ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ

07:25 | 16/08/2022

ທີ່ລາຍການ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງການຈັດຕັ້ງລາຍການ, ການເຄື່ອນໄຫວມີຄວາມໝາຍສຳລັບ ຊາວໜຸ່ມ, ເຍົາວະຊົນ - ອະນຸຊົນ ຂອງ 3 ປະເທດ, ຍົກຕົວຢ່າງຄືງານມະໂຫລານເຍົາວະຊົນ - ອະນຸຊົນ 3 ປະເທດ.

ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ
88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022 88 ປະເທດ ແລະ ເຂດແຄວ້ນ ລົງທຶນເຂົ້າໃນ ຫວຽດນາມ ໃນ 7 ເດືອນຕົ້ນປີ 2022
ການສະແດງສິລະປະຂອງພວກນ້ອງເຍົາວະຊົນ - ອະນຸຊົນ 3 ປະເທດ (ພາບ:TTXVN)
ການສະແດງສິລະປະຂອງພວກນ້ອງເຍົາວະຊົນ - ອະນຸຊົນ 3 ປະເທດ (ພາບ:TTXVN)

ຫວ່າງແລ້ວນີ້, ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳເຍົາວະຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2022. ລາຍການນອນໃນບັນດາການເຄື່ອນໄຫວ ຂອງໄວໜຸ່ມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022”, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ.

ທີ່ລາຍການ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງການຈັດຕັ້ງລາຍການ, ການເຄື່ອນໄຫວມີຄວາມໝາຍສຳລັບ ຊາວໜຸ່ມ, ເຍົາວະຊົນ - ອະນຸຊົນ ຂອງ 3 ປະເທດ, ຍົກຕົວຢ່າງຄືງານມະໂຫລານເຍົາວະຊົນ - ອະນຸຊົນ 3 ປະເທດ, ທ່ານ ຫວໍວັນເຖືອງ ຫວັງວ່າ, ບັນດານ້ອງໆເຍົາວະຊົນ - ອະນຸຊົນ ຍາມໃດກໍ່ຮັກສາ ແລະ ພັດທະນານຳ້ໃຈແທດຈິງ, ອົບອຸ່ນ, ດີງາມກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ກ່ຽວກັບນະຄອນ ໂຮ່ຈີມິນ ທີ່ສະໜິດສະໜົມ, ຮັກແພງແຂກຄົນ. ໄປຄຽງຄູ່ກັນນັ້ນ, ບັນດານ້ອງເຍົາວະຊົນ - ອະນຸຊົນ ທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້ ຈະກາຍເປັນບັນດານັກການທູດ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການ ພົວພັນມິດຕະພາບແບບພິເສດລະຫວ່າງ 3 ປະເທດກ່ວາອີກ.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.