ຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບທີ່ສຳຄັນຂອງປະຊາຄົມສາກົນ

09:00 | 03/09/2023

ຍສໝ - ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Jaya Ratnam ​ແລ້ວ, ທ່າ​ທີ​ຂອງ​ຫວຽດນາມ ​ໃນ​ທົ່ວ​ໂລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທີ່​ຕັ້ງ ​ແລະ ບົດບາດ​ທີ່​ຕົນ​ມີ, ​ແລະ ພວມ​ຈະ​ມາ​ເຖິງ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ.

ຫວຽດນາມຈະຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນສ້າງໂລກແຫ່ງສັນຕິພາບ ຫວຽດນາມຈະຮ່ວມແຮງຮ່ວມໃຈກັບປະຊາຄົມສາກົນສ້າງໂລກແຫ່ງສັນຕິພາບ
ຫວຽດນາມ ຕັດສິນໃຈຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນປົກປັກຮັກສາມະຫາສະໝຸດສີຂຽວ ຫວຽດນາມ ຕັດສິນໃຈຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນປົກປັກຮັກສາມະຫາສະໝຸດສີຂຽວ

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 78 ປີ, ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ ໄດ້ມີຄຳແບ່ງປັນ, ຊົມເຊີຍບັນດາຜົນງານເຊິ່ງ ຫວຽດນາມ ບັນລຸໄດ້, ໃນນັ້ນ ໄດ້ຢັ້ງຢືນວ່າ: ຫວຽດນາມ ໄດ້ ແລະ ກຳລັງເປັນຄູ່ຮ່ວມມືທີ່ນັບມື້ນັບມີຄວາມສຳຄັນສຳລັບປະຊາຄົມສາກົນໃນການຮ່ວມແຮງຮ່ວມໃຈແກ້ໄຂບັນດາສິ່ງທ້າທາຍລວມໃນທົ່ວໂລກ. ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮຽງບ່າຮຽງໄຫຼ່, ສະໜັບສະໜູນ ເພື່ອສ້າງປະເທດ ຫວຽດນາມ ທີ່ວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Jaya Ratnam ​ແລ້ວ, ທ່າ​ທີ​ຂອງ​ຫວຽດນາມ ​ໃນ​ທົ່ວ​ໂລກ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທີ່​ຕັ້ງ ​ແລະ ບົດບາດ​ທີ່​ຕົນ​ມີ, ​ແລະ ພວມ​ຈະ​ມາ​ເຖິງ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ​ໂລກ, ພິ​ເສດ​ແມ່ນ​ຢູ່​ສະຫະ​ປະຊາ​ຊາດ.

ຫວຽດນາມ ແມ່ນຄູ່ຮ່ວມມືນັບມື້ນັບທີ່ສຳຄັນຂອງປະຊາຄົມສາກົນ
ທ່ານJaya Ratnam - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ ປະຈຳ ຫວຽດນາມ

“ສິ່ງ​ທັງ​ໝົດ​ນີ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເຄົາລົບ​ທີ່​ບັນດາ​ປະ​ເທດ​ມີ​ຕໍ່ ຫວຽດນາມ. ​ແລະ ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ປະສົບ​ຜົນສຳ​ເລັດ​ໃນ​ການ​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ນຳ​ໜ້າ​ຕື່ມ​ອີກ, ສະ​ແດງ​ໃຫ້​ເຫັນ​ບົດບາດ​ນຳ​ໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​ທົ່ວ​ໂລກ,” ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ.

ຜູ້ປະສານງານ ສປຊ ປະຈຳ ຫວຽດນາມ, ທ່ານນາງ Pauline Tamesis, ຢັ້ງຢືນວ່າ ສປຊ ເຊື່ອໝັ້ນວ່າ ຫວຽດນາມ ຈະຫັນສິ່ງທ້າທາຍເປັນໂອກາດ ເພື່ອຫັນປ່ຽນຮູບແບບການພັດທະນາເສດຖະກິດ - ສັງຄົມຂອງປະເທດ ໃຫ້ນັບມື້ນັບຍືນຍົງ, ຮອບດ້ານ ແລະ ເຂັ້ມແຂງກວ່າເກົ່າ, ໃນນັ້ນ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.

ໃນຂະນະນັ້ນ, ທ່ານນາງ Ramla Khalidi, ຫົວໜ້າອົງການພັດທະນາ ສປຊ ປະຈຳ ຫວຽດນາມ ຖືວ່າ ຫວຽດນາມ ແມ່ນແບບຢ່າງກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ໂດຍສະເພາະແມ່ນໃນໄລຍະເວລາສັ້ນເປັນພິເສດ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.