ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ, ມີບົດບາດນັບມື້ນັບສຳຄັນ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້

14:23 | 19/05/2026

ຍສໝ - ທ່ານປະທານາທິບໍດີ Isaac Herzog ເນັ້ນໜັກວ່າ Israel ໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບ ຫວຽດນາມ; ພ້ອມທັງຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີບົດບາດນັບມື້ນັບສຳຄັນ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ຫວຽດນາມ ໃຫ້ຄວາມສຳຄັນຕໍ່ການຮັດແໜ້ນ ແລະ ພັດທະນາສາຍພົວພັນກັບ Croatia
ຊາວຫວຽດນາມ ປະຈຳ ສິງກະໂປ ຮ່ວມກັນນ້ອມຖວາຍດອກບົວສົດອັນງົດງາມ 136 ດອກ ເນື່ອງໃນໂອກາດວັນຄ້າຍວັນເກີດ ປະທານ ໂຮ່ຈີມິນ

ໃນວັນວານນີ້ (18 ພຶດສະພາ), ຢູ່ທີ່ທຳນຽບປະທານາທິບໍດີ ທີ່ນະຄອນ Jerusalem, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Israel ທ່ານ ຫງວຽນກີເຊີນ (Nguyễn Kỳ Sơn) ໄດ້ຍື່ນສານຕາຕັ້ງ ຕໍ່ທ່ານປະທານາທິບໍດີ Israel ທ່ານ Isaac Herzog, ເລີ່ມຕົ້ນອາຍຸການປະຕິບັດງານ ຢູ່ທີ່ລັດ Israel ຢ່າງເປັນທາງການ.

ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ, ມີບົດບາດນັບມື້ນັບສຳຄັນ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Israel ທ່ານ ຫງວຽນກີເຊີນ (Nguyễn Kỳ Sơn) ໃນພິທີຍື່ນສານຕາຕັ້ງ ຕໍ່ທ່ານປະທານາທິບໍດີ Israel ທ່ານ Isaac Herzog. (ພາບ: ແທັງບິ່ງ/TTXVN)

ໃນພິທີດັ່ງກ່າວ, ທ່ານປະທານາທິບໍດີ Isaac Herzog ເນັ້ນໜັກວ່າ Israel ໃຫ້ຄວາມສຳຄັນຕໍ່ສາຍພົວພັນກັບ ຫວຽດນາມ; ພ້ອມທັງຕີລາຄາວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ຂະຫຍັນຂັນເຄື່ອນ ແລະ ມີບົດບາດນັບມື້ນັບສຳຄັນ ຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້.

ທາງດ້ານທ່ານເອກອັກຄະລັດຖະທູດ ຫງວຽນກີເຊີນ (Nguyễn Kỳ Sơn) ກໍໄດ້ຢັ້ງຢືນວ່າ ຫວຽດນາມ ຖືວ່າ Israel ແມ່ນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ, ພ້ອມທັງມຸ່ງມາດປາດຖະໜາຢາກສືບຕໍ່ຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ກໍຄືການຮ່ວມມືລະຫວ່າງສອງປະເທດ ໃນທຸກໆຂົງເຂດ ມີຄວາມເລິກເຊິ່ງຍິ່ງໆຂຶ້ນ.

ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ ຈະພະຍາຍາມເປັນຂົວຕໍ່ເພື່ອຊຸກຍູ້ສາຍພົວພັນສອງຝ່າຍ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນໃນທຸກຂັ້ນ, ຊຸກຍູ້ການຄ້າ – ການລົງທຶນ, ກໍຄືການຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ Israel ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ ເປັນຕົ້ນແມ່ນ: ວິທະຍາສາດ – ເຕັກໂນໂລຊີ, ນະວັດຕະກຳ, ການເລີ່ມຕົ້ນທຸລະກິດ (startup), ກະສິກຳເຕັກໂນໂລຊີສູງ, ຄວາມປອດໄພທາງໄຊເບີ, ການຄຸ້ມຄອງແຫຼ່ງນ້ຳ, ສາທາລະນະສຸກ ແລະ ການສຶກສາ; ພ້ອມກັນນັ້ນ ກໍຊຸກຍູ້ການຮ່ວມມືລະຫວ່າງທ້ອງຖິ່ນ ແລະ ການແລກປ່ຽນລະຫວ່າງປະຊາຊົນສອງປະເທດ.

ທັງສອງຝ່າຍ ຍັງໄດ້ແລກປ່ຽນກ່ຽວກັບທິດທາງການຮ່ວມມືທາງດ້ານເສດຖະກິດ, ໃນນັ້ນໄດ້ເນັ້ນໜັກເຖິງການຈັດຕັ້ງປະຕິບັດສັນຍາການຄ້າເສລີ ຫວຽດນາມ – Israel (VIFTA) ໃຫ້ມີປະສິດທິຜົນ; ຊຸກຍູ້ໃຫ້ 2 ສາຍການບິນຂອງ Israel ຄື EL AL Airlines ແລະ Arkia Israeli Airlines ເປີດເສັ້ນທາງບິນຊື່ມານະຄອນຫຼວງຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ຕື່ມອີກ. ທ່ານປະທານາທິບໍດີ Isaac Herzog ໄດ້ສະແດງຄວາມມຸ່ງມາດປາດຖະໜາຢາກຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ແລະ ການແລກປ່ຽນການຄ້າລະຫວ່າງສອງປະເທດ ໃຫ້ຫຼາຍຂຶ້ນຕື່ມອີກໃນຕໍ່ໜ້າ.

ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໂຄສະນາວັດທະນະທຳ ຫວຽດນາມ ຢູ່ ທະວີບເອີຣົບ

ຍສໝ - ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໄດ້ນຳເອົາຫຼາຍສານຂໍ້ຄວາມອັນເລິກເຊິ່ງມາໃຫ້ຜູ້ເຂົ້າຮ່ວມ. ນີ້ແມ່ນໂອກາດເພື່ອເຊີດຊູຄວາມງາມອັນມີສະເໜ່, ສະຕິປັນຍາ, ຄວາມໝັ້ນໃຈ ແລະ ຄວາມກ້າຫານ ຂອງແມ່ຍິງຫວຽດນາມ.

ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະ ປະຫວັດສາດ ຂອງຫໍບູຊາ ປະທານ ໂຮ່ຈີມິນ

ຍສໝ - ຫໍບູຊາ ປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈຂອງປະຊາຊົນຕາແສງ ແທັງຮຶງ (Thanh Hưng) ພ້ອມດ້ວຍບັນດາຕາແສງອ້ອມຂ້າງ ຂອງແຂວງ ດົ່ງທາບ (Đồng Tháp). ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອລະນຶກເຖິງຜູ້ນຳຜູ້ເຄົາລົບຮັກຂອງປະຊາຊາດເທົ່ານັ້ນ ແຕ່ໄດ້ກາຍເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດອັນສຳຄັນ ໃນຊີວິດການເປັນຢູ່ ຂອງປະຊາຊົນພາຍໃນທ້ອງຖິ່ນ.

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