ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2

17:18 | 13/03/2020

ຍສໝ - ຕອນບ່າຍວັນທີ 12 ມີນາ, ທີ່ຮ່າໂນ້ຍ, ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ-ເສນາທິການຂັ້ນບັ້ນຮົບ-ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2.

ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2

ພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ-ເສນາທິການຂັ້ນບັ້ນຮົບ-ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2. (ພາບ: qdnd)


ກ່າວຄໍາເຫັນທີ່ພິທີປິດ, ທ່ານພົນຕີ ຮສຈ. ປອ ຟານແອັງຫວຽດ, ຮອງຜູ້ອໍານວຍການວິທະຍາຄານປ້ອງກັນຊາດ ເນັ້ນໜັກວ່າ, ດ້ວຍຈິດໃຈຢາກຮຽນຮູ້ ແລະສະຕິເປັນເອກະລາດ, ມີຫົວຄິດປະດິດສ້າງໃນການຮໍ່າຮຽນ, ຄົ້ນຄວ້າ, ບັນດານັກສໍາມະນາກອນກອງທັບປະຊາຊົນລາວ ໄດ້ປະຕິບັດສໍາເລັດເນື້ອໃນລາຍການຂອງຊຸດຮຽນ. ທ່ານພົນຕີ ຮສຈ. ປອ ຟານແອັງຫວຽດ ສະແດງຄວາມເຊື່ອໝັ້ນວ່າ, ໃນຖານະຕໍາແໜ່ງວຽກງານທີ່ໄດ້ຮັບມອບໝາຍ, ບັນດານັກສໍາມະນາກອນຈະນໍາໃຊ້ ແລະຂະຫຍາຍຄວາມຮູ້ທີ່ໄດ້ຮັບການສຶກສາຮໍ່າຮຽນ, ຄົ້ນຄວ້າຢູ່ວິທະຍາຄານປ້ອງກັນຊາດຫວຽດນາມ ເຂົ້າໃນການກໍ່ສ້າງກອງທັບປະຊາຊົນລາວ ຢ່າງມີຫົວຄິດປະດິດສ້າງ ແລະນັບມື້ນັບໝັ້ນຄົງເຂັ້ມແຂງ, ພ້ອມທັງມີການປະກອບສ່ວນທີ່ຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະເພີ່ມພູນຄູນສ້າງການພົວພັນສາມັກຄີ ຫວຽດນາມ-ລາວ.

ໃນໄລຍະຮໍ່າຮຽນຢູ່ວິທະຍາຄານປ້ອງກັນຊາດ, ບັນດານັກສໍາມະນາກອນກອງທັບປະຊາຊົນລາວ ໄດ້ຄົ້ນຄວ້າກ່ຽວກັບສະພາບການໂລກ ແລະພາກພື້ນທີ່ກະທົບເຖິງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຊຸມປີຕົ້ນສະຕະວັດທີ XXI; ຍຸດທະສາດຂອງປະເທດມະຫາອໍານາດຈໍານວນໜຶ່ງທີ່ກ່ຽວຂ້ອງເຖິງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ພາກພື້ນ; ສະກັດກັ້ນ ແລະຕ້ານຍຸດທະສາດ ການຫັນປ່ຽນໂດຍສັນຕິ...

(ໄຊພອນ)

ເຫດການ
302 Found

Found

The document has moved here.