​ເຕີບ​ໂຕ​ສີຂຽວ, ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ແບບ​ຍືນ​ຍົງ.

ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ
ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ
ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ
ປີທ່ອງທ່ຽວແຫ່ງຊາດ 2023 - ມຸ່ງສູ່ການທ່ອງທ່ຽວສີຂຽວ

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.