ແຈ້ງການວ່າດ້ວຍໃຫ້ຢຸດເຊົາການ ບໍລິການການສະແດງກາງ ແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ

08:00 | 09/07/2019

ແຂວງສະຫວັນນະເຂດຈະເລີ່ມຈັດຕັ້ງປະຕິບັດ ຢ່າງເອົາຈິງເອົາຈັງ ຕໍ່ກັບສະຖານບໍລິການຮ້ານກິນດື່ມ ທີ່ມີເຄື່ອງເສບອັນສົ່ງສຽງດັງ, ມີຜົນສະທ້ອນຕໍ່ກັບປະຊາຊົນໃນສັງຄົມ. ດັ່ງທີ່ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວສະຫວັນນະເຂດ ໄດ້ອອກມາໃຫ້ສຳພາດກັບສຳນັກຂ່າວສະບັບໜຶ່ງໃນເມື່ອມໍ່ໆມານີ້.

ແຈ້ງການວ່າດ້ວຍໃຫ້ຢຸດເຊົາການ ບໍລິການການສະແດງກາງ ແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ

ທ່ານ ຄໍາສິດ ພົມມະຈັນ ຮອງຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫັວນນະເຂດ.

ຊຶ່ງເນື້ອໃນໄດ້ລະບຸວ່າ: ໃຫ້ຢຸດຕິການບໍລິການການ ສະແດງກາງແຈ້ງຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ເຊັ່ນ: ຢູ່ຮ້ານບັນເທີງແມ່ນບໍ່ໃຫ້ເອົາເຄື່ອງສຽງ ແລະ ເຄື່ອງເສບດົນຕີທຸກເພດ ອອກມາເສບຢູ່ຂ້າງນອກອາຄານ ແລະ ຫ້າມບໍ່ໃຫ້ນໍາໃຊ້ຈໍແອວຊີດີ, ເຄື່ອງສາຍໂປຣເຈັກເຕີ, ເພື່ອບໍລິການຮ້ອງເພງຄາລາໂອເກະ ຢຸ່ ຂ້າງນອກອາຄານເຊັ່ນກັນ, ຮອດເວລາ 23 ໂມງ 30 ແມ່ນຕ້ອງຢຸດຕິການບໍລິການດ້ານແສງສີສຽງທຸກປະເພດ; ສ່ວນຢູ່ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມແມ່ນຫ້າມນໍາໃຊ້ຈໍແອວຊີດີ, ເຄື່ອງສາຍໂປຮເຈັກເຕີ ເພື່ອບໍລິການ ຮ້ອງເພງຄາລາໂອເກະ, ຫ້າມບໍ່ໃຫ້ເສບໂພັກຊ໋ອງ ແລະ ເສບດົນຕີທຸກປະເພດ, ການນໍາໃຊ້ ເຄື່ອງຂະຫຍາຍສຽງຄວາມແຮງບໍ່ໃຫ້ເກີນ 100 ວັດໃຫ້ໃຊ້ປາກລໍາໂພງຂະໜາດນ້ອຍເປັນຈຸດໆເພື່ອຫລີກເວັ້ນສຽງດັງ, ຈາກນີ້ກໍ່ບໍ່ອະນຸຍາດໃຫ້ສາວເຊຍເບຍເຂົ້າມາເຄື່ອນໄຫວບໍລິການຢູ່ພາຍໃນຮ້ານເພື່ອເປັນການໂຄສະນາເຄື່ອງດື່ມທີ່ມີທາດເຫລົ້າທຸກປະເພດ, ກໍລະນີມີຄວາມຈໍາເປັນທີ່ຕ້ອງການບໍລິການດ້ານການສະແດງຂ້າງນອກເຊັ່ນ: ງານເທສະການຕ່າງໆ, ງານລ້ຽງງານສັງສັນລວມໝູ່ຜູ້ປະກອບການຕ້ອງໄດ້ຂໍອະນຸຍາດຈາກພາກສ່ວນກ່ຽວຂ້ອງກ່ອນ.

