ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024

16:55 | 30/10/2023

ໃນວັນທີ​ 17 ຕຸລາ​ 2023 ນີ້, ທ່ານ​ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍການນໍາຈາກສູນກາງ ກໍໄດ້ເຄື່ອນໄຫວຢ້ຽມຢາມ​ ແລະ​ ເຮັດວຽກຢູ່ພະແນກ​ຖະແຫລງ​ຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ ແຂວງຈໍາປາສັກ

ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024 ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ລາວ ເພື່ອຜົນສໍາເລັດຂອງປີ ອາຊຽນ 2024
ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026 ສະມັດຊາໃຫຍ່ສະຫະປະຊາຊາດເລືອກຕັ້ງສະພາສິດທິມະນຸດວາລະ 2024 - 2026

ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ​ ເຮັດວຽກຢູ່ແຂວງຈໍາປາສັກ ໃນວັນທີ​ 17 ຕຸລາ​ 2023 ນີ້, ທ່ານ​ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພ້ອມດ້ວຍການນໍາຈາກສູນກາງ ກໍໄດ້ເຄື່ອນໄຫວຢ້ຽມຢາມ​ ແລະ​ ເຮັດວຽກຢູ່ພະແນກ​ຖະແຫລງ​ຂ່າວ,​ ວັດທະນະທຳ​ ແລະ​ ທ່ອງທ່ຽວ​ (ຖວທ)​ ແຂວງ​ ໂດຍມີ ທ່ານ ວິໄລວົງ​ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີຫົວໜ້າ​ພະແນກການ ກ່ຽວຂ້ອງຂອງແຂວງ​ ເຂົ້າຮ່ວມ. ໂດຍທ່ານຮອງປະທານປະເທດໄດ້ເນັ້ນໃຫ້ແຂວງຈໍາປາສັກ ເອົາໃຈໃສ່ບາງບັນຫາ ເພື່ອກະກຽມຕ້ອນຮັບ ປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງ.

ແຂວງຈໍາປາສັກ ປະເທດ ລາວ ກຳລັງກຽມຕ້ອນຮັບປີທ່ອງທ່ຽວລາວ 2024
ທ່ານ​ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ພາບ : ຂປລ

ໂອກາດນີ້, ທ່ານ​ ນາງ ປານີ ຢາທໍ່ຕູ້ ກໍເນັ້ນໃຫ້ການການນໍາແຂວງ​ ເປັນເຈົ້າ​ການໃນການຄົ້ນຄວ້າ ແກ້ໄຂບັນຫາທີ່ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ນັກທ່ອງທ່ຽວ​ ໂດຍສະເພາະ​ແມ່ນ ແກ້ໄຂ​ບັນຫາ​ການເກັບຄ່າ ທໍານຽມ​ທາງ ແລະ​ ຄ່າບໍລິການດ້ານຕ່າງໆ​ ຈາກນັກທ່ອງທ່ຽວ; ​ ໃຫ້ປະສານສົມທົບ -​ ຮ່ວມແຮງຮ່ວມໃຈ ກັບຜູ້ປະກອບການ​ ແລະ​ ປະຊາຊົນ​ ໃນການພັດທະນາການທ່ອງທ່ຽວ​ ໃຫ້ກາຍເປັນອຸດສະຫະກໍາການທ່ອງທ່ຽວ​ ທີ່ທັນສະໄໝ​ ເພາະ​ວຽກງານການທ່ອງທ່ຽວ​ ເປັນວຽກໜຶ່ງທີ່ສໍາຄັນໃນການສ້າງລາຍໄດ້​ ເພື່ອແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ ຍ້ອນແນວນັ້ນ​ ວຽກງານທີ່ຕິດພັນກັບ ການທ່ອງທ່ຽວ​ ຕ້ອງຫັນເປັນວິຊາຊີບຮອບດ້ານ​ ແລະ​ ຫັນເປັນທັນສະໄໝ ດ້ວຍຮູບການຕ່າງໆ​ ລວມທັງການຄຸ້ມຄອງ,​ ການໂຄສະນາການທ່ອງທ່ຽວ ກໍໃຫ້ທັນສະໄໝ,​ ວ່ອງໄວ​ ແລະ​ ຂະຫຍາຍໄປທົ່ວໂລກ.​

