ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ

13:47 | 19/10/2023

ຍສໝ - ໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນ ໃນ ປີ 2024 ທີ່ຈະມາເຖິງນີ້, ບັນດາຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ ໄດ້ມີການປັບປຸງການບໍລິການດ້ານຕ່າງໆ ເພື່ອກຽມຕ້ອນຮັບ ນັກທ່ອງງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈະທີ່ເຂົ້າມາໃຊ້ບໍລິການ.

ຮ້ານອາຫານ 3 ແຫ່ງທີ່ມີບັນຍາກາດແບບບູຮານຢູ່ນະຄອນໂຮ່ຈີມິນ ຮ້ານອາຫານ 3 ແຫ່ງທີ່ມີບັນຍາກາດແບບບູຮານຢູ່ນະຄອນໂຮ່ຈີມິນ
ແຈ້ງການວ່າດ້ວຍໃຫ້ຢຸດເຊົາການ ບໍລິການການສະແດງກາງ ແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ແຈ້ງການວ່າດ້ວຍໃຫ້ຢຸດເຊົາການ ບໍລິການການສະແດງກາງ ແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ

ໃນໂອກາດທີ່ ສປປ ລາວ ຈະເປີດປີທ່ອງທ່ຽວລາວ ແລະ ການເປັນປະທານອາຊຽນ ໃນ ປີ 2024 ທີ່ຈະມາເຖິງນີ້, ບັນດາຮ້ານອາຫານ ຢູ່ນະຄອນຫລວງວຽງຈັນ ໄດ້ມີການປັບປຸງການບໍລິການດ້ານຕ່າງໆ ເພື່ອກຽມຕ້ອນຮັບ ນັກທ່ອງງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ຈະທີ່ເຂົ້າມາໃຊ້ບໍລິການ. ໃນນັ້ນ, ຮ້ານອາຫານ ລີລາວະດີສາຍຂອງ ບ້ານທ່າເດື່ອ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກໍມີແຜນຈະຂະຫຍາຍ ແລະ ປັບປຸງການບໍລິການ ໃຫ້ຄົບວົງຈອນຂຶ້ນກວ່າເກົ່າ.

ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ

ຮ້ານອາຫານ ລາວະດີສາຍຂອງ ປັບປຸງການບໍລິການຮອງຮັບນັກທ່ອງທ່ຽວ

ທ່ານ ນາງ ຫຍຸຍ ສຸວັນນະໂຊດ ເຈົ້າຂອງຮ້ານອາຫານລີລາວະດີສາຍຂອງ ໃຫ້ສຳພາດວ່າ: ຮ້ານອາຫານລີລາວະດີສາຍຂອງ ເລີ່ມເປີດໃຫ້ບໍລິການມາແຕ່ປີ 2022 ເປັນຕົ້ນມາ ມີການບໍລິການທີ່ຫລາກຫລາຍເປັນຕົ້ນ ມີການບໍລິການອາຫານ ຫລາຍຮູບແບບຢູ່ເທິງເຮືອແພ ແລະ ຢູ່ແຄມຝັງ ມີອາຫານຫລາກຫລາຍປະເພດ ລວມທັງອາຫານລາວ, ອາຫານເອີຣົບ, ອາຫານທະເລທີ່ສົດໃໝ່ ແລະ ອາຫານຕາມສັ່ງ ເຊິ່ງສາມາດຮອງຮັບນັກທ່ອງທ່ຽວໄດ້ 300-400 ຄົນຕໍ່ມື້. ພ້ອມນີ້, ຍັງມີບໍລິການລ່ອງເຮືອຊົມທິວທັດ ທຳມະຊາດຂອງແມ່ນ້ຳຂອງ ແບບຄອບຄົວ ຫລື ເປັນກຸ່ມທ່ອງທ່ຽວ ເລີ່ມແຕ່ຈຸດຮ້ານອາຫານຮອດກ້ອງຂົວມິດຕະພາບ.

ທ່ານ ນາງ ຫຍຸຍ ສຸວັນນະໂຊດ ຍັງໃຫ້ຮູ້ອີກວ່າ: ເພື່ອກຽມຕ້ອນຮັບ ການເປີດປີທ່ອງທ່ຽວລາວ 2024 ທີ່ຈະມາເຖິງນີ້ ຮ້ານອາຫານລີລາວະດີສາຍຂອງ ຈະຂະຫຍາຍ ແລະ ປັບປຸງການບໍລິການໃຫ້ຄົບວົງຈອນຂຶ້ນກວ່າເກົ່າ ເປັນຕົ້ນ ຮ້ານຄາເຟ, ຫ້ອງຄາຣາໂອເກະ, ຕູບແຄມນ້ຳ, ບໍລິການອາຫານເທິງ ເຮືອນນຳທ່ຽວ ແລະ ຈະປັບປຸງການບໍລິການລ່ອງເຮືອຊົມທຳມະຊາດ ຈາກຈຸດຮ້ານອາຫານ ຈົນຮອດເຂດໂຮງແຮມດອນຈັນພາເລດ ເພື່ອຮອງຮັບແຂກ ກໍຄື ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຈະເຂົ້າມາໃຊ້ບໍລິການໃຫ້ໄດ້ຢ່າງພຽງພໍ. ເພື່ອປະກອບສ່ວນສ້າງໃຫ້ ເປັນແຫລ່ງທ່ອງທ່ຽວແຫ່ງໜຶ່ງ ທີ່ເປັນໃບໜ້າໃໝ່ ໃຫ້ແກ່ເມືອງຫາດຊາຍຟອງ ກໍຄື ປະຊາຊົນພາຍໃນເມືອງ ແລະ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາ ເສດຖະກິດຂອງປະເທດ, ປະກອບສ່ວນສ້າງວຽກເຮັດງານທຳ ໃຫ້ປະຊາຊົນພາຍໃນເມືອງຫາດຊາຍຟອງ ຕື່ມອີກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.