ທ່ານ ຄໍາສິດ ພົມມະຈັນ ກ່າວຕື່ມວ່າ: ເລີ່ມແຕ່ຕົ້ນເດືອນ ກໍລະກົດເປັນຕົ້ນໄປບັນດາ ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມກໍ່ຕ້ອງ ໜາວໄປຕາມໆຫາກບໍປະຕິບັດ ຕາມການແຈ້ງການເລກທີ 0749 ແລ້ວ ແມ່ນຈະຖືກປະ ຕິບັດຕາມລະບຽບກົດໝາຍ ໂດຍມອບໃຫ້ວິຊາການຈາກ ພະແນກ ຖວທ ແຂວງ, ກອງ ບັນຊາການ ປກສ ແຂວງ, ປກສ ນະຄອນໄກສອນ ພົມວິຫານ, ຫ້ອງການ ຖວທ ນະຄອນ ເລີ່ມລົງກວດກາໃຊ້ມາດຕະການຕາມລະບຽບກົດໝາຍ ໂດຍຈະເລີ່ມດໍາເນີນການຕໍ່ກັບຮ້ານບັນເທີງ, ຮ້ານອາຫານ ທີ່ມີການຮ້ອງຟ້ອງຈາກສັງຄົມກ່ອນຫລັງຈາກນັ້ນກໍ່ສືບຕໍ່ ກວດກາຮ້ານອື່ນໆຈົນກວ່າ ສໍາເລັດ ຊຶ່ງບັນດາກິດຈະການ ໃດທີ່ມີການລະເມີດ ຝ່າຝືນແມ່ນ ຈະໄດ້ຖອນໃບອະນຸຍາດຢຶດ ອຸປະກອບເຄື່ອງສຽງ ແລະສັ່ງ ປິດກິດຈະການຈົນກວ່າຈະ ມີການປັບປຸງຄືນໃໝ່.

ຊຶ່ງກ່ອນໜ້ານີ້ທາງພາກສ່ວນຜູ້ປະກອບການກໍ່ໃຫ້ຄວາມຮ່ວມມືກ່ຽວກັບການເຮັດບົດບັນທຶກລະຫວ່າງຜູ້ຄູ້ມຄອງແລະຜູ້ຈັດຕັ້ງປະຕິບັດ ເປັນທີ່ຮຽບຮ້ອຍ ຈາກການ ເກັບກໍາຂໍ້ມູນໃນເດືອນພຶດສະ ພາທີ່ຜ່ານມາ ໃນຈໍານວນ 33 ຮ້ານເບື້ອງຕົ້ນມີລະດັບເຄື່ອງ ສຽງຕໍ່າສຸດ 200 ວັດ ແລະ ສູງສຸດ 18.000 ວັດ ແລະ ໃນສະຖີຕິນະຄອນໄກສອນ ພົມວິຫານ ມີຮ້ານກິນດື່ມ ແລະ ຮ້ານປີ້ງ ແກ້ມເກືອບ 100 ຮ້ານ ນີ້ແມ່ນສະຖີຕິເກັບກໍາໃນເບື້ອງຕົ້ນ.

ແຈ້ງການວ່າດ້ວຍໃຫ້ຢຸດເຊົາການ ບໍລິການການສະແດງກາງ ແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ


ແຈ້ງການວ່າດ້ວຍໃຫ້ຢຸດເຊົາການ ບໍລິການການສະແດງກາງ ແຈ້ງ ຢູ່ຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ

ແຈ້ງການ.

ໂດຍກ່ອນໜ້ານີ້ໃນເດືອນພຶດສະພາ 2019, ພະແນກ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງສະຫວັນນະເຂດ ໄດ້ອອກແຈ້ງການສະບັບເລກທີ 0749/ຖວທ ລົງວັນທີ 6 ພຶດສະພາ 2019 ທີ່ວ່າໃຫ້ຢຸດເຊົາການ ບໍລິການການສະແດງກາງແຈ້ງ ຢູ່ຮ້ານບັນເທີງ,ຮ້ານອາຫານ,ຮ້ານກິນດື່ມ-ປີ້ງແກ້ມ. ພະແນກ ຖວທ ແຂວງສະຫວັນນະເຂດ ເອົາຈິງຕໍ່ກັບ ບັນດາຮ້ານບັນເທີງ, ຮ້ານອາຫານ, ຮ້ານກິນດື່ມ-ປີ້ງແກ້ມ ພາຍໃນແຂວງສະຫວັນນະເຂດ ທີ່ດໍາເນີນບໍລິການບໍ່ສອດຄ່ອງ ກັບລະບຽບກົດໝາຍ ໂດຍການດໍາເນີນບໍລິການປະກົດວ່າເກີດມີປະກົດການຫຍໍ້ທໍ້ທາງດ້ານການບັນເທີງ ຊຶ່ງຜ່ານມາແມ່ນໄດ້ຮັບສຽງສະທ້ອນຈາກສັງຄົມບໍ່ຈັກວ່າເທົ່າໃດ, ເຮັດໃຫ້ສັງຄົມເກີດມີຄວາມສັບສົນວິພາກວິຈານ ວ່າບໍ່ມີຄວາມເດັດຂາດ.

(ແຫຼ່ງ​ຂໍ້​ມູນ​: ສະຫວັນພັດທະນາ ຂ່າວ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.