ພ້ອມນີ້, ການຈັດຕັ້ງປະຕິບັດວຽກງານ ການພັດທະນາແຫລ່ງທ່ອງທ່ຽວ​ ຕ້ອງມີຈຸດສຸມ ແລະ​ ກໍານົດເປັນແຜນພັດທະນາ ໃນແຕ່ລະໄລຍະ ເຮັດໃຫ້ແຫລ່ງ ທ່ອງທ່ຽວ ມີຄຸນນະພາບ ແລະ​ ປະສິດທິຜົນ,​ ຄ່າບໍລິການກໍ່ສົມເຫດສົມຜົນ,​ ທຸກຄົນຍອມຮັບໄດ້; ເອົາໃຈໃສ່ຊຸກຍູ້ ການພັດທະນາແຫລ່ງທ່ອງທ່ຽວ​ ໃຫ້ສາມາດແຂ່ງຂັນກັບ ແຫລ່ງທ່ອງທ່ຽວ ຂອງປະເທດຕ່າງໆ ໃນອະນຸພາກພື້ນ ແລະ​ ໃນໂລກ.

ການພັດທະນາ​ ການທ່ອງທ່ຽວ​ ຕ້ອງໃຫ້ມີຄວາມຍືນຍົງ​ ຕິດພັນກັບການອະນຸລັກ ປົກປັກຮັກສາ ວັດທະນະທໍາ - ​ຮີດຄອງປະເພນີ ອັນດີງາມ ຂອງຊາດ,​ ຂອງທ້ອງຖິ່ນ ແລະ​ ຕິດພັນກັບການອະນຸລັກຮັກສາ ດ້ານສະພາບແວດລ້ອມ​ ທີ່ເອື້ອອໍານວຍໃຫ້ນັກທ່ອງທ່ຽວ​ ທັງມີຄວາມສະຫງົບ; ການພັດທະນາແຫລ່ງທ່ອງທ່ຽວ​ ໃຫ້ກາຍເປັນ ຂອງທົ່ວປວງຊົນ; ສືບຕໍ່ເສີມຂະຫຍາຍທ່າແຮງ ດ້ານການທ່ອງທ່ຽວທີ່ແຂວງມີ,​ ປັບປຸງ​ ແລະ​ ສົ່ງເສີມໃຫ້ດີຂຶ້ນ; ເອົາໃຈໃສ່ສ້າງສິ່ງດຶງດູດ​ ເພື່ອເຮັດໃຫ້ນັກທ່ອງທ່ຽວ​ ເຂົ້າມາທ່ຽວຊົມ ນັບມື້ ຫລາຍຂຶ້ນ; ໜ້າວຽກຕ່າງໆ ຕ້ອງກໍານົດເປົ້າໝາຍພັດທະນາ ລວມທັງການກໍານົດຜະລິດຕະພັນ ການທ່ອງທ່ຽວໃນແຕ່ລະເຂດ​ ໃຫ້ລະອຽດຈະແຈ້ງ.

ເອົາໃຈໃສ່ພັດທະນາ ບຸກຄະລາກອນ ທີ່ຮັບໃຊ້ໃນ ວຽກງານ ການບໍລິການ​ດ້ານການທ່ອງທ່ຽວ,​ ພາກລັດຕ້ອງເປັນເຈົ້່າການ ແລະ​ ອໍານວຍຄວາມສະດວກ ໃນການຄຸ້ມຄອງ​ ໂດຍ​ສະເພາະ​ ດ້ານລາຄາໂຮງແຮມ,​ ອາຫານ​ ແລະ​ ເຄື່ອງດື່ມ ຕ້ອງມີນິຕິກໍາຮອງຮັບຄັກແນ່.​ ນອກນີ້​, ກໍໃຫ້ມີສະຖາບັນ​ ສໍາລັບຝຶກອົບຮົມ​ບຸກຄະລາກອນ ດ້ານການທ່ອງທ່ຽວ,​ ພະນັກງານນໍາທ່ຽວ ເພື່ອໃຫ້ເຂົາເຈົ້າມີຄວາມຮູ້ຮອບດ້ານ,​ ມີຫລັກໝັ້ນ ການເມືອງ,​ ສາມາດກໍາແໜ້ນແນວທາງ ນະໂຍບາຍຂອງພັກ,​ ລະບຽບກົດໝາຍ​ ແລະ​ ແຜນພັດທະນາ ເສດຖະກິດ -​ ສັງຄົມ​ຂອງລັດ​ ທີ່ກໍານົດອອກໃນແຕ່ລະໄລຍະ,​ ສ້າງພະນັກງານນໍາທ່ຽວ ໃຫ້ເປັນທັງໂຄສະນາເຜີຍແຜ່ ແນວທາງ​ນະໂຍບາຍຂອງພັກ ​- ​ລັດ ປະກອບສ່ວນເຂົ້າໃນ ການປົກປັກຮັກສາ​ ແລ​ະ​ ສ້າງສາ ພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງຂຶ້ນໄປເລື້ອຍໆ.​

ໃນໂອກາດດຽວກັນ, ທ່ານ​ ວັນນະໄຊ ຊາດຕະກຸນ ​ ຫົວໜ້າ​ພະແນກ​ ຖວທ​ ແຂວງ​ຈໍາປາສັກ ໄດ້ລາຍງານຫຍໍ້ກ່ຽວການພັດທະ ນາວຽກງານການທ່ອງທ່ຽວຂອງແຂວງ​ ໃນ​ 9​ ເດືອນ​ ປີ​ 2023​ ເຊິ່ງຍົກໃຫ້ເຫັນຜົນງານດ້ານດີ,​ ສະພາບບັນຫາ​ ແລະ ຂໍ້ຫຍຸ້ງຍາກ ທີ່ຕິດພັນກັບວຽກງານ ການທ່ອງທ່ຽວໃນໄລຍະຜ່ານມາ.​ ພ້ອມນີ້, ກໍໄດ້ລາຍງານແຜນວຽກຈຸດສຸມໃນ​ 3 ເດືອນທ້າຍປີ​ 2023​ ແລະ​ ການກະກຽມຄວາມພ້ອມ ໃນການຈັດຕັ້ງປະຕິບັດກິດຈະກຳ ປີທ່ອງທ່ຽວລາວ 2024 ຢູ່ແຂວງຈຳປາສັກ​ ເປັນຕົ້ນ ແມ່ນການກະກຽມ ດ້ານນິຕິກໍາ,​ ການປັບປຸງສິ່ງອໍານວຍຄວາມສະດວກ ດ້ານການທ່ອງທ່ຽວ.​

ພ້ອມນີ້, ການນໍາພະແນກການທີ່ກ່ຽວຂ້ອງຂອງແຂວງ ກໍໄດ້ລາຍງານເພີ່ມເຕີມກ່ຽວ ກັບການກະກຽມດ້ານພາຫະນະ​ ເພື່ອຮອງຮັບນັກທ່ອງທ່ຽວ​ ແລະ​ ການກໍ່ສ້າງເສັ້ນທາງ ເຂົ້າຫາ ແຫລ່ງ ທ່ອງທ່ຽວ,​ ການຊຸກຍູ້ການຜະລິດສິນຄ້າພາຍໃນ ເພື່ອທົດແທນການນໍາເຂົ້າ,​ ການຊຸກຍູ້ສົ່ງເສີມ ການຜະລິດສິນຄ້າໜຶ່ງເມືອງ​ ໜຶ່ງຜະລິດຕະພັນ​ ເພື່ອເປັນເຄື່ອງທີ່ລະນຶກຕ້ອນຮັບນັກ ທ່ອງທ່ຽວ,​ ການຄຸ້ມຄອງລາຄາສິນຄ້າ ແລະ​ ຄ່າບໍລິການພາຍໃນແຂວງ​ ເຊິ່ງໄດ້ມີການຕິດຕາມກວດກາ ຢ່າງເປັນປົກກະຕິ​ ແລະ​ ຕໍ່ເນື່ອງ,​ ການຈັດງານວາງສະແດງ-​ຈໍາໜ່າຍ ແລະ​ ຊື້​-​ຂາຍສິນຄ້າ,​ ການເກັບຄ່າທໍານຽມ,​ ຄ່າວີຊາ ແລະ​ ຄ່າບໍລິການຕ່າງໆພາຍໃນດ່ານ,​ ການຍາດແຍ່ງການລົງທຶນ​ ແລະ​ ການຈັດສັນງົບປະມານ ເພື່ອຮັບໃຊ້ໃຫ້ແກ່ ການພັດທະນາວຽກງານ ການທ່ອງທ່ຽວ.​

ດີງເລື້ອງ

ເຫດການ
302 Found

Found

The document has moved here.